ດ່າໜັງ - ຈຸດໝາຍປາຍທາງ ສໍາລັບປະສົບການ ລະດັບໂລກ

ດ່າໜັງ - ຈຸດໝາຍປາຍທາງ ສໍາລັບປະສົບການ ລະດັບໂລກ

ຈາກນະຄອນຊາຍຝັ່ງ ທະເລ ທີ່ມີຊີວິດຊີວາ ໃນພາກກາງ ຫວຽດ ນາມ, ດ່າໜັງ ກຳລັງຫັນປ່ຽນຕົນເອງ ໃຫ້ກາຍເປັນຈຸດໝາຍປາຍ ທາງ ທີ່ລວມເອົາ ປະສົບການລະດັບໂລກ, ເຊິ່ງເປັນບ່ອນທີ່ທຳມະຊາດ, ມໍລະດົກ ແລະ ພື້ນຖານໂຄງລ່າງ ທີ່ທັນສະໄໝ ປະສານສົມທົບກັນຢ່າງກົມກຽວ ໃນຂອບເຂດ ການທ່ອງທ່ຽວ ທີ່ສົມດຸນ, ພ້ອມແລ້ວທີ່ຈະ ຕ້ອນຮັບນັກທ່ອງທ່ຽວ ຈາກທົ່ວໂລກ...

ວາລະສານທ່ອງທ່ຽວ ທີ່ມີຊື່ສຽງ AFAR (ສ ອາເມລິກາ) ໃຫ້ຮູ້ວ່າໃນປີ 2026 ຈະເຫັນໄດ້ເຖິງການຂະຫຍາຍຕົວ ຂອງ ທ່າອ່ຽງ “ປະ ສົບການທີ່ສົມດຸນ”, ເມື່ອນັກທ່ອງທ່ຽວ ຊອກຫາຈຸດໝາຍປາຍທາງທີ່ມີທຳມະຊາດ ສົດໃສ, ພື້ນຖານໂຄງລ່າງທີ່ດີ, ບໍ່ແອອັດເກີນໄປ, ແຕ່ຍັງຮັບປະກັນ ຄວາມສະດວກສະບາຍ. ດ້ວຍບັນດາມາດຕະ ຖານເຫຼົ່ານີ້, ດ່າໜັງ ໄດ້ພົ້ນເດັ່ນຂຶ້ນ ຄືດັ່ງທາງເລືອກທີ່ເປັນແບບ ຢ່າງ ຍ້ອນມີແຄມຝັ່ງທະເລ ທີ່ຍາວ, ສະອາດ ແລະ ສວຍງາມ, ໃນນັ້ນ ມີຫາດຊາຍທະເລ ໝີ໊ເຄ ທີ່ມີຊື່ສຽງລະດັບໂລກ, ພ້ອມກັບລະ ບົບ ລີສອດ ແຄມທະເລ ທີ່ໄດ້ມາດຕະຖານສາກົນ.
ນັກທ່ອງທ່ຽວສາກົນ ສໍາຫຼວດເສັ້ນທາງນ້ຳ ຢູ່ປ່າໝາກພ້າວ ໄບເມົ໊າ, ໂຮ້ຍອານ - ດ່າໜັງ. ພາບ: ແທັງຮວ່າ/VNP

 

ເທສະການສາກົນ ຢູ່ເທິງຍອດພູ ບ່ານ່າ. ພາບ: ແທັງຮວ່າ/VNP
 

ພື້ນທີ່ການທ່ອງທ່ຽວ ຂອງ ດ່າໜັງ ໄດ້ຮັບການເປີດກວ້າງ ຢ່າງຫຼວງຫຼາຍ ພາຍຫຼັງການລວມຕົວ ກັບແຂວງ ກວາງນາມ (ເກົ່າ), ເຮັດໃຫ້ສາມາດ ຂຸດຄົ້ນ ຄຸນຄ່າທາງທຳມະຊາດ, ວັດທະນະທຳ ແລະ ມໍລະດົກ ໄດ້ຢ່າງເປັນລະບົບກວ່າເກົ່າ. ນັບແຕ່ ຜາສາດ ໝີ໊ເຊີນ, ເມືອງເກົ່າ ໂຮ້ຍອານ ໄປຈົນເຖິງ ລະບົບນິເວດ ປ່າ - ທະເລ - ພູເຂົາ ທີ່ອຸດົມສົມບູນ ຄື: ແຫຼມ ເຊີນຈ່າ, ພູ ຫງູ໊ແຮ່ງເຊີນ, ບ່ານ່າ ແລະ ກີ່ວ ຫາຍເວິນ, ນັກທ່ອງທ່ຽວ ສາມາດສຳຜັດກັບຄວາມຫຼາກຫຼາຍໄດ້ ພາຍໃນການເດີນທາງໄລຍະສັ້ນໆ.

