• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII

ກ່າວຄຳເຫັນໄຂກອງປະຊູມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມໄດ້ດຳເນີນໃນບັນຍາກາດທົ່ວປະເທດ ຫາກໍ່ຕ້ອນຮັບບຸນເຕັດ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພວມຕັ້ງໜ້າຜັນຂະຫຍາຍ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. 
ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)

ຕອນເຊົ້າວັນທີ 8 ມີນາ, ກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ໄຂຂຶ້ນຢູ່ນະຄອນຫຼວງ ຮ່າໂນ້ຍ ໂດຍທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ເປັນປະທານ ແລະ ກ່າວຄຳເຫັນໄຂກອງປະຊຸມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ບໍລິຫານວາລະໄຂກອງປະຊຸມ. ທີ່ກອງປະຊຸມ, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ປຶກສາຫາລື ກ່ຽວກັບ: ໂຄງການເຮັດວຽກຂອງທັງອາຍຸການ ຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII, ແນະນຳບຸກຄະລາກອນການນຳຂັ້ນສູງຂອງບັນດາອົງການແຫ່ງລັດ ແລະ ບາງບັນຫາສຳຄັນອື່ນໆ.

ກ່າວຄຳເຫັນໄຂກອງປະຊູມ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ: ກອງປະຊຸມໄດ້ດຳເນີນໃນບັນຍາກາດທົ່ວປະເທດ ຫາກໍ່ຕ້ອນຮັບບຸນເຕັດ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນດີງາມຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະ ພວມຕັ້ງໜ້າຜັນຂະຫຍາຍ ການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ພ້ອມທັງຮີບເຮັ່ງ ກະກຽມ ດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢ່າງມີໄຊ. ພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກ ມາຮອດປັດຈຸບັນ, ກົມການເມືອງໄດ້ຮີບເຮັ່ງຊີ້ນຳການບູລະນະໃຫ້ສຳເລັດ ແລະ ປະກາດບັນດາເອກະສາດຂອງ ກອງປະຊຸມໃຫຍ່, ກະກຽມປະກາດຄຳສັ່ງຂອງ ກົມການເມືອງ ກ່ຽວກັບການຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ, ໂຄສະນາ ແລະ ຜັນຂະຫຍາຍການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ກະກຽມສ້າງບັນດາຂໍ້ກຳນົດກ່ຽວກັບການເຮັດວຽກ, ພ້ອມກັບບາງເນື້ອໃນສຳຄັນອື່ນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝຸຈ້ອງໃຫ້ຮູ້ວ່າ:

ສະເໜີໃຫ້ສູນກາງພັກສຸມໃສ່ ປຶກສາຫາລື, ຄັດເລືອກນຳເຂົ້າບັນດາໂຄງການ ບັນດາບັນຫາໃຫຍ່, ສຳຄັນ ແລະ ຈຳເປັນທີ່ສຸດ, ເໝາະສົມກັບພາລະໜ້າທີ່ ແລະ ສິດອຳນາດຂອງ ຄະນະບໍລິຫານງານສູນກາງພັກ. ໃຫ້ບຸລິມະສິດແກ່ບັນດາບັນຫາ  ຮີບຮ້ອນ, ຫຍຸ້ງຍາກຕ້ອງຮັບການແກ້ໄຂ, ບັນດາຂັ້ນຕອນບຸກທະລຸ, ບັນດາໜ້າທີ່ຫຼັກແຫຼ່ງ. ສ້າງກົງຈັກຂອງລະບົບການເມືອງຢ່າງກະທັດຮັດ, ມີການເຄື່ອນໄຫວຢ່າງມີປະສິດທິຜົນ. ສືບຕໍ່ຍູ້ແຮງການຕໍ່ສູ້ປ້ອງກັນ, ສະກັດກັ້ນ ການສໍ້ລາດບັງຫຼວງ,  ຟຸ່ມເຟືອຍ, ອາດຍາສິດ, ເດັດດຽວຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕຢ່າງໝັ້ນຄົງ, ຄວາມເປັນເອກະພາບ, ປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອພັດທະນາປະເທດຊາດ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

ຕາມໂຄງການ, ກອງປະຊຸມຈະດຳເນີນຮອດວັນທີ 9 ມີນາ 2021 ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top