• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໝາກລິ້ນຈີ່ ແທງຮ່າ, ຫາຍເຢືອງ ທີ່ຕິດກາຢັ້ງຢືນຕົ້ນກຳເນີດ ຖືກສົ່ງອອກໄປຍັງຕະຫຼາດ ຝລັ່ງ ເປັນຄັ້ງທຳອິດ

      ນີ້ແມ່ນລິ້ນຈີ່ງວດທຳອິດດ້ວຍປະລິມານເກືອບ 1 ໂຕນ ໄດ້ສົ່ງອອກໄປຍັງ ຝລັ່ງ ຕາມໂຄຕາ.
            ໝາກລິ້ນຈີ່ ແທງຮ່າ ຂອງ ແຂວງ ຫາຍເຢືອງ ງວດທຳອິດ ທີ່ຕິດກາຢັ້ງຢືນຕົ້ນກຳເນີດ itrace247 ໂດຍກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ພັດທະນາ ໄດ້ຖືກຂົນສົ່ງໄປຮອດສະໜາມບິນ Charles de Gaulle ໃນເວລາ 12 ໂມງຂອງວັນທີ 12 ມິຖຸນາ. ນີ້ແມ່ນລິ້ນຈີ່ງວດທຳອິດດ້ວຍປະລິມານເກືອບ 1 ໂຕນ ໄດ້ສົ່ງອອກໄປຍັງ ຝລັ່ງ ຕາມໂຄຕາ. ທ່ານ ຫວູແອັງເຊີນ, ຜູ້ຮັບຜິດຊອບການຄ້າ ຫວຽດນາມ ປະຈຳ ຝລັ່ງ ໃຫ້ຮູ້ວ່າ ພາຍຫຼັງຄວາມມານະພະຍາຍາມແນະນຳ, ໂຄສະນາ ຜ່ານທາງອອນລາຍ, ໃບສັ່ງຊື້ສິນຄ້າປະເພດໝາກລິ້ນຈີ່ ແທັງຮ່າ, ແຂວງ ຫາຍເຢືອງ ຫວຽດນາມ ໂດຍບໍລິສັດ ຜະລິດການຄ້າ, ການບໍລິການ ຮົ່ງດໍ໋ ຈຳກັດ ກໍໄດ້ຖືກສົ່ງໄປຍັງຕະຫຼາດ ຝລັ່ງ ຢ່າງສຳເລັດຜົນ ແລະ ຈະຖືກຂາຍຢູ່ລະບົບຮ້ານສັບພະສິນຄ້າ ອາຊີ ຢູ່ ປາຣີ.
            ດ້ວຍການຕິດກາຢັ້ງຢືນຕົ້ນກຳເນີດ itrace247, ຜູ້ບໍລິໂພກຢູ່ ຝລັ່ງ ບໍ່ພຽງແຕ່ສາມາດສຳຜັດກັບຂໍ້ມູນກ່ຽວກັບຜະລິດຕະພັນ ແລະ ບໍລິສັດສົ່ງອອກໄດ້ຢ່າງລະອຽດ ເທົ່ານັ້ນ, ຫາກຍັງ ສະແດງໃຫ້ເຫັນພາດພົດກ່ຽວກັບນະໂຍບາຍຄຸ້ມຄອງທີ່ມີຍຸດທະສາດ ແລະ ຄວາມຮັບຜິດຊອບ ຂອງ ຫວຽດນາມ ອີກດ້ວຍ.
            ຄາດວ່າ, ໃນເດືອນ ມິຖຸນານີ້, ແຕ່ລະອາທິດ ຈະມີໃບສັ່ງຊື້ສິນຄ້າທີ່ຄ້າຍຄືກັນຈະຖືກສົ່ງໄປຍັງຕະຫຼາດ ຝລັ່ງ ເພື່ອສໍາຫຼວດຕະຫຼາດ ແລະ ມຸ່ງໄປເຖິງແຜນການສົ່ງອອກ ໝາກລິ້ນຈີ່ຫຼາຍກວ່າ 10 ລ້ານໂຕນຜ່ານທາງການບິນ ແລະ ທາງທະເລໃນປີ 2022. ອາທິດແລ້ວນີ້, ຫວຽດນາມ ກໍໄດ້ສົ່ງອອກໝາກລິ້ນຈີ່ ແທັງຮ່າ ເກືອບ 1 ໂຕນ ໄປຍັງ ສ.ເຊັກໂກ ຜ່ານທາງການບິນ. 
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top