• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໜັງ​ສື​ພິມ ຣູ​ມານີ ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບການ​ ເຈ​ລະ​ຈາ​ທາງ​ໂທ​ລະ​ສັບ ລະ​ຫວ່າງ​ ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຣູ​ມາ​ນີ Klaus Iohannis

ວັນທີ 14 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຣູມານີ Klaus Iohannis. ແລະກໍ່ໃນວັນດຽວກັນ, ສຳນັກຂ່າວສານ ຣູມານີ ກໍ່ໄດ້ລົງຂ່າວເປັນຈຳນວນຫຼວງຫຼາຍກ່ຽວກັບເຫດການນີ້.
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເຈລະຈາທາງໂທລະສັບກັບທ່ານປະທານາທິບໍດີ ຣູມານີ Klaus Iohannis (ພາບ: TTXVN)

ບົດຂຽນໃຫ້ຮູ້ວ່າ ຝ່າຍຣູມານີ ໄດ້ຕີລາຄາສູງການເຈລະຈາທາງໂທລະສັບລະຫວ່າງການນຳສອງປະເທດ. ຕາມທຳນຽບປະທານາທິບໍດີ ຣູມານີ ແລ້ວ, ການເຈລະຈາທາງໂທລະສັບໄດ້ສ້າງກາລະໂອກາດແລກປ່ຽນທັດສະນະກ່ຽວກັບບັນດາການພັດທະນາຫຼ້າສຸດ ແລະ ແງ່ຫວັງໃຫ້ແກ່ການພົວພັນສອງຝ່າຍ ລະຫວ່າງ ຣູມານີ ແລະ ຫວຽດນາມ ລວມມີວຽກງານປ້ອງກັນຕ້ານໂລກລະບາດໂຄວິດ - 19. ໃນການເຈລະຈາທາງໂທລະສັບ, ການນຳສອງທ່ານໄດ້ປຶກສາຫາລື ກ່ຽວກັບການພົວພັນທີ່ເປັນມູນເຊື້ອ, ການໂອ້ລົມສົນທະນາດ້ານການເມືອງ ກໍ່ຄືການພົວພັນດ້ານເສດຖະກິດ ລະຫວ່າງສອງປະເທດ.

ກ່ອນທີ່ປະກາດຈະມອບວັກຊິນກັນໂຄວິດ - 19 ແມ່ນ 100.000 ໂດສ ໃຫ້ແກ່ ຫວຽດນາມ, ທ່ານປະທານາທິບໍດີ ຣູມານີ Klaus Iohannis ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈສາມັກຄີ ເຊິ່ງ ຫວຽດນາມ ໄດ້ສະຫງວນໃຫ້ແກ່ ຣູມານີ ຜ່ານການມອບອຸປະກອນການແພດ ເມື່ອໂລກລະບາດໂຄວິດ - 19 ລະບາດຢູ່ປະເທດນີ້ ໃນປີກາຍ ແລະ ສະແດງໃຫ້ເຫັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ຫວຽດນາມ ໃນບັ້ນຕໍ່ສູ້ຍູ້ໂລກລະບາດໃຫ້ຖອຍໄປ.

ຝ່າຍ ຣູມານີ ມີຄວາມຫວັງວ່າ, ດ້ວຍການພົວພັນສອງຝ່າຍອັນດີງາມ ກໍ່ຄືເລື່ອງສັນຍາການຄ້າເສລີ ຫວຽດນາມ - ຣູມານີ ມີຜົນສັກສິດ, ໃນໄລຍະຈະມາເຖິງ ການຮ່ວມມືລະຫວ່າງ ຣູມານີ ຫວຽດນາມ ຈະພັດທະນາໄປໄກກ່ວາອີກ ດ້ວຍວິທີການກຳນົດບັນດາຂົງເຂດໃໝ່ໃຫ້ແກ່ການຮ່ວມມືສອງຝ່າຍ ກໍ່ຄືເພີ່ມທະວີການຮ່ວມມືຫຼາຍຝ່າຍ ເພື່ອປັບປຸງຄວາມເປັນລະບຽບຮຽບຮ້ອຍໃນທົ່ວໂລກ ໂດຍອີງໃສ່ຫຼັກການສາກົນ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top