• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສາມແຍກ ກໍ່ນ່ອຍ - ບົດເພງອຳມະຕະໃນບັ້ນຮົບດ້ຽນບຽນຝູ໋

ໂດຍແມ່ນຈຸດໄຂວ່ກັນຂອງບັນດາເສັ້ນທາງຄົມມະນາຄົມເຊື່ອມຕໍ່ເຂດທົ່ງພຽງພາກເໜືອ, ເຂດຖານທີ່ໝັ້ນຫວຽດບັກ, ລະຫວ່າງເຂດສາມ (ຫ໋າຍຟ່ອງ, ກຽນອານ, ຖາຍບິ່ງ, ຮຶງອຽນ, ຫ໋າຍເຢືອງ) ລະຫວ່າງເຂດສີ່ (ແທັງຮວ໊າ, ເງະອານ, ຮ່າຕິ໊ງ, ກວ່າງບິ່ງ, ກວ໋າງຈິ, ເທື່ອທຽນ) ກັບສະໜາມຮົບ ດ້ຽນບຽນຝູ໋, ສາມແຍກ ກໍ່ນ່ອຍ ຂຶ້ນກັບບໍລິເວນຕາແສງ ກໍ່ນ່ອຍ ເມືອງ ມາຍເຊີນ ແຂວງ ເຊີນລາ ແມ່ນຊ່ວງທາງຄົມມະນະຄົມທີ່ເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ. ຢູ່ແຫ່ງນີ້ມີພະນັກງານນັກຮົບ ຊາວໜຸ່ມຕະລຸມບອນ ແລະ ປະຊາຊົນ ບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະຫຼະຊີວິດ ປະກອບສ່ວນສ້າງບົດເພງອຳມະຕະໃຫ້ແກ່ໄຊຊະນະ ດ້ຽນບຽນຝູ໋ ຄືວັນທີ 7 ພຶດສະພາ ປີ 1954
ອະນຸສາວະລີສາມແຍກ ກໍ່ນ່ອຍ

ເພື່ອລຳລຽງໃຫ້ການສູ້ຮົບຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຢູ່ສະໜາມຮົບ ດ້ຽນບຽນຝູ໋ ກ່ອນນີ້ 70 ປີ, ມີເຄືອຂ່າຍຂົນສົ່ງໄດ້ຮັບການສ້າງຕັ້ງຂຶ້ນ ແລະ ລ້ວນແຕ່ຕ້ອງຜ່ານສາມແຍກ ກໍ່ນ່ອຍ. ກອງທັບຝຣັ່ງ ໄດ້ກຳນົດວ່າ ນີ້ແມ່ນເອັນຕາຍຂອງເສັ້ນທາງລຳລຽງສະໜອງອາວຸດສະບຽງອາຫານຂອງທະຫານ ຫວຽດນາມ ໄປຍັງ ດ້ຽນບຽນ ດັ່ງນັ້ນໄດ້ອອກຄຳສັ່ງໃຫ້ກອງທັບອາກາດຝຣັ່ງ ຢູ່ ອິນດູຈີນ ໃຊ້ດ້ວຍທຸກວິທີ ຕ້ອງຫັນສາມແຍກກໍ່ນ່ອຍ ແຂວງ ເຊີນລາ ກາຍເປັນ ບຶງຕົມ. ສາມແຍກ ກໍ່ນ່ອຍ ນັບແຕ່ນັ້ນໄດ້ກາຍເປັນຈຸດຮ້ອນ ເຊິ່ງແມ່ນບ່ອນໄດ້ເກີດມີການຕໍ່ສູ້ທາງດ້ານປັນຍາ ແລະ ກຳລັງທັບຢ່າງດຸເດືອດລະຫວ່າງສອງຝ່າຍ. ດ້ວຍຄວາມຕັດສິນໃຈ ແລະ ປົກປັກຮັກສາເສັ້ນທາງທີ່ສຳຄັນນີ້ ມີຊາວໜຸ່ຕະລຸມບອນຫຼາຍກວ່າ 18.000 ເທື່ອຄົນ ໄດ້ຖືກຈັດສົ່ງມາຈາກທຸກທ້ອງຖິ່ນມາຮັບໃຊ້ບັ້ນຮົບ. ໃນນັ້ນປະຈຳການຢູ່ສາມແຍກ ກໍ່ນ່ອຍ ມີປະມານ 1.000 ຄົນ. ນາງ ຫວຽນທິນຸ ອະດີດຊາວໜຸ່ມຕະລຸມບອນ ໃຫ້ຮູ້ວ່ານັບແຕ່ຈຸດເວລາຕົ້ນປີ 1954 ມາເຖິງສິ້ນສຸດບັ້ນຮົບ ດ້ຽນບຽນຝູ໋, ມື້ໃດຢູ່ສາມແຍກ ກໍ່ນ່ອຍ ກໍ່ດັງສະນັ່ນຫວັ່ນໄຫວ ດ້ວຍສຽງລະເບີດລູກປືນ. ເມື່ອກາງເວັນທຸກໆຄົນຕ້ອງຍົກຍ້າຍໄປຢູ່ບ່ອນປອດໄພ ຮອດຍາມຄ່ຳຄືນກໍ່ພ້ອມກັນອອກມາສ້ອມແປງເຮັດທາງ ເພື່ອໃຫ້ທະຫານ ທະຫານລາດ ລົດຂົນສົ່ງອາວຸດ ສະບຽງອາຫານແລ່ນຜ່ານກ່ອນທີ່ດວງຕາເວັນອອກ. ນາງ ຫງວຽນທິນຸ ໃຫ້ຮູ້ວ່າ:

