• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຊີບ ຫວຽດ

ແກະສະຫຼັກ ລວດລາຍເທິງໜ້າໂມງ

ອາຊີບແກະສະຫຼັກລວດລາຍເທິງໜ້າໂມງ ຜ່ານກ້ອງຈຸລະທັດຫາກໍ່ມີຢູ່ ຫວຽດນາມ ເມື່ອ 2-3 ປີກ່ອນ. ແຕ່ຢູ່ ຮ່າໂນ້ຍ, ຈຳ ນວນ ນາຍຊ່າງ ທຳອາຊີບນີ້ ມີພຽງ 4-5 ຄົນເທົ່ານັ້ນ. ບັນດາ ນາຍຊ່າງ ໄດ້ປະດິດອອກມາຜະລິດຕະພັນ ແກະສະຫຼັກ ຫຼາຍ ຢ່າງ ເຊິ່ງດຶງດູດຄວາມສົນໃຈຂອງ ຜູ້ນິຍົມມັກຫຼິ້ນໂມງ ເປັນ ຈຳນວນຫຼວງຫຼາຍ.  
ເປັນໜຶ່ງໃນຈຳນວນນາຍຊ່າງຜູ້ທຳອິດທີ່ທຳອາຊີບແກະສະຫຼັກ ລວດລາຍເທິງໜ້າໂມງຢູ່ ຮ່າໂນ້ຍ, ທ່ານ ຫວູຫງອກແອ໋ງ, ຖະໜົນ ເຍີນຈິງ, ເມືອງ ແທງຊວນ, ຮ່າໂນ້ຍ ໃຫ້ຮູ້ວ່າ ເພື່ອທຳອາຊີບນີ້, ນາຍຊ່າງຕ້ອງມີຄວາມອົດທົນ, ລະອຽດລະອໍ ແລະ ລະ ມັດລະວັງ; ເພາະວ່າ ເພື່ອສໍາເລັດງານແກະສະຫຼັກລວດລາຍ ເທິງໜ້າໂມງ ທໍາມະດາໜ່ວຍໜຶ່ງ ຕ້ອງໃຊ້ເວລາ ກວ່າ 2 ອາທິດ. ເລກແຕ່ລະໂຕ, ຈັກແຕ່ລະຊຸດຢູ່ໃນໂມງ ໄດ້ຜະລິດຢ່າງ ລະອຽດລະອໍ, ສ້າງຈຸດແຕກຕ່າງໃຫ້ແກ່ຜະລິດຕະພັນ ແຕ່ລະໜ່ວຍ. 

ຕາມທ່ານ ແອ໋ງ ແລ້ວ, ອາຊີບແກະສະຫຼັກ ດ້ວຍຈັກ, ເປັນຕົ້ນແມ່ນຈັກແກະສະຫຼັກ ທີ່ໃຊ້ກຳລັງແຮງອັດ ຢູ່ ຫວຽດນາມ ຍັງບໍ່ທັນມີທົ່ວໄປ. ຈັກແກະສະຫຼັກ ທີ່ໃຊ້ກຳລັງແຮງອັດ ມີຜົນປະ ໂຫຍດຊ່ວຍຫຼຸດຜ່ອນແຮງງານ ໃຫ້ນາຍຊ່າງໃນເວລາຜະລິດ. ປັດຈຸບັນ, ໂລກໄດ້ຕີລາຄາຜະລິດຕະພັນທີ່ແກະສະຫຼັກ ດ້ວຍຈັກ ເປັນເຄື່ອງສິລະປະ ຫັດຖະກຳ ແລະ ເທົ່າທຽມກັບຮູບແບບ ແກະສະຫຼັກ ດ້ວຍມືມູນເຊື້ອ. 


ເພື່ອທໍາອາຊີບນີ້, ນາຍຊ່າງຕ້ອງມີຄວາມອົດທົນ, ລະ ອຽດລະອໍ ແລະ ລະມັດລະວັງ. 


