• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜ້າທີ່ຈຸດສຸມພັດທະນາເສດຖະກິດ-ສັງຄົມຈຳນວນໜຶ່ງໃນສະພາບເກີດໂລກລະບາດ

     ຫວຽດນາມ ພວມຢູ່ໃນໄລຍະຮັບມືກັບການແຜ່ລະບາດຂອງໂລກລະບາດໂຄວິດ 19 ຮອບທີ 4 ຊື່ງມີຄວາມສັບສົນ, ຂອບຂະໜາດໃຫ່ຍມີລະດັບການແຜ່ລະບາດທີ່ໄວວາ ອັນໄດ້ສ້າງຄວາມຫຍຸ້ງຍາກຫຼາຍຢ່າງໃຫ້ແກ່ວຽກງານປ້ອງກັນ ຕ້ານໂລກລະບາດ, ບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ ກໍ່ຄືຊີວິດການເປັນຢູ່ຂອງ ປຊຊ. ໃນສະພາບການດັ່ງກ່າວ, ຫວ່າງແລ້ວນີ້, ກົມການເມືອງ ໄດ້ສະຫລຸບກ່ຽວກັບບາງໜ້າທີ່ຈຸດສຸມ ເພື່ອພັດທະນາເສດຖະກິດ-ສັງຄົມ.
ວາລະປະຊຸມເມື່ອວັນທີ 11/6 ຂອງກົມການເມືອງ (ພາບ: VOV)
      ໃນການເກີດໂລກລະບາດຮອບທີ 4 ນີ້, ນ້ຳໃຈສາມັກຄີ, ຊ່ວຍເຫຼືອຊື່ງກັນ ແລະ ກັນ, ການຮ່ວມເດີນທາງ, ຄວາມໄວ້ເນື້ອເຊື່ອໃຈ, ການສະໜັບສະໜູນ, ຮ່ວມແຮງຮ່ວມໃຈຂອງ ປຊຊ ຢູ່ພາຍໃນ ແລະ ຕ່າງປະເທດ ສືບຕໍ່ໄດ້ຮັບການເສີມຂະຫຍາຍ. ຄຽງຄູ່ກັນນັ້ນ ແມ່ນການເຂົ້າຮ່ວມຂອງອຳນາດການປົກຄອງຂັ້ນຕ່າງໆ, ບັນດາໝູ່ຄະນະ, ອົງການທີ່ມີໜ້າທີ່ຮັບຜິດຊອບ, ພິເສດແມ່ນກຳລັງແພດໝໍ, ທະຫານ, ຕຳຫຼວດ ແລະ ຖັນແຖວພະນັກງານຢູ່ແນວໜ້າຕ້ານໂລກລະບາດ... ການສ້າງຕັ້ງ “ກອງທຶນວັກຊິນ” ປ້ອງກັນ, ຕ້ານໂຄວິດ 19 ໄດ້ມີການແຜ່ຂະຫຍາຍອອກກ້ວາງໃນທົ່ວສັງຄົມ.
ທ່ານນາຍົກລັດຖະມົນຕີ ຟ້າມທິນຈິງ ກ່າວຄຳເຫັນທີ່ພິທີເປີດກອງທຶນປ້ອງກັນ ຕ້ານໂຄວິດ 19 (ພາບ: VGP)
       ເປັນເຈົ້າການໃນທຸກວິທີການເພື່ອຮັບມືກັບໂລກລະບາດຢ່າງທັນການ
     ເຖິງວ່າ ຫວຽດນາມ ພວມເສີມຂະຫຍາຍບົດຮຽນ ຈາກການຕ້ານໂລກລະບາດທີ່ເກີດຂຶ້ນ 3 ຮອບກ່ອນນັ້ນ ແລະ ໄດ້ຮັບຮູ້ບັນດາໝາກຜົນອັນຕັ້ງໜ້າໃນການຕ້ານໂລກລະບາດຄັ້ງນີ້ກໍ່ຕາມ, ແຕ່ກົມການເມືອງ ກໍ່ໄດ້ຮຽກຮ້ອງໃຫ້ທົ່ວລະບົບການເມືອງ ຈົ່ງສຸມກຳລັງໃນລະດັບສູງສຸດ ເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ 19 ດ້ວຍຈິດໃຈ “ຕ້ານໂລກລະບາດ ຄືດັ່ງຕ້ານສັດຕູ”. ທົ່ວລະບົບ ຕ້ອງເປັນເຈົ້າການໃນບັນດາວິທີການ, ແຜນການເພື່ອຮັບມືກັບທຸກກໍລະນີຢ່າງທັນການ, ບໍ່ໃຫ້ປະໝາດ ຫຼື ຂາດຄວາມລະມັດລະວັງຢ່າງເດັດຂາດ. ການນຳຂັ້ນຕ່າງໆ ສືບຕໍ່ຊີ້ນຳຢ່າງໃກ້ຊິດ, ແໜ້ນແຟ້ນ ແລະ ຜັນຂະຫຍາຍບັນດາມາດຕະການຢ່າງຂ້ຽວຂາດ, ມີໄຫວພິບ, ມີປະສິດທິຜົນ.
