• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພິ​ທີ​ບູ​ຊາ​ເຈົ້າ​ນ້ຳ​ຂອງ​ຊາວ​ເຜົ່າ ປາ​ໂກ

ເມື່ອລະດູບານໃໝ່ວຽນມາ, ຢູ່ບັນດາໝູ່ບ້ານເຂດພູສູງຂອງນະຄອນ ເຫວ້, ພໍ່ແມ່ປະຊາຊົນເຜົ່າ ປາໂກ ມີຄວາມຄຶກຄັກຈັດພິທີບູຊາເຈົ້ານ້ຳ, ເຊິ່ງເປັນພິທີກຳເຫຼື້ອມໃສພື້ນເມືອງທີ່ມີມາແຕ່ດົນນານ, ເຂັ້ມຂຸ້ນໄປດ້ວຍວັດທະນະທຳປະເພນີ. ໂດຍຜ່ານການສ້າງຕັ້ງ ແລະ ສືບທອດກັນມານັບຮ້ອຍປີ, ພິທີດັ່ງກ່າວ ບໍ່ພຽງແຕ່ສ່ອງແສງໃຫ້ເຫັນການດຳລົງຊີວິດທາງດ້ານຈິດວິນຍານທີ່ອຸດົມສົມບູນຂອງຊາວເຜົ່າ ປາໂກ ເທົ່ານັ້ນ ຫາກຍັງປະກອບສ່ວນສ້າງຄວາມຜູກພັນໃນວົງຄະນະຍາດ, ຮັກສາບັນດາຄຸນຄ່າວັດທະນະທຳທີ່ເປັນເອກະລັກລະຫວ່າງເຂດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານຂອງສາຍພູຫຼວງອີກດ້ວຍ. 

ກິດຈະກຳຕ່າງໆຂອງຊາວເຜົ່າ ປາໂກ ໃນພິທີບູຊາເຈົ້ານໍ້ຳ (ພາບ: VOV)

ແຂກທ່ອງທ່ຽວເມື່ອມາຢາມຕາແສງເຂດພູສູງ ອາເຫຼືອຍ ໃນໂອກາດນີ້ ຈະໄດ້ເຊື່ອມຕົວເຂົ້າກັບຫຼາຍງານບຸນປະເພນີຂອງພໍ່ແມ່ປະຊາຊົນບັຍດາເຜົ່າສ່ວນໜ້ອຍ, ໃນນັ້ນ ມີພິທີບູຊາເຈົ້ານ້ຳຂອງຊາວເຜົ່າ ປາໂກ. ລຸງ ເລວັນກາດ ຢູ່ຕາແສງ ອາເຫຼືອຍ 1 ໃຫ້ຮູ້ວ່າ ນ້ຳເຮັດໃຫ້ຕົ້ນເຂົ້າໃຫຍ່, ເນື່ອທີ່ໄຮ່ຂຽວອຸ່ມທຸ່ມ, ພໍ່ແມ່ປະຊາຊົນມີສຸຂະພາບແຂງແຮງ, ໝູ່ບ້ານມີຄວາມສະຫງົບສຸກ. ດັ່ງນັ້ນ, ພິທີບູຊາເຈົ້ານ້ຳ ບໍ່ພຽງແຕ່ແມ່ນພິທີກຳໜຶ່ງເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ປະຊາຊົນສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນ, ຕໍ່ດິນຟ້າອາກາດ ແລະ ແຫຼ່ງນ້ຳທີ່ໄດ້ຫຼໍ່ລ້ຽງຊຸມຊົນແຕ່ລຸ້ນນີ້ສູ່ລຸ້ນອື່ນອີກດ້ວຍ. 

“ປັດຈຸບັນພໍ່ແມ່ພີ່ນ້ອງກໍເຮັດຖືກຕາມຮີດຄອງປະເພນີ ແລະ ກ່ອນຈະບູຊາເຈົ້ານ້ຳ ຕ້ອງດຳເນີນການບູຊາເຈົ້າພູເຈົ້າຜາກ່ອນ. ເມື່ອກ່ອນນີ້ກໍເຮັດແບບນີ້ເຊັ່ນດຽວກັນ, ພໍ່ແມ່ພີ່ນ້ອງໃນໝູ່ບ້ານເຮັດເອງ ແລະ ປະຕິບັດຖືກຕາມຮີດຄອງຢ່າງມີແບບມີແຜນ”.

ການນຸ່ງຖືໃນພິທີບູຊາເຈົ້ານ້ຳ (ພາບ: VOV)

ພິທີບູຊາເຈົ້ານ້ຳຂອງຊາວເຜົ່າ ປາໂກ ແມ່ນມີມາແຕ່ກີ້ແຕ່ກ່ອນ ແລະ ໄດ້ຮັບການຮັກສາຜ່ານຫຼາຍລຸ້ນຄົນ. ເມື່ອກ່ອນນີ້, ພິທີບູຊາດັ່ງກ່າວມັກໄດ້ຈັດໃນຂອບເຂດຄອບຄົວ ຫຼື ວົງຕະກຸນ, ດົນໆມາຈຶ່ງໄດ້ຈັດໃນຂອບຂະໜາດໃຫຍ່ຢູ່ທົ່ວບ້ານ, ທົ່ວຕາແສງ. 