ນາຍຊ່າງໄດ້ນຳໃຊ້ຈັກແກະສະຫຼັກ ທີ່ໃຊ້ກຳລັງແຮງອັດ ເພື່ອ ແກະສະຫຼັກລວດລາຍເທິງໜ້າໂມງ.


ອຸປະກອນຊຸດໜຶ່ງໄດ້ນຳໃຊ້ແກະສະຫຼັກລວດລາຍເທິງໂມງ.


ຈັກແກະສະຫຼັກໜ່ວຍໜຶ່ງ.


ນາຍຊ່າງຕ້ອງອະນາໄມຈັກແກະສະຫຼັກໃນເວລາເຮັດວຽກເປັນເລື້ອຍໆ.


ໃຊ້ແວ່ນຂະຫຍາຍເພື່ອກວດກາຄວາມໜາຂອງໜ້າໂມງ. 


ນອກຈາກບັນດາລວດລາຍທີ່ມີພ້ອມ, ຊ່າງແກະສະຫຼັກ ໜ້າໂມງ ຍັງທີການອອກແບບລວດລາຍສະເພາະຂອງຕົນ ຫຼື ເຮັດຕາມໃຈມັກຂອງລູກຄ້າ.

ເພື່ອທຳອາຊີບແກະສະຫຼັກລວດລາຍເທິງໂມງ, ນາຍຊ່າງ ຕ້ອງ ມີອຸປະກອນຊຸດໜຶ່ງ ປະກອບມີ: ຈັກແກະສະຫຼັກ, ຈັກອັດແຮງ, ສະວ່ານເຈາະ ແລະ ຈັກຝົນປາຍສະວ່ານສະເພາະ... ມີມູນຄ່າ ແຕ່ 1.400-3.000 ໂດລາສະຫະລັດ. ຍ້ອນອຸປະກອນ ມີ ລາຄາສູງ, ສະນັ້ນ ບັນດານາຍຊ່າງ ຢູ່ ຮ່າໂນ້ຍ ມັກປະດິດ ອຸປະກອນ ສະເພາະ ຂອງຕົນ. ປັດຈຸບັນ, ບັນດານາຍຊ່າງທີ່ທຳອາຊີບຄືທ່ານ ແອ໋ງ ສ່ວນຫຼາຍແມ່ນນຳໃຊ້ເຕັກນິກ ແກະສະຫຼັກດ້ວຍມືມູນເຊື້ອ. 

ໜ້າໂມງ ຫຼັງຈາກແກະສະຫຼັກລວດລາຍ ຮຽບຮ້ອຍແລ້ວ ຈະ ໄດ້ແຕ່ງໜ້າ ດ້ວຍສີນໍ້າຕານ  ໃຫ້ແກ່ບັນດາລວດລາຍ ດ້ວຍ ຄວາມຮ້ອນທ່ີແນ່ນອນ. ການນຳໃຊ້ຄວາມຮ້ອນເພື່ອ ແຕ່ງສີ ໃຫ້ແກ່ ສ່ວນປີກຍ່ອຍທີ່ເປັນເຫຼັກ ແມ່ນເຕັກນິກສູງໃນ ຂະແໜງ ການປະດິດສ້າງໂມງ, ສິ່ງດັ່ງກ່າວ ໄດ້ຮຽກຮ້ອງໃຫ້ ນາຍຊ່າງຕ້ອງ ມີປະສົບການສູງ.

ຕາມທຳມະດາ, ລູກຄ້າທີ່ມາຮ້ານເພື່ອແກະສະຫຼັກໂມງ ລ້ວນແຕ່ເປັນຜູ້ມັກຫຼິ້ມໂມງ ແລະ ມີຄວາມຕ້ອງການສ່ວນຕົວສູງ. ເພື່ອສຳເລັດງານແກະສະຫຼັກ ລວດລາຍເທິງໜ້າໂມງໜ່ວຍໜຶ່ງ ຕ້ອງ ໃຊ້ເວລາ 3 ອາທິດ, ສຳລັບໂມງຖືຍີ່ຫໍ້ Rolex ບາງ ລຸ້ນ ຕ້ອງໃຊ້ເວລາ ຫຼາຍເດືອນ ຈຶ່ງສຳເລັດງານແກະສະຫຼັກ ລວດລາຍ ທັງຊຸດ ທີ່ເຮັດດ້ວຍໂລຫະ.

