• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແງ່ຫວັງຟື້ນຟູເສດຖະກິດໂລກ

      ໂດຍບໍ່ຫົວຊາຕໍ່ການເພີ່ມຂຶ້ນຂອງຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ, ພື້ນຖານເສດຖະກິດໂລກ ຍັງຄົງມີບັນດາສັນຍານຟື້ນຟູຢ່າງຕັ້ງໜ້າ. ເຖິງຢ່າງໃດກໍຕາມ, ວົງການນັກຊ່ຽວຊານ ແລະ ບັນດາອົງການການເງິນສາກົນໃຫຍ່ ຍັງສືບຕໍ່ຍົກອອກຄຳກ່າວເຕືອນກ່ຽວກັບຄວາມສ່ຽງ ແລະ ໄພອັນຕະລາຍສຳລັບເສດຖະກິດທົ່ວໂລກ ໃນຂະນະທີ່ໂລກລະບາດຢູ່ບັນດາພາກພື້ນສ່ວນຫຼາຍໃນໂລກ ຍັງບໍ່ທັນຄວບຄຸມໄດ້ເທື່ອ.
            ຕາມບັນດາບົດລາຍງານທີ່ຫາກໍ່ປະກາດໃນອາທິດສຸດທ້າຍຂອງເດືອນ ພະຈິກ ແລ້ວ, ພື້ນຖານເສດຖະກິດໂລກພວມມີສັນຍານຟື້ນຟູທີ່ເປັນໜ້າປະເອີບໃຈ ໂດຍໄດ້ສະແດງອອກຜ່ານບາງຕົວເລກດັດຊະນີ, ຢືນອັນດັບໜຶ່ງ ແມ່ນການເຄື່ອນໄຫວການຄ້າ.
        ການເຄື່ອນໄຫວການຄ້າທົ່ວໂລກຟື້ນຟູຢ່າງວ່ອງໄວ
        ການເຄື່ອນໄຫວການຄ້າທົ່ວໂລກພວມມີການຟື້ນຟູເປັນຢ່າງດີ ດ້ວຍລະດັບຄວາມໄວກວ່າຫຼາຍເທົ່າ ເມື່ອທຽບໃສ່ວິກິດການດ້ານການເງິນໃນຊຸມປີ 2008 – 2009. ຕາມຫ້ອງການໄຈ້ແຍກນະໂຍບາຍເສດຖະກິດ CPB ຂອງ ໂຮນລັງ ແລ້ວ, ການຈໍລະຈອນສິນຄ້າຂ້າມຊາຍແດນໃນໄຕມາດທີ່ III ຜ່ານມາ ໄດ້ເພີ່ມຂຶ້ນເຖິງ 12,5% ເມື່ອທຽບໃສ່ໄຕມາດທີ II ເຊິ່ງເປັນລະດັບເພີ່ມຂຶ້ນໄວທີ່ສຸດໃນຮອບເວລາ 20 ປີຜ່ານມາ.
        ການຈໍລະຈອນການຄ້າທົ່ວໂລກ ເລີ່ມໄດ້ຮັບການຟື້ນຟູຢ່າງແຮງໃນໄລຍະກາງປີນີ້ ເມື່ອໄດ້ເປີດກໍລິການການຂົນສົ່ງທາງທະເລ ແລະ ທາງການບິນຄືນໃໝ່, ໃນຂະນະທີ່ຄວາມຕ້ອງການຂອງສິນຄ້າປະເພດເຄື່ອງໃຊ້ສອຍກໍເພີ່ມຂຶ້ນຢ່າງໄວວາ. ການເຄື່ອນໄຫວການຄ້າ ສືບຕໍ່ໄດ້ຮັບການປົວແປງດີຂຶ້ນ ນັບແຕ່ທ້າຍໄຕມາດທີ III ເປັນຕົ້ນມາ. ບັນດາການສຳຫຼວດ ຜູ້ອຳນວຍການຊື້ສິນຄ້າຢູ່ໂຮງຈັກໂຮງງານຫຼາຍແຫ່ງໃນທົ່ວໂລກ  ໄດ້ສະແດງໃຫ້ເຫັນວ່າ ຈຳນວນໃບບິນສັ່ງສິນຄ້າສົ່ງອອກສືບຕໍ່ເພີ່ມຂຶ້ນໃນເດືອນສຸດທ້າຍຂອງໄຕມາດນີ້. ໃນຂະນະນັ້ນ, ການວັດແທກປະລິມານລົດຕູ້ container ຂອງ ສະຖາບັນຄົ້ນຄວ້າເສດຖະກິດ Leibniz ຂອງ ເຢຍລະມັນ ແລະ ສະຖາບັນເສດຖະກິດຂົນສົ່ງ ແລະ Logistics ກໍເພີ່ມຂຶ້ນບັນລຸລະດັບສະຖິຕິໃນເດືອນຕຸລາຜ່ານມາ.
