• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ໝູ່ບ້ານຖັກແສ່ວ ກວັດດົ້ງ

ແຕ່ໃດໆ ມາ, ໝູ່ບ້ານຖັກແສ່ວ ກວັດດົ້ງ, ເມືອງ ເທື່ອງຕິນ (ຮ່າ ໂນ້ຍ) ໄດ້ມີຊື່ສຽງໂດ່ງດັງ ຜ່ານການຖັກແສ່ວ ບັນດາຊຸດເຄື່ອງນຸ່ງໃນພະລາຊະວັງ ແຕ່ສະໄໝສັກດີນາ. ປັດຈຸບັນ, ບັນດາ ພາບຖັກແສ່ວທີ່ແສ່ວດ້ວຍມື ມີສີສັນ ແລະ ລາຍດອກທີ່ສວຍງາມກ່ຽວກັບ ປະເທດຊາດ, ຜູ້ຄົນ ຫວຽດນາມ ເຊິ່ງໄດ້ຮັບຄວາມນິຍົມຊົມຊອບ ຈາກເພື່ອນມິດສາກົນ ຢ່າງຫຼວງຫຼາຍ. 
ບັນພະບຸລຸດ ຂອງອາຊີບໝູ່ບ້ານຖັກແສ່ວ ກວັດດົ້ງ ແມ່ນທ່ານ ປອ. ເລກົງແຮ່ງ, ເມື່ອສະຕະວັດທີ XIV. ເນື່ອງໃນໂອກາດໄປ ປະຕິບັດໜ້າທີ່ການທູດຢູ່ ຈີນ, ເພິ່ນຮຽນໄດ້ອາຊີບ ຖັກແສ່ວ ແລະ ນຳຄວາມຮູູ້ ທີ່ໄດ້ຮຽນ ກັບມາສອນ ອາຊີບຕັດຫຍິບ ແລະ ຖັກແສ່ວໃຫ້ແກ່ປະຊາຊົນ ຫວຽດນາມ. ຜ່ານການເວລາ, ຊາວບ້ານ ກວັດດົ້ງ ໄດ້ປະດິດສ້າງຫຼາຍ ຕົວແບບໃໝ່, ນຳຫຼາຍຫົວຂໍ້ເຂົ້າໃນພາບຖັກແສ່ວ ດ້ວຍເນື້ອໃນ ສະແດງໃຫ້ເຫັນ ແບບແຜນວິຖີຊີວິດຂອງຄົນ ຫວຽດ. ຈາກນັ້ນ ຄວາມສາມາດ ຖັກແສ່ວດ້ວຍມືຢູ່ໝູ່ບ້ານອາຊີບຖັກແສ່ວ ກວັດດົ້ງ ໄດ້ຮັບການພັດທະນາ ສູງຂຶ້ນ. 

ພາຍຫຼັງການອອກແຮງງານ ຢູ່ຕາມທົ່ງນາ, ຊາວບ້ານ ກວັດດົ້ງ ໄດ້ສຸມໃສ່ໃນອາຊີບຖັກແສ່ວ. ມາຍັງບ້ານ ກວັດດົ້ງ, ພວກເຮົາ ຈະເຫັນໄດ້ວ່າ ໃນແຕ່ລະເຮືອນ ຈະມີຊຸດຖັກແສ່ວມູນເຊື້ອ. ຫຼາຍຄອບຄົວ ທຳອາຊີບຖັກແສ່ວ ເປັນເວລາເຖິງ 7 ເຊັ່ນຄົນ. 


ໝູ່ບ້ານຖັກແສ່ວ ກວັດດົ້ງ, ເມືອງ ເທື່ອງຕິນ ໄດ້ຕ້ອນຮັບ
ປະຊາຊົນຈາກບັນດາແຂວງໃນທ່ົວປະເທດ ມາຮຳ່ຮຽນອາຊີບ. ພາບ: ຈິ້ງໂບ້/VNP



ນັກຮຽນຫຼາຍຄົນຢູ່ບັນດາແຂວງໃນທົ່ວປະເທດ ມາຮຽນອາຊີບຖັກແສ່ວມູນເຊື້ອ. ພາບ: ຈິ້ງໂບ້/VNP


ຕາມປົກກະຕິ, ນາຍຊ່າງຕ້ອງເສຍເວລາແຕ່ 3-4 ວັນຈຶ່ງສາມາດສຳເລັດການຜະລິດພາບຖັກແສ່ວແຜ່ນໜຶ່ງ. ພາບ: ຈິ້ງໂບ້/VNP


