• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂສັບປະດາວັດທະນະທໍາດ້ວຍຫົວຂໍ້ “ຢ້ຽມຊົມເຂດມໍລະດົກນາຂັ້ນໄດ” ຮວ່າງຊູຟີ່

ຕອນຄໍ່າວັນທີ 21 ກັນຍາ, ຢູ່ສະໜາມກິລາ ເມືອງ ຮວ່າງຊູຟີ່ ແຂວງຮ່າຢາງ ໄດ້ດໍາເນີນພິທີໄຂສັບປະດາວັດທະນະທໍາດ້ວຍຫົວຂໍ້ “ຢ້ຽມຊົມເຂດມໍລະດົກນາຂັ້ນໄດ” ຮວ່າງຊູຟີ່ ປີ 2019. 

ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ມອບຂໍ້ຕົກລົງຮັບຮອງເອົາມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ ສໍາລັບ ອາຊີບຕີເງິນຂອງຊົນເຜົ່ານຸ່ງ ຢູ່ ຮວ່າງຊູຟີ່ ແຂວງຮ່າຢາງ (ພາບ: TTXVN)

ສັບປະດາວັດທະນະທໍາດ້ວຍຫົວຂໍ້ “ເຂດມໍລະດົກນາຂັ້ນໄດ” ຮວ່າງຊູຟີ່ ປີ 2019 ໄດ້ຖືກໄຂຂຶ້ນ ແມ່ນເພື່ອແນໃສ່ເຊີດຊູຄຸນຄ່າວັດທະນະທໍາ, ພ້ອມທັງອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່່າທີ່ເປັນມູນເຊື້ອຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ແຂວງຮ່າຢາງ.

        ທີ່ພິທີໄຂ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ມອບຂໍ້ຕົກລົງຮັບຮອງເອົາມໍລະດົກວັດທະນະທໍາບໍ່ເປັນວັດຖຸລະດັບຊາດ ສໍາລັບ ອາຊີບຕີເງິນຂອງຊົນເຜົ່ານຸ່ງ ຢູ່ ຮວ່າງຊູຟີ່ ແຂວງຮ່າຢາງ; ມອບລາງວັນນັກສິລະປະການ ຊົງຊາ ຫວຽດນາມ ປີ 2019.

        ໂດຍຕາງໜ້າໃຫ້ແກ່ພັກ, ລັດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຕີລາຄາສູງ ອົງຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນບັນດາເຜົ່າແຂວງຮ່າຢາງ ທີ່ໄດ້ກໍ່ສ້າງ ຮ່າຢາງ ໃຫ້ນັບມື້ນັບຮັ່ງມີສວຍງາມ.  ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຮຽກຮ້ອງໃຫ້ແຂວງ ຮ່າຢາງ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ ໃຫ້ເໝາະສົມ ແລະ ມີປະສິດທິຜົນ, ນໍາ ຮ່າຢາງ ໃຫ້ຫຼຸດພົ້ນອອກຈາກສະພາບຄວາມທຸກຍາກເປັນພິເສດ ເທື່ອລະກ້າວ. 

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top