        ໃນບົດລາຍງານຫວ່າງມໍ່ໆມານີ້, ອົງການການຄ້າໂລກ (WTO) ກໍໃຫ້ຂໍ້ສັງເກດວ່າ ການຈໍລະຈອນສິນຄ້າໄດ້ກັບຄືນສູ່ລະດັບປານກາງ, ໃນໄລຍະຍາວ ເປັນການສະແດງໃຫ້ເຫັນວ່າການຟື້ນຟູ ມີຄວາມເປັນໄປໄດ້.
        ຕາມບັນດານັກຊ່ຽວຊານແລ້ວ, ການຟື້ນຟູການເຄື່ອນໄຫວການຄ້າທົ່ວໂລກ ໄດ້ມີການປະກອບສ່ວນສຳຄັນຂອງ ຈີນ, ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ໃນໂລກ ແລະ ໄດ້ຮັບຖືວ່າແມ່ນໂຮງງານຜະລິດຂອງໂລກ. ຍ້ອນໂລກລະບາດໄດ້ຮັບການຄຸມຄຸມໂດຍໄວ, ຈີນ ຈຶ່ງຟື້ນຟູການເຄື່ອນໄຫວຜະລິດ ແລະ ຊຸກຍູ້ການສົ່ງອອກໄດ້ຢ່າງວ່ອງໄວ. ຕາມບັນດາຕົວເລກທີ່ໄດ້ອັບເດດ, ເສດຖະກິດ ຈີນ ບັນລຸໄດ້ລະດັບການເຕີບໂຕ GDP 0,7% ໃນໄລຍະແຕ່ເດືອນມັງກອນ ຫາເດືອນກັນຍາ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໃນຂະນະ GDP ຂອງ ໄຕມາດທີ 3 ໄດ້ເພີ່ມຂຶ້ນ 4,9%, ເຊິ່ງແມ່ນໜຶ່ງໃນຈຳນວນໜ້ອຍພື້ນຖານເສດຖະກິດທີ່ບັນລຸລະດັບເຕີບໂຕເປັນບວກ.

ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva  (ພາບ: AFP/TTXVN)
              ຍັງມີຄວາມສ່ຽງຫຼາຍຢ່າງ
        ວັນທີ 19 ພະຈິກ, ທ່ານນາງຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF) Kristalina Georgieva ໃຫ້ຂໍ້ສັງເກດວ່າ ເສດຖະກິດທົ່ວໂລກພວມຄ່ອຍໆໄດ້ຮັບການຟື້ນຟູຈາກວິກິດການຈາກໂລກລະບາດໂຄວິດ - 19, ແຕ່ກໍມີສັນຍານສະແດງໃຫ້ເຫັນວ່າ ທ່າຟື້ນຟູຖືກຊັກຊ້າລົງ ຍ້ອນຈຳນວນຜູ້ຕິດເຊື້ອພວມເພີ່ມຂຶ້ນຢູ່ບາງປະເທດ. ຕາມທ່ານນາງ Georgieva ແລ້ວ, ເລື່ອງໂລກລະບາດໄດ້ລະເບີດຂຶ້ນຢ່າງແຮງໃນຮອບໃໝ່ນັ້ນ ເປັນການຕັກເຕືອນທີ່ມີຄວາມສຳຄັນວ່າ ການຟື້ນຟູເສດຖະກິດແບບຍືນຍົງ ຈະບໍ່ອາດບັນລຸໄດ້ ຈົນຮອດຈຸດເວລາທີ່ບັນດາປະເທດມີວິທີການປ້ອງກັນ ແລະ ການແຜ່ລະບາດໄດ້ຫຼຸດລົງຢູ່ທົ່ວທຸກບ່ອນ. ໃນຕົວຈິງ, ໂລກລະບາດພວມມີການຜັນແປຢ່າງສັບສົນທີ່ສຸດໃນຂອບເຂດທົ່ວໂລກ ດ້ວຍຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ ລ້ວນແຕ່ເພີ່ມຂຶ້ນບັນລຸລະດັບສູງສະຖິຕິ.