“ຄາວນັ້ນຝຣັ່ງ ຕີແຮງທີ່ສຸດ ແຕ່ລະມື້ກໍ່ຖິ້ມລະເບີດທຳລາຍນັບ 100 ໂຕນ ເສັ້ນທາງໄປມາຫຍຸ້ງຍາກທີ່ສຸດ ຕ້ອງເປີດທາງລັດຜ່ານໂນນພູ, ຮຽກຮ້ອງໃຫ້ທົ່ວປວງຊົນເຂົ້າຮ່ວມຂົນສົ່ງສະບຽງອາຫານ ຂົນສົ່ງລູກປຶນ… ບໍ່ຈັກວ່າເທົ່າໃດຄົນໄດ້ເສຍສະຫຼະຊີວິດຢູ່ແຫ່ງນີ້ ດັ່ງນັ້ນພວກຂ້າພະເຈົ້າຍິ່ງຮ່ວມແຮງຮ່ວມໃຈ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປົດປ່ອຍ ດ້ຽນບຽນຝູ໋”.

ທ່ານ ລໍ່ວັນເຮັ໊ງ ສັງກັດພາກສ່ວນທະຫານຊ່າງແສງຢູ່ສາມແຍກ ກໍ່ນ່ອຍ ຫວນຄືນວ່າ:

“ຄາວນັ້ນ ລັດຕ້ອງການມີຊາວໜຸ່ມຕະລຸມບອນ, ຂ້າພະເຈົ້າໄດ້ເຂົ້າຖັນຊາວໜຸ່ມຕະລຸມບອນ ແລະ ຖືກເຮັດວຽກຢູ່ພາກສ່ວນທະຫານຊ່າງແສງທຳລາຍລູກລະເບີດ. ມີບາງມື້ສັດຕູໄດ້ຍິງທຳລາຍຢ່າງດຸເດືອດ, ຂ້າພະເຈົ້າເອງກໍ່ບໍ່ໄດ້ກິນເຂົ້າໃນສາມວັນສາມຄືນ ແຕ່ກໍ່ຍັງພະຍາຍາມປະຕິບັດໜ້າທີ່”.

ເພື່ອອາໄລຫາ ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມາມດີ ຂອງກອງທັບ ແລະ ປະຊາຊົນ, ຊາວໜຸ່ມຕະລຸມບອນນັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ. ແຕ່ປີ 2000 ຫາ 2002 ແຂວງ ເຊີນລາ ໄດ້ກໍ່ສ້າງເຂດອາໄລຫາຊາວໜຸ່ມຕະລຸມບອນ ເສຍສະຫຼະຊີວິດຢູ່ສາມແຍກ ກໍ່ນ່ອຍ. ປີ 2004 ປູຊະນີຍະສະຖານຢູ່ແຫ່ງນີ້ ໄດ້ຖືກຈັດເປັນລະດັບຊາດ. ຮອດເດືອນກໍລະກົດ ປີ 2021 ສືບຕໍ່ສ້າງເຂດອາໄລຫາຈິດວິນຍານໄລຍະໜຶ່ງ ຂຶ້ນກັບໂຄງການບູລະນະ ແລະ ເສີມຂະຫຍາຍຄຸນຄ່າຮ່ອງຮອຍສະຖານປະຫວັດສາດສາມແຍກ ກໍ່ນ່ອຍ. ອ້າຍ ລໍ່ດຶກຫງອກ ຮອງເລຂາຄະນະຊາວໜຸ່ມເມືອງ ມາຍເຊີນ ແຂວງ ເຊີນລາ ແບ່ງປັນວ່າ:

“ອະນຸສາວະລີສາມແຍກ ກໍ່ນ່ອຍ ແມ່ນສະຖານທີ່ແດງ ເພື່ອໃຫ້ຊາວໜຸ່ມ ຫວຽດນາມ ເວົ້າລວມ ແລະ ຊາວໜຸ່ມເມືອງ ມາຍເຊີນ ແຂວງ ເຊີນລາ ເວົ້າສະເພາະ ສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຂອງຄົນລຸ້ນກ່ອນໆ ຈາກນັ້ັ້ນເສີມຂະຫຍາຍມູນເຊື້ອກິນເຂົ້າຄິດຮອດຄຸນນາ ກິນປາຄິດຮອດຄຸນນ້ຳອັນສູງສົ່ງຂອງຊາດ ຫວຽດນາມ”.

ສາມແຍກ ກໍ່ນ່ອຍ ແມ່ນສັນຍາລັກວິລະຊົນ ຂອງກຳລັງຊາວໜຸ່ມຕະລຸມບອນໃນບັ້ນຮົບ ດ້ຽນບຽນຝູ໋ ແມ່ນແຫຼ່ງກຳລັງແຮງທາງດ້ານຈິດໃຈສ້າງພະລັງຊີວິດໃຫ້ແກ່ໄວໜຸ່ມລຸ້ນປັດຈຸບັນ ເພື່ອສ້າງສາປະເທດຊາດໃຫ້ນັບມື້ນັບເຂັ້ມແຂງ ຮັ່ງມີສວຍງາມ. 

(ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top