• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂເວທີີປາໄສສົ່ງເສີມການຖ່າຍທອດເຕັກໂນໂລຢີ ຫວຽດນາມ - ລາວ 2018

      ຕອນເຊົ້າວັນທີ 9 ສິງຫາ, ຢູ່ສະຖາບັນຄຸ້ມຄອງວິທະຍາສາດ ແລະ ເຕັກໂນໂລຢີ ຂອງລາວ ຢູ່ນະຄອນຫຼວງວຽງຈັນ, ໄດ້ເນີນພິທີໄຂເວທີປາໄສສົ່ງເສີມການຖ່າຍທອດເຕັກໂນໂລຢີຫວຽດນາມ - ລາວ ປີ 2018 (TechConnect VietNam – Lao).

ພິທີລົງນາມໃນສັນຍາວ່າດ້ວຍການຮ່ວມມື ແລະຖ່າຍທອດເຕັກໂນໂລຢີ ລະຫວ່າງບັນດາມະຫາວິທະຍາໄລ,
ວິສາຫະກິດ ຫວຽດນາມ ກັບບັນດາວິສາຫະກິດລາວ
(ພາບ:  Pham Kien/TTXVN)
      ກ່າວຄໍາເຫັນໄຂເວທີປາໄສ, ທ່ານຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ເຈີ່ນວັນຕຸງ ເນັ້ນໜັກວ່າ: ເວທີປາໄສ TechConnect VietNam – Lao ຄັ້ງນີ້ ຈະຊ່ວຍເຮັດໃຫ້ການເຄື່ອນໄຫວຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຂອງສອງປະເທດ ມີຄວາມສະໜິດຕິດພັນຢ່າງເລິກເຊິ່ງກວ່າ, ເພີ່ມທະວີການພົບປະ, ແລກປ່ຽນ, ສົມທົບກັນຄົ້ນຄວ້າຂອງບັນດານັກວິທະຍາສາດສອງປະເທດ, ການຮ່ວມມືໃນການຄົ້ນຄວ້າ - ໝູນໃຊ້ເຕັກໂນໂລຢີລະຫວ່າງບັນດາວິສາຫະກິດຫວຽດນາມ ແລະ ລາວ, ພ້ອມທັງເພີ່ມທະວີການພົບປະ ແລກປ່ຽນປະຊາຊົນທີ່ຄເຕັມໄປດ້ວຍວາມສາມັກຄີ.
        ພາຍໃນສອງວັນດໍາເນີນເວທີປາໄສ ຄືວັນທີ 9 – 10 ສິງຫາ, TechConnect VietNam – Lao ກໍໄດ້ຈັດບັນດາກອງປະຊຸມສໍາມະນາຫົວເລື່ອງສະເພາະ ດ້ວຍບັນດາເນື້ອໃນຄື ມາດຕະການສົ່ງເສີມການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ - ລາວ, ການພັດທະນາກະສິກໍາແບບຍືນຍົງ, ການກໍາຈັດມົນລະພິດສິ່ງແວດລ້ອມ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ. ນອກຈາກນັ້ນ, ເວທີປາໄສຍັງຈັດບັນດາການວາງສະແດງເຕັກໂນໂລຢີ  ຢູ່ 25 ເຂດ, ແນະນໍາກ່ຽວກັບບັນດາຜົນງານແຫ່ງການຄົ້ນຄວ້າ, ບັນດາເຕັກໂນໂລຢີມີຄວາມສາມາດບົ່ມຊ້ອນຫັນເປັນການຄ້າໃນຂົງເຂດຕ່າງໆຄື ການປຸງແຕ່ງ, ການຄຸ້ມຄອງຮັກສາບັນດາຜະລິດຕະພັນກະເສດ, ພະລັງງານຜະລິດຄືນໃໝ່.... ແລະ ອື່ນໆ ເພື່ອແນໃສ່ຊ່ວຍບັນດາສະຖາບັນ, ມະຫາວິທະຍາໄລ ແລະ ບັນດາວິສາຫະກິດຂອງສອງປະເທດມີໂອກາດເຊື່ອມຕໍ່, ພົບປະສັງສັນ, ຮ່ວມມື ແລະ ຖ່າຍທອດເຕັກໂນໂລຢີ ຮັບໃຊ້ໃຫ້ແກ່ພາລະກິດແຫ່ງການພັດທະນາເສດຖະກິດຂອງສອງປະເທດ.
 (ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top