• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ໂຮງໝໍເຄື່ອນທີ່ ຢູ່ທະເລຕາເວັນອອກ

ກຳປັ່ນເສນາຮັກ 561 ມີພາລະກິດອັນສູງສົ່ງ ໃນການຊ່ວຍຊີ ວິດ ຜູ້ຄົນໃນທະເລຕາເວັນອອກ, ເປັນບ່ອນອີງທີ່ໝັ້ນຄົງ ໃນການຊ່ວຍເຫຼືອນັກຮົບ, ປະຊາຊົນ ທີ່ດໍາລົງຊີວິດເທິງເກາະ ເຈື່ອງຊາ (ແຂງ ແຄ໋ງຮ່ວາ) ແລະ ຊາວປະມົງ ໃນການດຳລົງຊີວິດ ຕິດພັນກັບການ ປະມົງ ມູນເຊື້ອ ແລະ ອຳນາດ ອະທິປະໄຕຢູ່ທະເລ, ໝູ່ເກາະແຫ່ງສັກສິດຂອງປະເທດຊາດ. 
ກຳປັ່ນເສນາຮັກ 561 ຫຼື ກໍາປັ່ນໂຮງໝໍ ແຄ໋ງຮ່ວາ-01, ໝາຍ ເລກ 561 ແມ່ນກຳປັ່ນທັນສະໄໝທີ່ສຸດໂດຍ ຫວຽດນາມ ເປັນ ຜູ້ສ້າງເອງ. ກຳປັ່ນເສນາຮັກ HQ 561 ໄດ້ຖືກສ້າງໂດຍບໍລິສັດ 189 ຂຶ້ນ ກັບກະຊວງປ້ອງກັນປະເທດ, ເປີດຕົວເມື່ອ ວັນທີ 26/4/2012 ແລະ ໄດ້ເປີດນຳໃຊ້ໃນຕົ້ນປີ 2013. ກຳປັ່ນ ມີນຳ້ໜັກ 2.070 ໂຕນ, ບັນທຸກລູກເຮືອພ້ອມ ຄະນະທ່ານໝໍ ໄດ້ເກືອບ 200 ຄົນ, ປະຕິບັດງານ  45 ມື້ຢ່າງຕໍ່ເນື່ອງ ກາງທະເລ ແລະ ສາມາດທົນກັບຄື້ນຈາກລະດັບ 8 ຫາ10. 


ກໍາປັ່ນເສນາຮັກ 561 ໄດ້ຮັບການຕີລາຄາ ແມ່ນໜຶ່ງໃນກຳປັ່ນຫຼາຍລຳທີ່ທັນສະໄໝທີສຸດຢູ່ ອາຊີ ຕາເວັນອອກສ່ຽງໃຕ້.


ກໍາປັ່ນເສນາຮັກ 561 ຫຼື ກໍາປັ່ນໂຮງໝໍ ແຄ໋ງຮ່ວາ-01, ໝາຍເລກ 561 ແມ່ນກຳປັ່ນທັນສະໄໝທີ່ສຸດໂດຍ ຫວຽດ ນາມ ເປັນຜູ້ສ້າງເອງ.


ບັນດາລູກເຮືອຕັ້ງໃຈໃນການບັນຊາກຳປັ່ນ.



ເຂດຈຳແນກປະເພດຂີ້ເຫຍື້ອຢູ່ເທິງ ກໍາປັ່ນເສນາຮັກ 561.


ທາງໄປມາເທິງ ກໍາປັ່ນເສນາຮັກ 561.


ກໍາປັ່ນ ໄດ້ຮັບການກໍ່ສ້າງຂ້ອນຂ້າງທັນສະໄໝ, ມີຕຽງ ນອນຄົນເຈັບ 15 ຕຽງ, ຫ້ອງຄົນເຈັບ 3 ຫ້ອງ, ຫ້ອງ ເກັບອຸ ປະກອນ 1 ຫ້ອງ.


ກຳປັ່ນເສນາຮັກ 561 ໄດ້ຕິດຕັ້ງອຸປະກອນ ທີ່ທັນສະໄໝ.


ຫ້ອງຜ່າຕັດ ໄດ້ຕິດຕັ້ງ ລະບົບຖ່າຍທອດສົດ ກັບໂຮງໝໍສູນກາງ ກອງທັບ 175 ຜ່ານ ລະບົບດາວທຽມ Vinasat.


ກວດກາອຸປະກອນເປັນປະຈຳ.
 

ກຳປັ່ນໄດ້ຮັບການລົງທຶນກໍ່ສ້າງຂ້ອນຂ້າງທັນສະໄໝ, ມີຕຽງ ນອນຄົນເຈັບ 15 ຕຽງ, ຫ້ອງຄົນເຈັບ 3 ຫ້ອງ, ຫ້ອງເກັບ ອຸປະ ກອນ 1 ຫ້ອງ, ຫ້ອງເກັບຢາ 1 ຫ້ອງ ແລະ ຫ້ອງອະເນກ ປະສົງອີກຫຼາຍຫ້ອງຄື: ຫ້ອງຟື້ນຟູສຸກເສີນ, ຫ້ອງສ່ອງໄຟຟ້າ ຫົວໃຈ, ແຂ້ວ-ຄາງ-ໜ້າ, ຫ້ອງວິໄຈ, ຫ້ອງຜ່າຕັດ, ຫ້ອງສ່ອງໄຟຟ້າ... ສະເພາະຫ້ອງຜ່າຕັດ ແລະ ຫ້ອງໃຫ້ຄໍາປຶກສາ ແມ່ນໄດ້ຕິດຕັ້ງ ລະບົບຖ່າຍທອດສົດ ກັບໂຮງໝໍສູນກາງ ກອງທັບ 175 ຜ່ານ ລະບົບດາວທຽມ Vinasat. ເພາະສະນັ້ນ, ຄະນະທ່ານໝໍ ຢູ່ເທິງກຳປັ່ນ ສາມາດໄດ້ຮັບຄໍາແນະນໍາ, ຊ່ວຍເຫຼືອຈາກແຜ່ນ ດິນໃຫຍ່ໄດ້ ໃນກໍລະນີຜ່າຕັດໃຫຍ່ ເມື່ອເຄື່ອນໄຫວ ກາງທະເລ. ໃນກໍລະນີທີ່ມີຄື້ນທະເລສູງ, ກຳປັ່ນໄດ້ຕິດຕັ້ງ ລະບົບປ້ອງກັນ ຄື້ນ 2 ຊັ້ນ ເພື່ອຊ່ວຍເຮັດໃຫ້ບັນດາ ທ່ານໝໍ ໄດ້ເຮັດວຽກໃນສະພາບແວດລ້ອມທີ່ດີທີສຸດ. 

