• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ແມງປໍ ໄມ້ໃຜ່ ແທກຊາ

ບ້ານ ແທກຊາ ຢູ່ ແທກເທິດ, ຮ່າໂນ້ຍ ເປັນໝູ່ບ້ານອາຊີບແຫ່ງໜຶ່ງຕັ້ງຢູ່ຕີນວັດ ໄຕເຟືອງ ໄດ້ສ້າງອາຊີບຜະລິດ ແມງປໍ ດ້ວຍ ໄມ້ໃຜ່. ນັ້ນແມ່ນວິທີໜຶ່ງເພື່ອສະແດງໃຫ້ເຫັນ ຄວາມຮັກກັບ ແມງໄມ້ ແລະ ສະເໜີ ວັດທະນະທຳ ຫວຽດນາມ ສູ່ເພ່ືອນ ມິດສາກົນ ໃນ 5 ທະວີບ ອີກດ້ວຍ. 
ອ້າຍ ຫງວຽນວັນຕ່າຍ, ນາຍຊ່າງຜູ້ທຳອິດ ທີ່ ນຳອາຊີບຜະລິດ ແມງປໍ ດ້ວຍໄມ້ໃຜ່ ມາຍັງໝູ່ບ້ານ ແທກຊາ ກ່າວວ່າ: “ຄວາມ ຕັ້ງໃຈ ແມ່ນເງື່ອນໄຂທຳອິິດ ເພື່ອໃຫ້ນາຍຊ່າງ ສາມາດ ຜະ ລິດ ແມງປໍ ໂຕໜຶ່ງດ້ວຍໄມ້ໃຜ່ ທີ່ມີ ຊີວິດຊີວາ ແລະ ມີຄຸນນະ ພາບສູງ”. ແຕ່ຈຸດພິເສດ ຂອງ ແມງປໍທີ່ໄດ້ຜະລິດຢູ່ໝູ່ບ້ານ ແຫ່ງ ນີ້ ແມ່ນເຮັດດ້ວຍ ໄມ້ໃຜ່ 100%, ບໍ່ໄດ້ຕິດອຸປະກອນ ໃດໆ, ແຕ່ມັນ ສາມາດຮັກສາໄດ້ຄວາມດຸ່ນດ່ຽງຢ່າງງາມຕາ. 

ຂັ້ນຕອນທຳອິດໃນການຜະລິດ ແມງປໍໂຕໜຶ່ງ ອອກມານັ້ນ ແມ່ນການຄັດເລືອກວັດຖຸດິບ. ວັດຖຸດິບທີ່ໄດ້ເລືອກເພື່ອ ຜະ ລິດແມງປໍ ແມ່ນໄມ້ໃຜ່. ຈຸດເດັ່ນຂອງໄມ້ໃຜ່ ແມ່ນລຳຍາວ ແລະ ປວກບໍ່ກິນ, ເພາະສະນັ້ນ ຈຶ່ງສາມາດນຳໃຊ້ເພື່ອຜະ ລິດ ສິນຄ້າສົ່ງອອກ. ອ້າຍ ຕ່າຍ ໃຫ້ຮູ້ວ່າ: “ຖ້າໄມ້ໃຜ່ ບໍ່ດີ, ໃນຈຳ ນວນແມງປໍ ພັນໂຕ ຈະບໍ່ມີໂຕໃດທີ່ສາມາດຮັກສາຄວາມດຸ່ນ ດ່ຽງ”. 

ອ້າຍ ຕ່າຍ ໃຫ້ຮູ້ອີກວ່າ ມູນຫຼັກຂອງການຮັກສາຄວາມດຸ່ນດ່ຽງຈະຂຶ້ນກັບ 3 ຈຸດຄື: ສົບ, ປີກ ແລະ ຫາງ. 3 ຈຸດດັ່ງກ່່າວ ຕ້ອງ ສະເໝີກັນ ແລະ ນຳ້ໜັກຂອງມັນຕ້ອງຕົກໃສ່ທາງກາງ. ຈຸດໃຈ ກາງທີ່ໄດ້ເຊື່ອມຕໍ່ລະຫວ່່າງ 3 ຈຸດດັ່ງກ່າວ ຕ້ອງຢູ່ເທິງ ສົບ ຂອງ ແມງປໍ. ນີ້ແມ່ນມູນຫຼັກ ເພື່ອຊ່ວຍເຮັດໃຫ້ ແມງປໍ ສາ ມາດ ຮັກສາໄດ້ຄວາມດຸ່ນດ່ຽງ. 

