• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄງການ “ທົ່ວ​ປະ​ເທດ​ຮ່ວມ​ແຮງ​ຮ່ວມ​ໃຈ ​ເພື່ອ​ຄົນ​ທຸກ​ຍາກ” ປີ 2020: ຊ່ວຍ​ເຫຼືອຜູ້​ທຸກ​ຍາກ​ຢູ່​ເຂດ​ຊາຍ​ແດນ ​ແລະ ຜູ້​ຖືກ​ຜົນ​ເສຍ​ຫາຍ​ຈາກ​ໄພ​ທໍາ​ມະ​ຊາດ

ໂຄງການ “ທົ່ວປະເທດຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ” ປີ 2020 ຈະດໍາເນີນໃນເວລາ 20 ໂມງ ຂອງວັນທີ 17 ຕຸລາ. 

ກອງປະຊຸມກ່ຽວກັບການກະກຽມຈັດຕັ້ງການຜັນຂະຫຍາຍໂຄງການ“ທົ່ວປະເທດຮ່ວມແຮງຮ່ວມໃຈ ເພື່ອຄົນທຸກຍາກ” ປີ 2020 (ພາບ: vov.vn)

ໃນຕອນບ່າຍວັນທີ 22 ກັນຍາ, ກ່າວຄໍາເຫັນທີ່ກອງປະຊຸມກ່ຽວກັບການກະກຽມຈັດຕັ້ງການຜັນຂະຫຍາຍໂຄງການດັ່ງກ່າວ, ທ່ານ ເຈິ່ນແທັງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຮຽກຮ້ອງໃຫ້ ໂຄງການດັ່ງກ່າວ ຕ້ອງສ້າງກໍາລັງແຜ່ຂະຫຍາຍ ແລະ ຂົນຂວາຍ, ປຸກລະດົມປະຊາຊົນ, ວິສາຫະກິດ, ນັກທຸລະກິດ, ອົງການຈັດຕັ້ງ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນ, ຊາວຫວຽດນາມ ອາໄສຢູ່ ຕ່າງປະເທດ ທຸກຖ້ວນໜ້າເຂົ້າຮ່ວມການສະໜັບສະໜູນ ແລະ ຊ່ວຍເຫຼືອຜູ້ທຸກຍາກ. ຈາກນັ້ນ, ຕອບສະໜອງຂະບວນການແຂ່່ງຂັນ “ທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ - ບໍ່ປະໃຫ້ຜູ້ໃດຕົກຢູ່ທາງຫຼັງ” ໂດຍທ່ານນາຍົກລັດຖະມົນຕີ ປຸກລະດົມ ຢ່າງແທດຈິງ. ແຫຼ່ງກໍາລັງທັງໝົດທີ່ລະດົມມາໄດ້ຈາກໂຄງການດັ່ງກ່າວ ຈະບຸລິມະສິດໜູນຊ່ວຍຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນຜູ້ທຸກຍາກຢູ່ເຂດຊາຍແດນ, ບັນດາແຂວງທີ່ຖືກຜົນເສຍຫາຍຈາກໄພທໍາມະຊາດ ໃນປີ 2019 – 2020. ຈາກນັ້ນ, ຍ້ອງຍໍ, ຊົມເຊີຍບັນດາຄອບຄົວທຸກຍາກ ທີ່ມີຈິດໃຈບືນຕົວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.
(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top