ພິທີບູຊາລວມມີ 2 ພາກ: ທຳອິດແມ່ນບູຊາ ຢ່າງສື ຢູ່ຫໍວັດທະນະທຳຊຸມຊົນ ແລະ ບູຊາເຈົ້ານ້ຳຢູ່ທ່ານ້ຳ. ເຄື່ອງຂອງບູຊາສ່ວນຫຼາຍແມ່ນເຄື່ອງຢູ່ຂອງກິນທີ່ຕິດພັນກັບຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງ. ກ່ອນຈະບູຊາເຈົ້ານ້ຳ, ປະຊາຊົນໃນບ້ານຕ້ອງດຳເນີນພິທີບູຊາ ຢ່າງສື, ເຊິ່ງເປັນເຈົ້າອົງຜູ້ສູງສຸດຄຸ້ມຄອງດິນຟ້າ, ແມ່ນ້ຳລຳເຊ. ນີ້ແມ່ນພິທີເປີດສາກທີ່ສຳຄັນ, ສະແດງໃຫ້ເຫັນຄວາມເປັນລະບຽບຮຽບຮ້ອຍໃນຈັກກະວານ ແລະ ທັດສະນະຄະຕິ “ເຄົາລົບຜູ້ໃຫຍ່ອາສຸໂສ, ອ່ອນນ້ອມຕໍ່ຜູ້ນ້ອຍກວ່າ” ໃນການດຳເນີນຊີວິດທາງດ້ານຈິດວິນຍານຂອງພໍ່ແມ່ພີ່ນ້ອງເຜົ່າສ່ວນໜ້ອຍ. ຫຼັງຈາກນັ້ນ, ຈຶ່ງຖະຫວາຍເຄື່ອງຂອງບູຊາເຊັ່ນ ແບ້, ໝູ, ປາ, ໄກ່, ໜູ, ຜັກປ່າ… ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ເຈົ້ານ້ຳ, ແຫຼ່ງແມ່ນ້ຳທີ່ໄດ້ຫຼໍ່ລ້ຽງມະນຸດ ແລະ ພໍ່ແມ່ພີ່ນ້ອງໃນໝູ່ບ້ານຜ່ານບໍ່ຈັກວ່າເທົ່າໃດລຸ້ນຄົນ.

ພິທີບູຊາເຈົ້ານຳ້ແມ່ນໂອກາດເພື່ອໃຫ້ປະຊາຊົນສະແດງຄວາມຮູ້ບຸນຄຸນຕໍ່ດິນຟ້າ, ເທວະດາຟ້າແຖນ, ພ້ອມທັງຝາກຝັງຄວາມມຸ່ງມາດປາດຖະໜາໃຫ້ອາກາດອຳນວຍຄວາມສະດວກ, ລະດູການເກັບກ່ຽວໄດ້ຮັບຜົນດີ, ໝູ່ບ້ານມີຄວາມສະຫງົບສຸກ, ປະຊາຊົນອີ່ມໜຳສຳລານສົມບູນພູນສຸກ. ນັກສິລະປິນ ນາງ ໂຮ່ທິຕື, ຊາວເຜົ່າ ປາໂກ, ໃຫ້ຮູ້ວ່າ ພິທີບູຊາເຈົ້ານ້ຳ ຍັງມີຄວາມໝາຍຢ່າງເລິກເຊິ່ງກ່ຽວກັບຄວາມປອງດອງ ແລະ ສາມັກຄີອີກດ້ວຍ.

“ພິທີບູຊາເຈົ້ານ້ຳ ເຕົ້າໂຮມບັນດາເຈົ້າຄົບທຸກອົງ, ເຊັ່ນ: ຢາງສື, ເຈົ້າພູ, ພະແມ່ຄົງຄາ, ເຈົ້ານ້ຳ ດຳລົງຊີວິດປອງດອງນຳກັນ. ດ້ວຍຄວາມປາດຖະໜາເພື່ອໃຫ້ບັນດາບັນດາເຈົ້າເທວະດາສາມັກຄີກັນຄືກັບມະນຸດເຮົາ. ດຳລົງຊີວິດຢູ່ຮ່ວມກັນ, ພ້ອມກັນຄຸ້ມຄອງຮັກສາຂອບເຂດໃດໜຶ່ງ ຕ້ອງມີຄວາມສາມັກຄີ, ຮັກແພງ, ແບ່ງປັນເຊິ່ງກັນ ແລະ ກັນໃນງານບຸນໂດຍລູກຫຼານ, ໝູ່ບ້ານ ຈັດຂຶ້ນ”. 

