• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ໝູ່ບ້ານອາຊີບຜະລິດທູບ ເຟຍຖັບ

ໃນວັດທະນະທຳ ຫວຽດນາມ, ທູບ ຖືວ່າ ເປັນຂົວເຊື່ອມຕໍ່ລະ ຫວ່າງຊີວິດ ໃນປັດຈຸບັນ ກັບໂລກແຫ່ງຈິດວິນຍານ. ໝູ່ບ້ານ ອາຊີບຜະລິດທູບມູນເຊື້ອ ຂອງ ຊາວເຜົ່າ ນຸ່ງ ຢູ່ ເຟຍຖັບ, ຕາ ແສງ ກວັກເຢີນ, ເມືອງ ກວາງອວຽນ, ແຂວງ ກາວບັ່ງ ໄດ້ ປະ ກອບສ່ວນໃນການອະນຸລັກຮັກສາ ວັດທະນະທຳ ອັນດີງາມ ຂອງຊາດ ດ້ານຈິດວິນຍານ.
ຊາວເຜົ່າ ນຸ່ງ ກວ່າ 50 ຄອບຄົວ ທີ່ອາໄສຢູ່ບ້ານ ເຟຍຖັບ ຍັງ ຮັກສາໄວ້ໄດ້ອາຊີບຜະລິດທູບສະອາດ ແບບຫັດຖະກຳ ທີ່ ເກົ່າແກ່. ຕາມຄວາມເຂົ້າໃຈຂອງເຂົາເຈົ້າ, ອາຊີບຜະລິດ ທູບ ບໍ່ພຽງແຕ່ແມ່ນຈຸດສວຍງາມທີ່ເຂັ້ມຂຸ້ນໄປດ້ວຍສີສັນ ຂອງ ຊາດເທົ່ານັ້ນ, ແຕ່ຍັງສະໜິດຕິດພັນກັບ ຮີດຄອງໄຕ້ທູບ ຂອງ ຊາວ ຫວຽດ ແລະ ກາຍເປັນວັດທະນະທຳ ທີ່ຂາດບໍ່ໄດ້ໃນຊີ ວິດການເປັນຢູ່ ດ້ານຄວາມເຊື່ອຖື ອີກດ້ວຍ. ເພາະສະນັ້ນ ບໍ່ ຮູ້ວ່າ ອາຊີບຜະລິດທູບ ມີຄວາມສະໜິດຕິດພັນ ກັບຊາວເຜົ່າ ນຸ່ງ ຢູ່ ເຟຍຖັບ ຕັ້ງແຕ່ເມື່ອໃດ, ພຽງແຕ່ຮູ້ວ່າ ຢູ່ທີ່ນີ້ ຜູ້ເຖົ້າ ໄປ ເຖິງເດັກນ້ອຍ ຕ່າງກໍ່ຮູ້ວິທີຜະລິດທູບ.

ການຜະລິດທູບ ມີຫຼາຍຂັ້ນຕອນທີ່ສັບສົນ. ວັດຖຸດິບຕົ້ນຕໍ່ ນຳ ໃຊ້ຜະລິດທູບ ແມ່ນຕົ້ນໄຜ່, ເປືອກຕົ້ນ ງິ້ວ, ຂີ້ເລື່ອຍ ແລະ ພິ ເສດແມ່ນໃບຜັກໃສ່ປ່າ, ໄດ້ນຳໃຊ້ຜະລິດເປັນຢາງກາວ ເພື່ອ ຕິດວັດຖຸດິບເຂົ້າກັນ. ໃນບັນດາຂັ້ນຕອນ, ການຕາກທູບ ແມ່ນໃຊ້ເວລາຫຼາຍ ກວ່າໝູ່, ຖ້າແດດກ້າ, ຕາກທູບ ມື້ໜຶ່ງ ກໍ ຈະແຫ້ງ, ແຕ່ຖ້າ ອາກາດບໍ່ອໍານວຍ ຕ້ອງໃຊ້ເວລາ 3 ວັນຈຶ່ງ ໄດ້. ທູບແຕ່ລະດອກ ຈະຖືກປັກລົງຈອກນ້ອຍຫຼາຍໜ່ວຍ, ຈອກໜ່ວຍໜຶ່ງ ຈະໄດ້ ແຕ່ 7-10 ດອກ. ນາງ ຮ່າທິເຟືອງ, ຊາວບ້ານ ເຟຍຖັບ ອະທິບາຍໃຫ້ຮູ້ວ່າ: “ຕ້ອງປັກທູບ ແລະ ແຍກທູບແຕ່ລະດອກອອກຕ່າງຫາກ ຈະເຮັດ ໃຫ້ທູບ ບໍ່ແຕກ”. ສ່ວນທ່ານ ຫວ່າງວັນເລີບ, ຫົວໜ້າບ້ານ ເຟຍຖັບ ໄດ້ຢືນຢັນວ່າ: “ທູບ ຢູ່ທີ່ນີ້ ມີກິ່ນຫອມແບບ ທຳມະຊາດ, ໄໝ້ ງ່າຍ ແລະ ເກັບຮັກສາ ໄດ້ດົນ, ເວລາໄຕ້ທູບ ຈະມີກິ່ນຫອມ, ຂີ້ທູບມີຮູບຊົງທີ່ສວຍງາມ”.