ນັກທ່ອງທ່ຽວ ສຳຜັດກັບການຫຼິ້ນເກມ ທີ່ຕື່ນເຕັ້ນ ພາລາມໍເຕີ ຢູ່ແຫຼມ ເຊີນຈ່າ. ພາບ: ແທັງຮວ່າ/VNP

ການທີ່ວາລະສານການທ່ອງທ່ຽວ AFAR ຂອງ ສ ອາເມລິກາ ຈັດໃຫ້ ດ່າໜັງ ຢູ່ໃນກຸ່ມ 26 ຈຸດໝາຍປາຍທາງ ທີ່ໜ້າໄປທ່ຽວ ທີ່ສຸດໂລກ ໃນປີ 2026 ບໍ່ພຽງແຕ່ເປັນການຢັ້ງຢືນ ຖານະບົດບາດໃໝ່ ຂອງ ນະຄອນເທົ່ານັ້ນ, ແຕ່ຍັງສະທ້ອນໃຫ້ເຫັນເຖິງ ຂະບວນວິ ວັດແຫ່ງການຫັນປ່ຽນ ຢ່າງບໍ່ຢຸດຢັ້ງ ຂອງ ການທ່ອງທ່ຽວພາກກາງ ຫວຽດນາມ.

 
 

ຄຽງຄູ່ກັບຊັບພະຍາກອນ ການທ່ອງທ່ຽວ ແມ່ນລະບົບພື້ນຖານໂຄງລ່າງ ທີ່ທັນສະໄໝ, ໂດຍມີສະໜາມບິນ ແລະ ທ່າກໍາປັ່ນ ສາ ກົນ ຕັ້ງຢູ່ໃກ້ກັບໃຈກາງເມືອງ, ເຊື່ອມຕໍ່ ຢ່າງສະດວກ ກັບຫຼາຍນະ ຄອນໃຫຍ່ ໃນພາກພື້ນ. ນີ້ແມ່ນທ່າແຮງທີ່ສຳຄັນ ທີ່ຊ່ວຍໃຫ້ ດ່າໜັງ ເຂົ້າເຖິງກະແສ ນັກທ່ອງທ່ຽວສາກົນ ຢ່າງມີປະສິດທິພາບ. 

ໃນປີ 2025, ການທ່ອງທ່ຽວ ດ່າໜັງ ໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 17,3ລ້ານເທື່ອຄົນ, ໃນນັ້ນ ນັກທ່ອງທ່ຽວສາກົນ ຫຼາຍກວ່າ 7,6ລ້ານເທື່ອຄົນ. ກິດຈະກຳ ການຂົນສົ່ງ ເພື່ອການທ່ອງ ທ່ຽວ ໄດ້ເຕີບໂຕຢ່າງແຂງແຮງ ດ້ວຍຖ້ຽວບິນສາກົນ ຫຼາຍໝື່ນຖ້ຽວບິນ ແລະ ເສັ້ນທາງທະເລ, ທາງລົດໄຟ, ທາງນ້ຳ ພາຍໃນປະເທດ ຍັງຄົງຮັກສາ ທ່າຂະຫຍາຍຕົວ ຢ່າງສະໝ່ຳສະເໝີ.

 
ມໍລະດົກໂລກ ຕົວເມືອງເກົ່າ ໂຮ້ຍອານ, ຈຸດໝາຍປາຍທາງທີ່ມີຊື່ສຽງ ຂອງ ດ່າໜັງ. ພາບ: ເຕິດເຊີນ/VNP

 

ໃນປີ 2026 ນີ້, ດ່າໜັງ ຕັ້ງເປົ້າໝາຍ ສູ້ຊົນຕ້ອນຮັບນັກທ່ອງທ່ຽວ ໃຫ້ໄດ້ຫຼາຍກວ່າ 19ລ້ານເທື່ອຄົນ. ເພື່ອຮັກສາທ່າຂະຫຍາຍຕົວ ນີ້, ນະຄອນ ໄດ້ກຳນົດພາບລັກ ຈຸດໝາຍປາຍທາງຄືນໃໝ່ ດ້ວຍຂໍ້ຄວາມ “ດ່າໜັງໃໝ່ - ປະສົບການໃໝ່”, ສຸມໃສ່ພັດທະນາ ຜະລິດຕະພັນ ການທ່ອງທ່ຽວ ທີ່ແຕກຕ່າງ ເຊັ່ນ: MICE (ຮູບແບບການທ່ອງທ່ຽວ ປະສົມປະສານກັບວຽກງານ, ທຸລະກິດ ແລະ ການພັກຜ່ອນ), ການທ່ອງທ່ຽວ ງານແຕ່ງດອງ, ການທ່ອງທ່ຽວ ກັອບ ແລະ ການທ່ອງທ່ຽວ ປິ່ນປົວສຸຂະພາບ, ມຸ່ງໄປສູ່ກຸ່ມລູກຄ້າ ທີ່ມີກຳລັງການໃຊ້ຈ່າຍສູງ. ຈາກນັ້ນ, ດ່າໜັງ ບໍ່ພຽງແຕ່ ເປັນບ່ອນ ທີ່ຈະໄປເຖິງເທົ່ານັ້ນ, ແຕ່ຍັງເປັນບ່ອນສຳຜັດກັບ ປະສົບການ ຕາມທ່າອ່ຽງ ການທ່ອງທ່ຽວ ຂອງໂລກນຳອີກ.

ບົດ ແລະ ພາບໂດຍ: ແທັງຮວ່າ - ແປໂດຍ: ບິກລຽນ



Top