• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດ ອາຊຽນ ຄັ້ງທີ 21

      ຕອນເຊົ້າວັນທີ 24 ພະຈິກ, ກອງປະຊຸມຜູ້ບັນຊາການທະຫານບົກບັນດາປະເທດອາຊຽນ ຄັ້ງທີ 21 (ACAMM-21) ໄດ້ຈັດຕັ້ງຕາມຮູບການອອນລາຍ. ພາຍຫລັງພິທີໄຂ, ບັນດາຜູ້ແທນໃນກອງປະຊຸມໄດ້ປຶກສາຫາລືຕາມຫົວຂໍ້ “ຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືຂອງກອງທັບບັນດາປະເທດ ອາຊຽນ ແນໃສ່ແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງພາກພື້ນໃນເງື່ອນໄຂປົກກະຕິໃໝ່ ຍ້ອນໂລກລະບາດໂຄວິດ-19”.

ທີ່ກອງປະຊຸມ (ພາບ: TTXVN)
      ກ່າວຄຳເຫັນນະທີ່ນີ້, ທ່ານພົນຕີ ຫງວຽນວັນເຫງຍ, ຮອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໄດ້ແບ່ງປັນບົດຮຽນການຮັບມືກັບໂລກລະບາດໂຄວິດ-19 ແລະ ໄພພິບັດທຳມະຊາດໃນໄລຍະຜ່ານມາຂອງກອງທັບປະຊາຊົນ ຫວຽດນາມ; ທ່ານເຊື່ອໝັ້ນວ່າ ດ້ວຍຈິດໃຈສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ກຳລັງທະຫານບົກບັນດາປະເທດອາຊຽນ ຈະສືບຕໍ່ສາມັກຄີ, ແບ່ງປັນບົດຮຽນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ, ຊອກຫາບັນດາຂໍ້ລິເລີ່ມ ເພື່ອຊຸກຍູ້ການຮ່ວມມື, ຮັບມືກັບບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມທີ່ພວມປະກົດຂຶ້ນຢ່າງມີປະສິດທິຜົນ ເພື່ອສັນຕິພາບ ແລະ ວັດທະນາຖາວອນຂອງພາກພື້ນ.
        ແລະກໍ່ໃນກອງປະຊຸມດັ່ງກ່າວ ກໍ່ດຳເນີນພິທີມອບຮັບຕຳແໜ່ງປະທານ ACAMM ໃຫ້ ມຽນມາ.
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top