ອ້າຍ ຫງວຽນວັນຕ່າຍ ແນະນຳໃຫ້ພວກຂ້າພະເຈົ້າຮູ້ຈັກ ກ່ຽວ ກັບແມງປໍ ຈຳນວນໜຶ່ງທີ່ເຮັດດ້ວຍໄມ້ໃຜ່ ໄດ້ທາສີຕາມ ທຸງ ຊາດ ຂອງ ບັນດາປະເທດ. ປີກເບື້ອງໜຶ່ງໄດ້ທາສີທຸງຊາດ ຫວຽດນາມ, ປີກເບື້ອງໜຶ່ງແມ່ນທຸງຊາດບັນດາປະ ເທດທີ່ ມີ ສາຍພົວພັນ ກັບຫວຽດນາມ ຄື: ຍີ່ປຸ່ນ, ສ ອາເມລິກາ, ສປຈີນ, ສ ເກົາຫຼີ, ອັງກິດ ແລະ ອື່ນໆ. 



ໝູ່ບ້ານອາຊີບ ແທກຊາ ນອນຢູ່ວັດ ໄຕເຟືອງ, ເມືອງ ແທກ ເທິດ, ຮ່າໂນ້ຍ. ພາບ: ຮ່ວຽນມີ



ໂຕ ແລະ ປີກ ແມງປໍ ໄດ້ຜ່ານຂັ້ນຕອນທຳອິດ ດ້ວຍເຄື່ອງຝົນ
ແລະ ຝີມືທີ່ຄ່ອງແຄ້ວຂອງນາຍຊ່າງ. ພາບ: ຮ່ວຽນມີ




ວັດຖຸດິບໄດ້ນຳໃຊ້ເພື່ອເຮັດ ແມງປໍ ແມ່ນໄມ້ໃຜ່, ເຖິງວ່າ ບາງ ແຕ່ແຂງ. ເປັນທ້ອງຖິ່ນປູກໄມ້ໃຜ່ຫຼາຍ, ແຕ່ເພື່ອ ຮັບປະ ກັນຕໍ່ ຄວາມອ່ອນນວນ, ທົນທານຂອງຜະລິດຕະພັນ, ຊາວ ບ້ານ ແທກຊາ ຕ້ອງນຳເຂົ້າວັດຖຸດິບມາຈາກບັນດາ ແຂວງ ຮວ່າບິ່ງ, ຕວຽນກວາງ, ວິງຟຸກ... ພາບ: ກົງດາດ



ຂັ້ນຕອນສຸດທ້າຍໃນການປະກອບ ແມງປໍ ເຂົ້າກັນ ເພື່ອເຮັດ
ໃຫ້ ແມງປໍ ສາມາດ ຢືນໄດ້, ກ່ອນທີ່ຈະສົ່ງ ແມງປໍ ໄປຍັງເຂດ ທາສີ. ພາບ: ຮ່ວຽນມີ




ຂັ້ນຕອນຍາກກວ່າໝູ່ ແລະ ຕ້ອງມີຄວາມລະອຽດລະອໍທີ່
ສຸດ ແມ່ນການປະກອບປີກ ເຂົ້າໂຕແມງປໍ. ພາບ: ກົງດາດ




ແມງປໍ ລໍຖ້າ ທາສີ ແລະ ແຕ້ມ. ພາບ: ກົງກາດ



ແມງປໍ ຫຼັງຈາກທີ່ໄດ້ປະກອບເຂົ້າກັນ ແລ້ວ ຈະໄດ້ສົ່ງມາຫ້ອງ
ທາສີ. ທີ່ນີ້ ແມງປໍ ຈະໄດ້ທາ 10 ສີແຕກຕ່າງກັນ. ພາບ: ກົງດາດ




ນາຍຊ່າງຕ້ອງມີຄວາມຕັ້ງໝັ້ນ, ລະອຽດລະອໍ ແລະ ລະມັດ ລະວັງ ເພື່ອເຮັດໃຫ້ບັນດາສ່ວນຍ່ອຍເທິງໂຕ ແມງປໍ ເຂົ້າ ກັນ ໂດຍດີ. ພາບ: ກົງດາດ



ແມງປໍ ຈະ ຖືກທາທຸກສີ ເພື່ອໃຫ້ມີຊີວິດຊີວາ. ພາບ: ຮ່ວຽນມີ



ບັນດາລວດລາຍ ຈະໄດ້ນາຍຊ່າງປະດິດຂຶ້ນເອງ, ເພາະສະ ນັ້ນ ແມງປໍ ທີ່ເຮັດດ້ວຍໄມ້ໃຜ່ຢູ່ ແທກຊາ ມີຄວາມຈັບໃຈ ໂດຍສະເພາະ. ພາບ: ກົງດາດ



