• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ເລິກເຊິ່ງຂຶ້ນຕື່ມ

      ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ລັດຖະບານ ເຢຍລະມັນສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ຊຸກຍູ້ຄະນະກຳມະການເອີລົບຍົກເລີກ ບັດເຫຼືອງ ສຳລັບສິນໃນນ້ຳຂອງ ຫວຽດນາມ, ພ້ອມທັງສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU. 
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີການເຈລະຈາທາງໂທລະສັບກັບ
ທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: VGP)
      ຕອນບ່າຍວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ທີ່ການເຈລະຈາທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ ເຢຍລະມັນ ແລະ ມີຄວາມຫວັງຢາກມີການພົວພັນກັບ ເຢຍລະມັນທີ່ໃກ້ຊິດຕິດແທດທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ໃນທຸກຂົງເຂດ ເລິກເຊິ່ງຂຶ້ນຕື່ມ. ທ່ານນາງ ນາຍົກລັດຖະມົນຕີ Angela Merkel ຖືວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນນະໂຍບາຍມຸ່ງໄປສູ່ພາກພື້ນຂອງ ເຢຍລະມັນ ແລະ ເຊີດຊູການພົວພັນຮ່ວມມືລະຫວ່າງສອງປະເທດ. ທ່ານນາງເນັ້ນໜັ້ກວ່າ ສອງປະເທດ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ແງ່ຫວັງອັນໃຫຍ່ຫຼວງ ເຊິ່ງຄວນພັດທະນາຢ່າງແຂງແຮງ.
            ທາງດ້ານເສດຖະກິດ ທັງສອງຝ່າຍໄດ້ຢືນຢັນຈະພ້ອມກັນສົມທົບ, ນຳໃຊ້ບັນດາກາລະໂອກາດ ຢ່າງມີປະສິດທິຜົນ ໂດຍສັນຍາການຄ້າເສລີ ຫວຽດນາມ - EU ນຳມາໃຫ້. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີລັດຖະບານ ເຢຍລະມັນສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ຊຸກຍູ້ຄະນະກຳມະການເອີລົບຍົກເລີກ ບັດເຫຼືອງ ສຳລັບສິນໃນນ້ຳຂອງ ຫວຽດນາມ, ພ້ອມທັງສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ເຢຍລະມັນ ສ້າງເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ສຳຜັດກັບແຫຼ່ງວັກຊິນໂດຍໄວ ແລະ ຮ່ວມມືມອບໂອນເຕັກໂນໂລຢີຜະລິດວັກຊິນກັບບັນດາບໍລິສັດການຢາຂອງ ເຢຍລະມັນ.
      ນາຍົກລັດຖະມົນຕີ ທັງສອງໄດ້ຕີລາຄາສູງ ແລະ ຢັ້ງຢືນຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດໃນບັນດາເວທີປາໄສແລະອົງການຈັດຕັ້ງສາກົນ, ເປັນຕົ້ນແມ່ນການພົວພັນລະຫວ່າງ ອາຊຽນ ແລະ EU, ແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍ ໄດ້ເນັ້ນໜັກເຖິງການຮັບປະກັນສິດເສລີໃນການເດີນເຮືອ, ການບິນ ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ທະເລຕາເວັນອອກ ແລະ ເນັ້ນໜັກເຖິງການເຄົາລົບກົດໝາຍສາກົນໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top