• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ແຂວງເບັ໊ນແຈສົ່ງອອກໝາກໄມ້ງວດທຳອິດໄປຍັງຕະຫຼາດ EU

      ວັນທີ 17 ກັນຍາ, ຢູ່ໂຮງງານຫຸ້ມຫໍ່ບໍລິສັດ Vina T&T Group, ເມືອງເຈົາແທັ່ງ ແຂວງເບັ໊ນແຈ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງເບັ໊ນແຈ ຈັດຕັ້ງພິທີປະກາດການສົ່ງອອກໝາກໄມ້ງວດທຳອິດຂອງຫວຽດນາມ ໄປຍັງຕະຫຼາດ EU ຕາມສັນຍາການຄ້າເສລີ ຫວຽດນາມ - EU (EVFTA).

ພິທີປະກາດການສົ່ງອອກໝາກໄມ້ງວດທຳອິດຂອງຫວຽດນາມ ໄປຍັງຕະຫຼາດ EU ຕາມສັນຍາການຄ້າເສລີ ຫວຽດນາມ - EU (EVFTA) (ພາບ: nhandan.com.vn)
      ທີ່ພິທີ, ທ່ານ ເລກ໊ວກຢວາງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ ພາຍຫຼັງທີ່ສັນຍາ EVFTA ມີຜົນສັກສິດ ແລະ ໄດ້ຮັບການປະຕິບັດມາເປັນ ເວລາກ່ວາ 1 ເດືອນ , ສິນຄ້າສົ່ງອອກ ຫຼາຍປະເພດຂອງຫວຽດນາມ ໄດ້ມີບັນດາການຫັນປ່ຽນຢ່າງຕັ້ງໜ້າຢູ່ຕະຫຼາດ EU. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ, ໝາກໄມ້ແມ່ນໜຶ່ງໃນບັນດາຜະລິດຕະພັນສົ່ງອອກຫຼັກແຫຼ່ງຂອງ ຫວຽດນາມ ຢູ່ຕະຫຼາດ EU. ຕາມນັ້ນແລ້ວ, 7 ເດືອນຕົ້ນປີ 2020, ການສົ່ງອອກໝາກໄມ້ບັນລຸມູນຄ່າ 59,18 ລ້ານ USD. ຄາດວ່າ ການສົ່ງອອກໝາກໄມ້ຫວຽດນາມໄປຍັງ EU ນັບແຕ່ນີ້ຈົນໝົດປີ 2020 ຈະສືບຕໍ່ເພີ່ມຂຶ້ນ.
(ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top