• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງໄດ້ປະຕິບັດສຳເລັດໜ້າທີ່

      ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງ, ໄດ້ສ້າງຕັ້ງຂຶ້ນແຕ່ວັນທີ 2 ກຸມພາ ເພື່ອ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍຫຼັງໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ ຈີ໊ລິງ.
ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງ ໄດ້ຕັ້ງຢູ່ສູນສາທາລະນະສຸກ ນະຄອນຈີ໊ລິງ, ແຂວງຫ໋າຍເຢືອງ
      ວັນທີ 28 ກຸມພາ, ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງ (ຕັ້ງຢູ່ສູນສາທາລະນະສຸກ ນະຄອນຈີ໊ລິງ, ແຂວງຫ໋າຍເຢືອງ) ໄດ້ຍຸບເລີກພາຍຫຼັງການເຄື່ອນໄຫວມາເປັນເວລາ 1 ເດືອນ, ອັນໄດ້ສ້າງບາດກ້າວເດີນທີ່ສຳຄັນ, ນຳນະຄອນຈີ໊ລິງກັບຄືນສູ່ສະພາບການເປັນປົກກະຕິ ເລີ່ມແຕ່ວັນທີ 2 ມີນາ 2021.
        ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງ, ໄດ້ສ້າງຕັ້ງຂຶ້ນແຕ່ວັນທີ 2 ກຸມພາ ເພື່ອ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍຫຼັງໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ ຈີ໊ລິງ. ໃນເວລາເກືອບ 1 ເດືອນ, ໂຮງໝໍໄດ້ຮັບຜູ້ຕິດເຊື້ອພະຍາດໂຄວິດ - 19 ປະມານ 300 ຄົນ ແລະ ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອ ປະມານ 250 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ທ່ານໝໍ ຮ່ວາງງອກເລິນ, ຜູ້ອຳນວຍການສູນສາທາລະນະສຸກນະຄອນ ຈິ໊ລິງ ແບ່ງປັນວ່າ:
        ໃນບັ້ນເຄື່ອນໄຫວນີ້, ພວກເຮົາຍາດໄດ້ໄຊຊະນະຢ່າງໃຫຍ່ຫຼາຍ. ທີ 1 ແມ່ນປິ່ວປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19ຫາຍດີ, ບໍ່ປະໃຫ້ມີຜູ້ເສຍຊີວິດ, ທີ 2 ແມ່ນສາມາດຄວບຄຸມໂລກລະບາດໄດ້, ທີ 3 ແມ່ນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນຕື່ມອີກ ແລະ ທີ 4 ແມ່ນພະນັກງານແພດໝໍບໍ່ມີຜູ້ໃດຕິດເຊື້ອ. ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນໝົດທຸກຄົນ, ບັນດາຜູ້ອຸປະຖຳ, ວິສາຫະກິດ, ໜ່ວຍງານທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ພວກຂ້າພະເຈົ້າໃນໄຊຊະນະຄັ້ງນີ້.
 (ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top