ເລື່ອງທຸກໆປີ, ພໍ່ແມ່ພີ່ນ້ອງເຜົ່າ ປາໂກ ຈັດງານບຸນບູຊາເຈົ້ານ້ຳ ບໍ່ພຽງແຕ່ເພື່ອແນໃສ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳອັນເປັນມູນເຊື້ອທີ່ດີງາມຂອງພໍ່ແມ່ພີ່ນ້ອງເຜົ່າ ໂປໂກ ເທົ່ານັ້ນ, ຫາກຍັງປະກອບສ່ວນປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍຂອງລັດກ່ຽວກັບການສ້າງສາ ແລະ ພັດທະນາວັດທະນະທຳ, ມະນຸດ ຫວຽດນາມ. ທ່ານ ຫງວຽນທຽນບິ່ງ, ຮອງຫົວໜ້າພະແນກວັດທະນະທຳ ແລະ ກິລາ ນະຄອນ ເຫວ້, ໃຫ້ຮູ້ວ່າ ທ້ອງຖິ່ນໄດ້ຍູ້ແຮງການພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບການອະນຸລັກຮັກສາສີສັນວັດທະນະທຳ, ໃນນັ້ນ ມີພິທີບູຊາເຈົ້ານ້ຳ,ເພື່ອແນໃສ່ຮັກສາສີສັນວັດທະນະທຳ:

“ການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳມໍລະດົກເຂດພໍ່ແພໍ່ປະຊາຊົນບັນດາເຜົ່າສ່ວນໜ້ອຍສ້າງຂຶ້ນໃນລະບົບສີສັນວັດທະນະທຳຂອງ ເຫວ້. ພວກຂ້າພະເຈົ້າສືບຕໍ່ຂຸດຄົ້ນບັນດາຄຸນຄ່າມໍລະດົກວັດທະນະທຳທີ່ເປັນມູນເຊື້ອເພື່ອຮັບໃຊ້ການພັດທະນາການທ່ອງທ່ຽວ, ຊຸກຍູ້ຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພໍ່ແມ່ພີ່ນ້ອງໃຫ້ນັບມື້ນັບພັດທະນາ”.

ເຄື່ອງຂອງບູຊາສ່ວນຫຼາຍແມ່ນເຄື່ອງຢູ່ຂອງກິນທີ່ຕິດພັນກັບຊີວິດປະຈຳວັນຂອງພໍ່ແມ່ພີ່ນ້ອງ (ພາບ: VOV)

ພິທີບູຊາເຈົ້ານ້ຳຂອງຊາວ ເຜົ່າປາໂກ ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາພິພິກຳຂອງການເຫຼື້ອມໃສພື້ນເມືອງທີ່ມີມາແຕ່ດົນນານເທົ່ານັ້ນ ຫາກຍັງແມ່ນສັນຍາລັກທີ່ມີຊີວິດຊີວິດໃນສາຍພົວພັນອັນກົມກຽວລະຫວ່າງມະນຸດກັບທຳມະຊາດ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍງານບຸນຕິດພັນກັບການພັດທະນາທ່ອງທ່ຽວແບບຍືນຍົງໄດ້ປະກອບສ່ວນຮັກສາສີສັນວັດທະນະທຳຂອງຊາວເຜົ່າ ປາໂກ, ພ້ອມທັງສ້າງກຳລັງໜູນພັດທະນາເສດຖະກິດ  - ສັງຄົມເຂດພູສູງໃນໄລຍະປັດຈຸບັນ./.

(ແຫຼ່ງຄັດຈາກ VOV)

ທ່ຽວງານບຸນວັດ ເກີ່ນ ໃນຕົ້ນລະດູບານໃໝ່

ທ່ຽວງານບຸນວັດ ເກີ່ນ ໃນຕົ້ນລະດູບານໃໝ່

ປັດຈຸບັນ, ງານບຸນວັດ ເກີ່ນ ຢູ່ຄຸ້ມ ກວິ່ງມາຍ ແມ່ນໜຶ່ງ ໃນບັນດາງານ ບຸນ ທີ່ໃຫຍ່, ມີເອກະລັກ ແລະ ເຕັມໄປ ດ້ວຍສີສັນທາງ ວັດທະນະທຳ ທີ່ສຸດຂອງ ແຂວງ ເງ້ອານ. ນີ້ແມ່ນງານບຸນທີ່ມີຄຸນຄ່າສູງທາງດ້ານ ປະຫວັດສາດ-ວັດທະນະທຳ ແລະ ໄດ້ຮັບການບັນຈຸເຂົ້າໃນບັນຊີລາຍ ຊື່ມໍລະດົກທາງວັດທະນະທຳ ທ່ີເປັນນາມມະທຳ ລະດັບຊາດ.

Top