        ມີຕົວຢ່າງໜຶ່ງໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງພໍສົມຄວນ ນັ້ນແມ່ນ ໃນທ່າຟື້ນຟູຂອງການເຄື່ອນໄຫວການຄ້າທົ່ວໂລກ ກໍມີຄວາມແຕກຕ່າງກັນຫຼາຍທີ່ສຸດ ລະຫວ່າງບັນດາພາກພື້ນພູມປະເທດ. ຕາມນັ້ນແລ້ວ, ກຳລັງແຮງຟື້ນຟູການຄ້າຂອງ ຈີນ ແລະ ບັນດາປະເທດພວມພັດທະນາຢູ່ ອາຊີ ແມ່ນດີທີ່ສຸດ, ໃນຂະນະທີ່ ອາເມລິກາ ແລະ ເອີຣົບ ພັດຫຼຸດໜ້ອຍຖອຍລົງ. ໄປຄຽງຄູ່ກັນນັ້ນ, ຕາມອົງການ WTO ແລ້ວ, ລະດັບເຕີບໂຕການຄ້າທົ່ວໂລກ ອາດຈະຊ້າລົງເມື່ອໝົດ ປີ 2020, ຍ້ອນວ່າ ຄວາມຕ້ອງການສຳລັບສິນຄ້າສະສົມໄວ້ໃນໄລຍະປິດເມືອງໃນລະດູບານໃໝ່ ແມ່ນໄດ້ຮັບການຕອບສະໜອງເປັນສ່ວນຫຼາຍແລ້ວ ພ້ອມກັບເລື່ອງເບິ່ງຄືວ່າ ວິສາຫະກິດເກືອບທຸກແຫ່ງ ຕ່າງກໍສະສົມສິນຄ້າໄວ້ແລ້ວ.
        ບາງດັດຊະນີທີ່ເປັນໜ້າວິຕົກກັງວົນຕື່ມອີກ ນັ້ນແມ່ນ ຢູ່ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ຄື ອາເມລິກາ, ໝາກຜົນການສຳຫຼວດຂອງອົງການຄົ້ນຄວ້າ Conference Board ໄດ້ຊີ້ໃຫ້ເຫັນວ່າ ຄວາມໄວ້ໃຈໃນການບໍລິໂພກຢູ່ ອາເມລິກາ ໃນເດືອນ ພະຈິກ 2020 ໄດ້ຫຼຸດລົງກວ່າການຄາດຄະເນ ແລະ ຄວາມຈິງດັ່ງກ່າວເປັນການປັບປຸງໃຫ້ແກ່ການຄາດຄະເນການເຕີບໂຕເສດຖະກິດ ອາເມລິກາ ທີ່ຫຼຸດລົງຢ່າງແຮງໃນໄຕມາດທີ 4 ປີ 2020. ໃນໄຕມາດທີ 4 ນີ້, ເສດຖະກິດ ອາເມລິກາ ໄດ້ຮັບການຄາດຄະເນວ່າຈະມີການເຕີບໂຕຕ່ຳກວ່າ 5%. ກ່ອນໜ້ານັ້ນ, ເສດຖະກິດ ອາເມລິກາ ໄດ້ຫຼຸດລົງເຖິງ 31,4% ໃນໄຕມາດທີ 2, ເຊິ່ງເປັນຕົວເລກທີ່ຫຼຸດລົງຫຼາຍທີ່ສຸດນັບແຕ່ປີ 1947 ມານີ້, ແລ້ວໄດ້ເພີ່ມຂຶ້ນຄືນໃໝ່ຢູ່ໃນລະດັບ 33,1% ໃນໄຕມາດທີ 3. ສິ່ງທີ່ເປັນໜ້າເວົ້າເຖິງນັ້ນແມ່ນ ເສດຖະກິດ ອາເມລິກາ ພວມຫຼຸດລະດັບຄວາມໄວລົງໃນສະພາບທີ່ບ້ວງເງິນໜູນຊ່ວຍເມື່ອຕົ້ນປີ ທີ່ມີມູນຄ່າກວ່າ 3.000 ຕື້ USD ຂອງ ລັດຖະບານ ໄດ້ໝົດຜົນສັກສິດ, ໃນຂະນະທີ່ ບ້ວງເງິນໜູນຊ່ວຍໃໝ່ ຈະໄດ້ຮັບການປະຕິບັດພາຍຫຼັງທີ່ທ່ານປະທານາທິບໍດີຄົນໃໝ່ ເຂົ້າດຳລົງຕຳແໜ່ງໃນວັນທີ 20 ມັງກອນ 2021. ຍິ່ງໄປກວ່ານັ້ນ, ພື້ນຖານເສດຖະກິດໃຫຍ່ທີ່ສຸດນີ້ ກໍພວມແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ເມື່ອມີຈຳນວນຜູ້ຕິດເຊື້ອ ແລະ ຈຳນວນຜູ້ເສຍຊີວິດຫຼາຍກວ່າໝູ່ໃນໂລກອີກດ້ວຍ./.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top