ທ່ານຮ້ອຍເອກ ເຈິ່ນວັນຫງອກ (ທ່ານໝໍທີ່ເຮັດວຽກເທິງກຳປັ່ນ ເສນາຮັກ 561) ໃຫ້ຮູ້ວ່າ ຈຸດທ່ີເປັນເອກະລັກສະເພາະ ຂອງກຳປັ່ນລຳນີ້ ມັນມີຫ້ອງຫຼຸດຄວາມດັນ ທ່ີສາມາດໃຫ້ ບໍລິການ ສຸກເສີນຄົນເຈັບໄດ້ 8-10 ຄົນ ໃນຄັ້ງດຽວ. ຫ້ອງ ຫຼຸດຄວາມດັນນີ້ ມີຄວາມຊ່ຽວຊານ ໃນການແພດທາງທະເລ, ເຕົ້າໂຮມ ແລະ ປິ່ນປົວຄົນເຈັບ ໂດຍກະທັນຫັນ ຍ້ອນການ ດຳນໍ້າເລິກ.

ພ້ອມກັບບັນດາອຸປະກອນທີ່ທັນສະໄໝ, ກຳປັ່ນເສນາຮັກ HQ-561 ຍັງມີຖັນແຖວທ່ານໝໍ, ແພດ, ນັກວິຊາການ... ທີມີຄວາມສາມາດດ້ານວິຊາສະເພາະສູງ, ສາມາດຮັບປະກັນ ໃຫ້ແກ່ກໍລະນີສຸກເສີນ ແລະ ປິ່ນປົວໃຫ້ແກ່ນັກຮົບ ແລະ ປະຊາຊົນ ທີ່ພວມອາໄສ ແລະ ເຮັດວຽກຢູ່ເມືອງເກາະ ເຈື່ອງຊາ ກໍ່ຄືຊາວປະມົງ ທີ່ພວມຫາປາ ຢູ່ກາງທະເລ. 

ກຳປັ່ນເສນາຮັກ HQ-561 ໄດ້ເຂົ້າຮ່ວມການເຝິກຊ້ອມກັບບັນດາກຳປັ່ນ ຂອງປະເທດຕ່າງໆ 3 ຄັ້ງ. ເທື່ອທຳອິດ ກຳປັ່ນ 561 ໄດ້ເຂົ້າຮ່ວມການ ເຝິກຊ້ອມ ຫຼາຍຝ່າຍກັບກອງທັບເຮືອ ອາຊຽນ (KOMODO) ສົມທົບກັບການບັນເທົາທຸກ ດ້ານມະ ນຸດສະທໍາ, ຫຼຸດຜ່ອນຄວາມເສຍຫາຍຈາກ ໄພທຳມະຊາດ ຍ້ອນຄື້ນຊຶມານິ ແຕ່ວັນທີ 25/3-16/4/2014. ນີ້ແມ່ນການ ເຝິກຊ້ອມຂະໜາດໃຫຍ່ ດ້ວຍການເຂົ້າຮ່ວມຂອງ 18 ປະເທດ, ໃນນັ້ນ 13 ປະເທດໄດ້ສົ່ງກຳປັ່ນ 48 ລຳ ພ້ອມຈໍານວນພົນ  4.885 ຄົນເຂົ້າຮ່ວມ. ນອກຈາກກຸ່ມ ອາຊຽນ ຍັງມີກອງທັບ ເຮືອ ຂອງ ບັນດາປະເທດ ສ ຣັດເຊຍ, ສ ອາເມລິກາ, ຍີ່ປຸ່ນ, ສປ ຈີນ, ອິນເດຍ ແລະ ອົດສຕຣາລີ ເຂົ້າຮ່ວມອີກດ້ວຍ. 




ກວດສຸຂະພາບ ແລະ ປິ່ນປົວພະຍາດ ໃຫ້ ບັນດານັກຮົບ ຢູ່ ເທິງກໍາປັ່ນ.


ກໍາປັ່ນເສນາຮັກ 561 ໄດ້ແຈກຈ່າຍຢາ ໃຫ້ຊາວ ປະມົງ ທີ່ປະສົບໄພເທິງທະເລ ໂດຍບໍ່ຄິດຄ່າ ຢ່າງເປັນປະຈໍາ.


ຄວາມຮູ້ບຸນຄຸນຂອງຊາວປະມົງ ທີ່ມອບໃຫ້ແກ່ ບັນດາທ່ານໝໍ ເທິງ ກໍາປັ່ນເສນາຮັກ 561.

ປະຕິບັດ: ທົງຫາຍ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top