ງານແກະສະຫຼັກ ລວດລາຍເທິງໜ້າໂມງ ທໍາມະດາໜ່ວຍໜຶ່ງ ຈະມີລາຄາ ແຕ່ 3-5 ລ້ານດົ່ງ. ສຳລັບໜ້າໂມງຈຳນວນໜຶ່ງ ທີ່ມີລວດລາຍ ຫຼື ຝັງຄຳ ມີລາຄາ ແຕ່ 8-12 ລ້ານດົ່ງ, ບາງໜ່ວຍມີລາຄາ ສູງເຖິງ 50 ລ້ານດົ່ງ. 


ບັນດາລວດລາຍໄດ້ແກະສະຫຼັກໃສ່ໜ້າໂມງ.


ຝັງຄໍາ 24k ໃສ່ໜ້າໂມງ. 


ໜ້າໂມງໄດ້ຝັງຄຳ 24K.


ບັນດາສ່ວນປີກຍ່ອຍຂອງໂມງໜ່ວຍໜຶ່ງໄດ້ຮັບການແກະສະຫຼັກຢ່າງລະອຽດລະອໍ.


ໂມງໜ່ວຍໜຶ່ງຂອງລູກຄ້າ ພາຍຫຼັງໄດ້ຮັບການແກະສະຫຼັກລວດລາຍ ແລະ ຝັງຄຳ.


ຕາມທຳມະດາ, ລູກຄ້າທີ່ມາຮ້ານເພື່ອແກະສະຫຼັກໂມງ ລ້ວນ
ແຕ່ເປັນຜູ້ມັກຫຼິ້ມໂມງ ແລະ ມີຄວາມຕ້ອງການສ່ວນຕົວສູງ. 









ຕົວແບບໜ້າໂມງທີ່ໄດ້ແກະສະຫຼັກລວດລາຍຢ່າງປານີດ, ສວຍງາມ ແລະ ແປກປະຫຼາດຈຳນວນໜຶ່ງ.
 
ປະຕິບັດ: ກົງດາດ

Bài và ảnh: Công Đạt

ເອກະລັກ ຂີ້ເຜິ້ງ-ສີຄາມ

ເອກະລັກ “ຂີ້ເຜິ້ງ-ສີຄາມ”

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ໄດ້ເປີດງານ “ຂີ້ເຜິ້ງ-ສີຄາມ” ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ບັນດານາຍຊ່າງຊາວ​ເຜົ່າ ​ມົ້ງ (​ແຂວງ​ ຮ່ວາ​ບິ່ງ) ​ແລະ ຊາວ​ເຜົ່າ ຢ້າວ (​ແຂວງ ກາວ​ບັ່ງ) ​ເຊິ່ງ ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ມວນຊົນ ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ​ເຫດການ​ດັ່ງກ່າວ​ ແມ່ນໜຶ່ງ​ ໃນບັນດາ ​ການ​ເຄື່ອນ​ໄຫວ​ ອາຊີບ​ພື້ນ​ເມືອງ​ ໂດຍ​ຫໍພິພິທະ​ພັນ​ແມ່​ຍິງ ຫວຽດນາມ ເປັນຜູ້ຈັດ ເພື່ອ​ເຜີຍ​ແຜ່​ບັນດາ​ຄຸນຄ່າ​ວັດທະນະທຳ, ຮີດຄອງປະເພນີ​ ອັນ​ດີງາມ ​ຂອງ ​ແມ່ຍິງ​ບັນດາ​ເຜົ່າສ່ວນໜ້ອຍ ມຸ່ງ​ໄປ​ເຖິງ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ ຂອງ ​ບັນດາ​ເຜົ່າ.

Top