ລຽບຕາມເສັ້ນທາງໝາຍເລກ 3 ແຕ່ກາວບັ່ງ ໄປຫາ ຈຸ່ງແຄ໋ງ ແມ່ນບ້ານ ເຟຍຖັບ ທ່ີງຽບສະຫງົບສຸກ ດ້ວຍບັນດາເຮືອນ ຮ້ານ ທ່ີເປັນເອກະລັກ ຂອງຊາວເຜົ່າ ນຸ່ງ. ພາບ: ກົງດາດ


ໃບຜັກໃສ່ປ່າ ເກີດຂຶ້ນຕາມທຳມະຊາດ ຢູ່ຕາມຮ່ອມຫີນ, ໄດ້ຊາວບ້ານ ເກັບມາຕາກແຫ້ງ, ຕຳໃຫ້ແຫຼກ ແລະ ຜະລິດ ເປັນ ກາວ ເພື່ອຕິດວັດຖຸດິບ ເຂົ້າກັນ. ພາບ: ຈິ້ງໂບ້


ຕາກກາວ ທ່ີເຮັດຈາກໃບຜັກໃສ່ປ່າ ໃຫ້ແຫ້ງ. ພາບ: ຈິ້ງໂບ້


ຂັ້ນຕອນການຜ່າໄມ້ໃຜ່ ແມ່ນເຮັດດ້ວຍມື ເພື່ອໃຫ້ດີ້ວ ກົມ ງາມ ສະເໝີກັນ. ພາບ: ຈິ້ງໂບ້


ດອກທູບ ເຮັດດ້ວຍຕົ້ນ ໃຜ່ ຈະໜຽວ ແລະ ໄໝ້ງ່າຍ.​ ພາບ: ຈິ້ງໂບ້


ຈຸ່ມທູບ ໃສ່ນໍ້າຢາງກາວ ແລ້ວເອົາໄປເກືອກກັບຂີ້ເລື່ອຍ ແລະ ຝຸ່ນຂອງໄມ້ເກດສະໜາ, ເຮັດໄປເຮັດມາເຖິງ 4 ຄັ້ງ ເພື່ອ ໃຫ້ ທູບມີຄວາມແໜ້ນໜາ ແລະ ສວຍງາມ. ພາບ: ຈິ້ງໂບ້


ທູບ ເຟຍຖັບ ເຮັດຈາກວັດຖຸດິບ ທຳມະຊາດ.​ ພາບ: ຈິ້ງໂບ້


ຊາວເຜົ່າ ນຸ່ງ ຢູ່ບ້ານ ເຟຍຖັບ ຕາກທູບຢູ່ເດີ່ນບ້ານ. ພາບ: ຈິ້ງໂບ້


ທຸກໆ ບ່ອນວ່າງ ໄດ້ນໍາໃຊ້ເພື່ອຕາກທູບ. ພາບ: ຈິ້ງໂບ້


ຖ້າແດດກ້າ, ຕາກ 1 ມື້ກໍ່ຈະແຫ້ງ, ຖ້າອາກາດບໍ່ອໍານວຍຕ້ອງ ຕາກ  2-3 ວັນ, ບາງເທື່ອຕ້ອງເອົາທູບໄປ ຕາກໃນເຮືອນຄົວ ເພື່ອໃຫ້ແຫ້ງ ທັນເອົາໄປຂາຍ. ພາບ: ກົງດາດ