   ເພື່ອຍູ້ໄວການຊື້ ແລະ ຈັດການສັກວັກຊິນໃຫ້ ປຊຊ ເປັນຢ່າງດີນັ້ນ, ກົມການເມືອງ ໄດ້ຮຽກຮ້ອງມີການແກ້ໄຂບັນດາຂໍ້ຕິດຂັດດ້ານນິຕິກຳ ລະດົມທຸກແຫຼ່ງກຳລັງ, ສົ່ງເສີມການຫັນເປັນວຽກງານຂອງສັງຄົມ, ຂະຫຍາຍ “ກອງທຶນວັກຊິນ” ປ້ອງກັນ, ຕ້ານໂລກລະບາດໂຄວິດ 19. ກ່ຽວກັບການສັກວັກຊິນ, ຕ້ອງສຸ່ມໃສ່ສັກໃຫ້ບັນດາເປົ້າໝາຍຢູ່ແນວໜ້າປ້ອງກັນ, ຕ້ານໂລກລະບາດ, ເຂດມີຄວາມສ່ຽງສູງ, ຜູ້ອອກແຮງງານຜະລິດໂດຍກົງ ຢູ່ບັນດາເຂດອຸດສາຫະກຳ. ພ້ອມກັນນັ້ນແມ່ນສ້າງ, ເປີດເຜີຍໂຄງການ, ແຜນການສັກວັກຊິນໃຫ້ ປຊຊ ໂດຍໄວ ເພື່ອບັນລຸການຕ້ານທານໃນເຂດຊຸມຊົນ ດ້ວຍຂັ້ນຕອນເວລາລະອຽດ. ສືບຕໍ່ສ້າງກົນໄກ, ນະໂຍບາຍສົ່ງເສີມ, ໜູນຊ່ວຍ, ຊຸກຍູ້ການເຄື່ອນໄຫວຄົ້ນຄ້ວາ, ພັດທະນາວັກຊິນພາຍໃນປະເທດ.
ບໍ່ໃຫ້ການຜະລິດຖືກຂາດວັກຂາດຕອນ
   ໃນສະພາບໂລກລະບາດໂຄວິດ 19 ໄດ້ກໍ່ຜົນສະທ້ອນ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ກົມການເມືອງ ຮຽກຮ້ອງໃຫ້ມີການຮັບປະກັນການປະຢັດລາຍຈ່າຍງົບປະມານຢ່າງເຖິງຖອງ, ໂດຍສະເພາະແມ່ນລາຍຈາຍປະຈຳ ເພື່ອຮັບປະກັນແຫຼ່ງກຳລັງຢ່າງພຽງພໍໃຫ້ແກ່ການປ້ອງກັນ, ຕ້ານໂລກລະບາດ. ບັນດາອົງການທີ່ກ່ຽວຂ້ອງຕ້ອງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວກັບດ້ານລະບຽບການ, ກົນໄກ, ນະໂຍບາຍ ເພື່ອໜູນຊ່ວຍ, ຮັກສາ, ຊຸກຍູ້ການຜະລິດ, ດຳເນີນທຸລະກິດ; ບໍ່ໃຫ້ການຜະລິດຖືກຂາດວັກຂາດຕອນ, ໂດຍສະເພາະແມ່ນລະບົບສະໜອງທົ່ວໂລກ. ຄົ້ນຄ້ວາໃຫ້ທົດລອງນຳໃຊ້ passport ສຸຂະພາບເອເລັກໂຕນິກ ສຳລັບແຂກສາກົນ ໄປສູນທ່ອງທ່ຽວທີ່ສາມາດຄວບຄຸມໂລກລະບາດຈຳນວນໜຶ່ງໄດ້. ຍູ້ແຮງບັນດາມາດຕະການຈຳໜ່າຍຜະລິດຕະພັນກະເສດ ທີ່ພວມຢູ່ໃນລະດູການເກັບກ່ຽວຢູ່ບັນດາທ້ອງຖິ່ນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນ ທີ່ໂລກລະບາດໂຄວິດ 19 ໄດ້ມີການຜັນແປຢ່າງສັບສົນ. ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຊີ້ນຳການຄວບຄຸມໂລກລະບາດໃນການລ້ຽງສັດໃຫ້ເປັນຢ່າງດີ, ປ້ອງກັນ, ສະກັດກັ້ນ, ແກ້ໄຂບັນດາກໍລະນີກັກຕຸນ, ເພີ່ມລາຄາແບບບໍ່ປົກກະຕິຢ່າງທັນການ.
   ໂດຍໄດ້ຜ່ານຜ່າໄລຍະການເກີດໂລກລະບາດໂຄວິດ 19 ເປັນ 3 ຮອບ, ຫວຽດນາມ ໄດ້ຍົກສູງວິທີສຳຜັດທີ່ມີລັກສະນະເປັນເຈົ້າການສູງ ເມື່ອຮັບມືກັບໄວຣັດທີ່ແຜ່ລະບາດໃນເຂດຊຸມຊົນ. ຄວາມທຸ່ນທ່ຽງ, ການບໍລິຫານຢ່າງເປັນລະບົບ ໄດ້ນຳມາເຊິ່ງປະສິດທິຜົນສູງໃນການປ້ອງກັນ, ຕ້ານໂລກລະບາດ ກໍ່ຄືໃນການພັດທະນາເສດຖະກິດ. ໃນການເກີດໂລກລະບາດຮອບທີ 4 ນີ້, ດ້ວຍການຊີ້ນຳຢ່າງໃກ້ຊິດຂອງກົມການເມືອງ, ການເປັນເຈົ້າການຂອງບັນດາຂັ້ນ, ຂະແໜງການ, ທ້ອງຖິ່ນຕ່າງໆ, ປຊຊ ເຊື່ອໝັ້ນວ່າ ອີກເທື່ອໜຶ່ງ, ຫວຽດນາມ ຈະຜ່ານຜ່າໂລກລະບາດໂຄວິດ 19 ໄປໄດ້.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top