ຂັ້ນຕອນການ ທາສີ ໃຫ້ແກ່ ແມງປໍ. ພາບ: ຮ່ວຽນມີ



ເພື່ອສຳເລັດການຜະລິດ ແມງປໍ ໂຕໜຶ່ງດ້ວຍໄມ້ໃຜ່, ນາຍ ຊ່າງຕ້ອງຜ່ານຫຼາຍຂັ້ນຕອນຄື: ແຕ່ງຮູບຊົງ, ຫາງ, ສົບ; ສືບ ຕໍ່ເຫຼົາປີກ, ຫົວ ແລະ ປະກອບເຂົ້າກັນ ເປັນແມງ ປໍໂຕ ທີ່ສຳ ເລັດຮູບ. ພາບ: ກົງດາດ

ສີທີ່ນຳໃຊ້ເພື່ອທາ ປີກຂອງແມງປໍ ສ່ວນຫຼາຍແມ່ນບໍ່ ມີພ້ອມ, ເພາະສະນັ້ນ ນາຍຊ່າງ ຕ້ອງປະສົມນຳ້ສີຕາມ ແນວຄວາມຄິດ ຂອງ ຕົນເອງ. 

ແມງປໍ ຫຼັງຈາກທີ່ໄດ້ທາສີໃຫ້ແລ້ວ ຈະໄດ້ເອົາໄປຕາກແດດຈົນແຫ້ງ ເພື່ອກະກຽມໃຫ້ແກ່ຂັ້ນຕອນ “ເສີມສວຍ”. 

ທາສີຄຳ, ແຕ້ມກີບດອກໄມ້, ແຕ້ມຮູບປະດັບປະດາ... ທຸກໆ ຂັ້ນຕອນດັ່ງກ່າວ ຕ້ອງໄດ້ເຮັດດ້ວຍມື. “ເພາະສະນັ້ນ, ໂຕ ແມງປໍ ຈະມີຊີວິດຊີວາ ຫຼື ບໍ ຈະຂຶ້ນກັບຝີມືຂອງນາຍຊ່າງ ແຕ່ ລະຄົນ”, ອ້າຍ ຕ່າຍ ໄດ້ເນັ້ນໜັກຄືແນວນັ້ນ ກ່ຽວກັບ ຂັ້ນຕອນ ການ “ສ້າງສີສັນ” ໃຫ້ກັບແມງປໍ. 



ຈາກທ່ອນໄມ້ໃຜ່, ແມງປໍ ຫຼາຍໂຕທີ່ຜະລິດຈາກ ຕາແສງ ແທກຊາ ໄດ້ນຳໄປ ຂາຍຢູ່ທ່ົວທຸກແຫ່ງຫົນໃນທ່ົວ ປະ ເທດ. ພາບ: ກົງດາດ



ໝູ່ບ້ານອາຊີບ ແທກຊາ ຍັງປະດິດສ້າງ ບັນດາຜະລິດຕະພັນ
ສິລະປະກຳຫັດຖະກຳເຊັ່ນ: ແມງກະເບື້ອ, ນົກຍູງ... ພາບ: ຮ່ວຽນມີ






ແມງປໍ ໄດ້ກາຍເປັນ ວັດທະນະທຳ ຂອງ ເຂດຊົນນະບົດ ຫວຽດນາມ. ພາບ: ກົງດາດ









ຮູບພາບທີ່ຕິດພັນກັບຄາວເຍົາໄວຂອງເດັກນ້ອຍເຂດ ຊົນ ນະ ບົດ ຫຼາຍລຸ້ນຄົນ. ພາບ: ກົງດາດ

ຜະລິດຕະພັນແມງປໍ ແທກຊາ ໄດ້ນຳໄປວາງຂາຍຢູ່ບັນດາ ສະຖານທີ່ທ່ອງທ່ຽວ ມີຊື່ສຽງໃນທົ່ວປະເທດຄື: ຮ່າໂນ້ຍ, ໂຮ້ຍ ອານ, ດ່າໜັງ, ຍາຈາງ, ຝູ໋ກວກ, ນະຄອນ ໂຮ່ຈີມິນ ແລະ ສະຖານທ່ີອື່ນໆ.

ນອກຈາກຈຳນວນລູກຄ້າທ່ີເປັນນັກທ່ອງທ່ຽວ ຕ່າງປະເທດ, ອ້າຍ ຕ່າຍ ຍັງໄດ້ຮັບໃບສັ່ງຊື້ສິນຄ້າ ທີ່ມາຈາກ ຊາວ ຫວຽດ ນາມ ພວມອາໄສຢູ່ບັນດາປະເທດ ຄື: ສ ອາເມລິກາ, ຝຣັ່ງ, ເຢຍລະມັນ, ອັງກິດ, ຍີ່ປຸ່ນ... ອີກດ້ວຍ. 

 
ບົດ: ຖາວວີ - ພາບ: ກົງດາດ, ຮ່ວຽນມີ

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top