• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງ​ ເຊີນ​ລາ ຖື​ວຽກ​ງານ​ໂຄ​ສະ​ນາ​ການ​ເລືອກ​ຕັ້ງ ​ດ້ວ​ຍ​ພາ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

ດ້ວຍຈຳນວນຊາວຊົນເຜົ່າສ່ວນໜ້ອຍກວມອັດຕາສ່ວນເຖິງ 80% ປະຊາກອນທົ່ວແຂວງ ນັ້ນ, ແຂວງ ເຊີນລາ ໄດ້ ແລະ ພວມຖືວຽກງານໂຄສະນາການເລືອກຕັ້ງດ້ວຍພາສາຊົນເຜົ່າສ່ວນໜ້ອຍເປັນສຳຄັນ, ເພື່ອໃຫ້ ປຊຊ ເຂົ້າໃຈ ແລະ ມີຄວາມຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງວຽກງານການເລືອກຕັ້ງ, ຈາກນັ້ນ ຈະຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຮັດໃຫ້ວັນບຸນໃຫ່ຍຄັ້ງທີ່ຈະມາເຖິງນີ້ປະສົບຜົນສຳເລັດ.

(ພາບ:VOV)

 ໃນຊຸມວັນນີ້, ບັນດາສະມາຊິກໃນໜ່ວຍເລືອກຕັ້ງຢູ່ບັນດາຕາແສງ, ບ້ານ ຕ້ອງລົງພົບປະກັບແຕ່ລະຄອບຄົວເພື່ອໂຄສະນາ. ຢູ່ຕາແສງ ຈ່ຽງຊົມ, ນະຄອນ ເຊີນລາ, ແຕ່ລະມື້, ໂທລະໂຂ່ງຂອງບ້ານ ກໍ່ກະຈາຍເນື້ອໃຈໂຄສະນະກ່ຽວກັບການເລືອກຕັ້ງ. ທ່ານ ລໍ່ວັນເຈີ ນາຍບ້ານ ແປັງ ໃຫ້ຮູ້ວ່າ: ບ້ານ ແປັງ ມີ 150 ຄອບຄົວ ດ້ວຍເກືອບ 400 ຄົນ, ສ່ວນຫຼາຍແມ່ນຊາວເຜົ່າຜູ້ໄທ, ສະນັ້ນ, ການໂຄສະນາຕ້ອງໄດ້ຜັນຂະຫຍາຍງດ້ວຍພາສາຂອງຊາວເຜົ່າຜູ້ໄທ

ບ້ານມີທັງຊາວເຜົ່າ ກິງ ແລະ ຜູ້ໄທ ແຕ່ຊາວເຜົ່າຜູ້ໄທມີຫຼາຍກ່ວາ, ສະນັ້ນພວກຂ້າພະເຈົ້າຍັງຕ້ອງໂຄສະນາດ້ວຍພາສາຊາວເຜົ່າຜູ້ໄທ. ແຕ່ລະມື້ ກໍ່ໄດ້ກະຈາຍສອງເທື່ອ ໃນຕອນເຊົ້າ ແລະ ຕອນແລງ ເພື່ອໃຫ້ ປຊຊ ໃນບ້ານ ໃຜກໍ່ສາມາດຮັບຟັງໄດ້ ແລະ ເຂົ້າໃຈບັນດາເນື້ອໃນຂອງການເລືອກຕັ້ງ.

ຕາງແສງ ຈ່ຽງເຄືອງ, ເມືອງ ຊົມມ້າ, ແຂວງ ເຊີນລາ ມີ 23 ບ້ານດ້ວຍ 2779 ຄອບຄົວແມ່ນຊາວເຜົ່າກິງ, ຜູ້ໄທ, ຊິງມູນ ແລະ ຂະມູ. ອຳນາດການປົກຄອງທ້ອງຖິ່ນໄດ້ຈັດການໂຄສະນາໃຫ້ ປຊຊ ດ້ວຍ 4 ພາສາຊົນເຜົ່າ. ທ່ານ ລຶວວັນເກື່ອງ, ປະທານຄະນະກຳມະການຕາແສງ ຈ່ຽງເຄືອງ ໃຫ້ຮູ້ວ່າ:

  ປຊຊ ສ່ວນຫຼາຍແມ່ນຮູ້ພາສາກິງ ແຕ່ສຳລັບບັນດາບ້ານມີຊາວຊົນເຜົ່າສ່ວນໜ້ອຍ, ພວກຂ້າພະເຈົ້າຍັງຈັດການໂຄສະນາເຜີຍແຜ່ດ້ວຍພາສາຊົນເຜົ່າ, ໂດຍສະເພາະແມ່ນເມື່ອຈັດກອງປະຊຸມຜັນຂະຫຍາຍການເລືອກຕັ້ງ

ສ່ວນທ່ານພັນຕີ ກ່ວາງວັນຊົມ ພະນັກງານການເມືອງ ປ້ອມປ້ອງກັນຊາຍແດນດ່ານ ຈ່ຽງເຄືອງ ກໍ່ໃຫ້ຮູ້ວ່າ:

 ປ້ອງປ້ອງກັນຊາຍແດນໄດ້ສົມທົບກັບຕາແສງ, ບ້ານ ເພື່ອໂຄສະນາໃຫ້ ປຊຊົນ… ພວກຂ້າພະເຈົ້າໄດ້ອັດສຽງເຂົ້າໃນ USB ແລ້ວໃຊ້ໂທລະໂຂ່ງໄປກະຈາຍແບບເຄື່ອນທີ່. 2 ມື້ເທື່ອ 1 ພວກຂ້າພະເຈົ້າຈະໄປບັນດາບ້ານຢູ່ເຂດພູສູງ. ນອກຈາກນັ້ນພວກຂ້າພະເຈົ້າກໍ່ ພ້ອມກັບຕາແສງ ເພື່ອຈັດການໂຄສະນາໂດຍກົງໃຫ້ ປຊຊ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top