• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ “ສັບ​ປະ​ດາ​ເຄື​່ອງ​ໝາຍແຫ່ງ​ຊາດ 2021”

“ສັບປະດາເຄື່ອງໝາຍແຫ່ງຊາດ 2021” ໄດ້ໄຂຂຶ້ນໃນວັນທ 19 ເມສາ, ຢູ່ນະຄອນໂຮ່ຈີມິນ. ເຫດການເພື່ອແນໃສ່ເພີ່ມທະວີການຮັບຮູ້ເຄື່ອງໝາຍແຫ່ງຊາດ ແລະ ໂຄສະນາຜະລິດຕະພັນທີ່ບັນລຸ ເຄື່ອງໝາຍແຫ່ງຊາດ ເຊິ່ງໄດ້ຮັບການຮັບຮອງເອົາຈາກ ລັດຖະບານ ໄປຍັງວົງຄະນາຍາດສັງຄົມ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ບັນດາຜູ້ແທນກົດປຸ້ນໄຂ “ສັບປະດາເຄື່ອງໝາຍ ແຫ່ງຊາດ 2021”  (ພາບ: TTXVN)

ໃນຂອບເຂດ “ສັບປະດາເຄື່ອງໝາຍ ແຫ່ງຊາດ 2021” ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງວັນທີ 19 – 25 ເມສາ, ມີບັນດາການເຄື່ອນໄຫວສື່ສານມວນຊົນ, ໂຄສະນາກາງເວັນ, ແຂວນຄຳຂວັນ…ບົນຖະໜົນຫົນທາງ ຢູ່ບັນດາແຂວງ, ນະຄອນເກືອບທັງໝົດ ໃນທົ່ວປະເທດ. ໄປຄຽງຄູ່ກັນນັ້ນ, ມີຫຼາຍເວທີປາໄສ, ກອງປະຊຸມສຳມະນາຄື “ເວທີປາໄສເຄື່ອງໝາຍການຄ້າແຫ່ງຊາດຫວຽດນາມ 2021”ຢູ່ນະຄອນໂຮ່ຈີມິນ, “ກອງປະຊຸມສຳມະນາຍາດແຍ່ງໄມ້ງັດເຄື່ອງໝາຍແຫ່ງຊາດ ຫວຽດນາມ - ຍົກສູງລະດັບເຄື່ອງໝາຍຜະລິດຕະພັນ ຫວຽດນາມ” ຢູ່ຮ່າໂນ້ຍ…

ຜ່ານບັນດາລາຍການກະທຳຢ່າງລະອຽດ, “ສັບປະດາເຄື່ອງໝາຍ ແຫ່ງຊາດ 2021” ຫວັງວ່າຈະປະກອບສ່ວນເຂົ້າການສ້າງພາບພົດຂອງ ຫວຽດນາມ ແມ່ນປະເທດທີ່ມີອິດທິພົນຊື່ສຽງ ກ່ຽວກັບສິນຄ້າ ແລະ ການບໍລິການດ້ວຍຄຸນນະພາບສູງ, ຊຸກຍູ້ການພັດທະນາການຄ້າຕ່າງປະເທດ ແລະ ຍົກສູງກຳລັງຄວາມແກ້ງແຍ່ງແຫ່ງຊາດ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top