ຂັ້ນຕອນການອອກແບບເທິງແຜ່ນແພຂອງນາຍຊ່າງບ້ານ ກວັດດົ້ງ. ພາບ: ຈິ້ງໂບ້/VNP


ນາຍຊ່າງບ້ານ ກວັດດົ້ງ ແນະນຳພາບອ່າວ ຫ້າລອງ ມາຍັງເພື່ອນມິດສາກົນ. ພາບ: ຈິ້ງໂບ້/VNP

ຈາກວິຖີ ອາຊີບຖັກແສ່ວ ແບບຄອບຄົວ, ບ້ານ ກວັດດົ້ງ ໄດ້ ສ້າງຕັ້ງສະຫະກອນ, ໂຄງງານຖັກແສ່ວ ເປັນມືອາຊີບຫຼາຍແຫ່ງ, ເຕົ້າໂຮມນາຍຊ່າງ ແຕ່ 200-500 ຄົນ. ນາຍຊ່າງຫຼາຍຄົນຢູ່ທີ່ນີ້ ກາຍເປັນນັກສິລະປະກຳ ທີ່ມີຊື່ສຽງ ຢູ່ຫວຽດນາມ ແລະ ເພື່ອນມິດສາກົນ ຮູ້ຈັກຄືທ່ານ ບຸ່ຍເລກິງ, ຜູ້ທີ່ເຄີຍ ຖັກແສ່ວເຄື່ອງນຸ່ງຫຼາຍຊຸດໃຫ້ແກ່ເຈົ້າຊີວິດບ໋າວດ້າຍ ແລະ ພະລາຊິນີ ນາມເຟືອງ, ທ່ານ ຖາຍວັນບົນ ມີຊື່ສຽງໂດ່ງດັງຜ່ານບັນດາ ພາບຖັກແສ່ວ ຫຼາຍແຜ່ນກ່ຽວກັບ ພາບຊີວິດ ຂອງ ບັນດາ ປະມຸກລັດ. 

ນາຍຊ່າງ ຫງວຽນຊວນຢຸກ ເປັນໜຶ່ງໃນບັນດານາຍຊ່າງມີ ຄວາມຮູ້ ແລະ ປະສົບການຫຼາຍກວ່າໝູ່ຢູ່ໝູ່ບ້ານແຫ່ງນີ້ ໃຫ້ຮູ້ວ່າ: “ມາດຕະຖານ ຂອງພາບຖັກແສ່ວສວຍງາມແຜ່ນໜຶ່ງ ແມ່ນເສັ້ນໄໝຫຍິບ ບໍ່ເປີດເຜີຍ, ລວດລາຍຕ້ອງ ຊັດເຈນ, ພິ ເສດ ຕ້ອງມີການປະສົມກົມກຽວ ຂອງ ສີ”. ພາບຖັກແສ່ວ ແຕ່ລະພາບ ຈະມີການພັດທະນາ ທ່ີກ້າວກະໂດດດ້ານເຕັກນິກ ແລະ ເນື້ອໃນ. ພາບຖັກແສ່ວ ກວັດດົ້ງ ໄດ້ຜະລິດທັງສອງໜ້າເທິງແພບາງ ດ້ວຍເສັ້ນໄໝ. ເວລາຊົມພາບຖັກແສ່ວແຜ່ນໜຶ່ງ, ຜູ້ຊົມ ບໍ່ສາມາດເບິ່ງເຫັນຈຸດເລີ່ມຕົ້ນ ແລະ ຈຸດສຸດທ້າຍ ແມ່ນຢູ່ບ່ອນໃດ ເພາະວ່າ ເສັ້ນໄໝຫຍິບ ໄດ້ບັນດານາຍຊ່າງ ເຊື່ອມເຂົ້າ ໃນຊ່ອງວ່າງລະຫວ່າງສອງໜ້າພາບຖັກແສ່ວ. ເພາະສະນັ້ນ, ເວລາເບິ່ງພາບຖັກແສ່ວກ່ຽວກັບ ພາບ ທຳມະຊາດ ຫຼື ການດຳລົງຊີວິດປະຈຳວັນ, ຜູ້ຊົມຈະຮູ້ສຶກຄື ພວມເບິ່ງ ພາບຖ່າຍຕົວຈິງ.

ບັນດາພາບຖັກແສ່ວໂດດເດັ່ນຂອງໝູ່ບ້ານ ກວັດດົ້ງ ໄດ້ຖືລົມຫາຍໃຈຂອງຊີວິດການເປັນຢູ່ປະຈຳວັນ ດ້ວຍຫົວຂໍ້ ແມ່ນ ຕົ້ນໄຮ, ທ່ານໍ້າ, ເຮືອ ແລະ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ຂອງ ຫວຽດນາມ ຄື: ວັດເສົາດຽວ, ຫໍ ຫງອກເຊີນ, ວິຫານ ຮ່ົງຖາຍ, ກຸງເກົ່າ ເຫວ້ ແລະ ອື່ນໆ. ນາຍຊ່າງຖັກແສ່ວ ກວັດດົ້ງ ມີການ ປະສົມກົມກຽວ ລະຫວ່າງ ບັນດາເລື່ອງລາວ ວັດທະນະທຳ ກັບສີສັນ ທ່ີສົດໃສຂອງເສັ້ນໄໝ ເພື່ອປະດິດ ສ້າງບັນດາ ພາບຖັກແສ່ວ ທີ່ເຕັ້ມໄປດ້ວຍສີສັນ ວັດທະນະທຳ ຫວຽດ. 
ພາບຖັກແສ່ວຈຳນວນໜຶ່ງຂອງນາຍຊ່າງບ້ານ ກວັດດົ້ງ: 


























ບົດ: ບິກເວີນ - ພາບ: ຈິ້ງໂບ້

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top