ທູບ ແຫ້ງ ຕີນທູບ ຈະຍ້ອມສີແດງ ແລ້ວເອົາໄປຕາກໃຫ້ ແຫ້ງ ແລ້ວ ມັດ ເປັນມັດ, ມັດໜຶ່ງ 20 ດອກ. ພາບ: ຈິ້ງໂບ້


ເພື່ອໃຫ້ທູບ ແຫ້ງດີ, ເຂົາເຈົ້າຕ້ອງເລືອກເວລາເອົາທູບໄປ
ຕາກທີ່ເໝາະສົມ, ສ່ວນຫຼາຍຈະແມ່ນຕອນທ່ຽງ ເມື່ອອຸ່ນຫະ ພູມສູງສຸດ ພາຍໃນວັນ. ພາບ: ກົງດາດ



ໃນໂອກາດບຸນປີໃໝ່ປະຈຳຊາດ, ຊາວເຜົ່າ ນຸ່ງ ຢູ່ ບ້ານ ເຟຍ ຖັບ ໄດ້ກະກຽມໃຫ້ການຜະລິດທູບ ເປັນຈຳນວນ ຫຼາຍທີ່ສຸດ ໃນປີ.  ພາບ: ຈິ້ງໂບ້

ເມື່ອບໍ່ດົນມານີ້, ບ້ານ ເຟຍຖັບ ເລີ່ມພັດທະນາຮູບແບບການທ່ອງທ່ຽວຊຸມຊົນ, ຕ້ອນຮັບນັກທ່ອງທ່ຽວຈາກທົ່ວທຸກສາລະ ທິດມາພັກຜ່ອນ, ຊອກຮູ້ ກ່ຽວກັບ ຊີວິດການເປັນຢູ່ ຂອງ ປະ ຊາຊົນໃນໝູ່ບ້ານ. ຜ່ານການຜະລິດທູບ ຕົວຈິງ ແມ່ນໜຶ່ງໃນ ບັນດາຮູບແບບທີ່ນັກທ່ອງທ່ຽວ ໃຫ້ຄວາມສົນໃຈເປັນຢ່າງຍິ່ງ. ນີ້ແມ່ນວິທີການເພື່ອໂຄສະນາເຜີຍແຜ່ ຜະລິດຕະພັນ, ເຄື່ອງ ໝາຍການຄ້າ, ຕິດຊື່ໝູ່ບ້ານອາຊີບ ເຂົ້າໃນບັນດາ ສະຖານທີ່ ທ່ອງທ່ຽວມີຊື່ສຽງ, ສະຖານທີ່ທ່ອງທ່ຽວ ວັດທະນະທຳ ເພື່ອ ສ້າງ ຜະລິດຕະພັນ ທ່ີຈັບໃຈ, ປະກອບສ່ວນພັດທະນາ ເສດ ຖະກິດ-ສັງຄົມ ໃຫ້ແກ່ປະຊາຊົນ ແລະ ເປັນຈຸດພົ້ນເດັ່ນ ເມື່ອ ມາຍັງແຜ່ນດິນ ກາວບັ່ງ ແຫ່ງນີ້.  

ທູບ ເຟຍຖັບ ໄດ້ຈຳໜ່າຍ ຢູ່ຕາມ ຕະຫຼາດນັດ ໃນແຂວງ ກາວ ບັ່ງ, ກໍ່ຄືບັນດາແຂວງ ພາກເໜືອ ອີກດ້ວຍ. ທູບ ມັດໜຶ່ງ ມີລາ ຄາແຕ່ 10.000-20.000 ດົ່ງ. 
ບົດ: ກົງດາດ - ພາບ: ກົງດາດ, ຈິ້ງໂບ້

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top