• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ເສື້ອ ບ່າບາ: ສວຍງາມຕະຫຼອດໄປ

ຄຳ່ຄືນສະແດງແຟຊັ່ນ “ເສື້ອ ບ່າບາ ສວຍງາມຕະຫຼອດໄປ” ຫາກໍ່ຈັດຂຶ້ນຢູ່ນະຄອນ ເກີ່ນເທີ ໄດ້ກາຍເປັນຈຸດເດັ່ນທີ່ດຶງດູດນັກທ່ອງທ່ຽວ ມາເຂົ້າຮ່ວມ ແລະ ຊອກຮູ້ກ່ຽວກັບເສື້ອ ບ່າບາ ຂອງຊາວ ພາກໃຕ້. ການເຄື່ອນໄຫວດັ່ງກ່າວ ນອນໃນຂອບ ເຂດຂອງງານບຸນເຂົ້າໜົມພື້ນເມືອງ ພາກໃຕ້ ຄັ້ງທີ 8 ປີ 2019.
ລາຍການແມ່ນຈຸດໃໝ່ໃນບັນດາການເຄື່ອນໄຫວຂອງງານບຸນເຂົ້າໜົມພື້ນເມືອງ ພາກໃຕ້ ຄັ້ງນີ້ ເພື່ອປະກອບສ່ວນໂຄສະນາປະເພດເຂົ້າໜົມພື້ນເມືອງ ພາກໃຕ້ ຜ່ານຮູບຊົງຂອງເສື້ອ ບ່າບາ (ເສື້ອສັ້ນຂອງຄົນພາກໃຕ້ ຫວຽດນາມ, ຍາວກາຍແອວ, ແຂນຍາວ ແລະ ກວ້າງ). ຄຳ່ຄືນສະແດງແຟຊັ່ນດັ່່ງກ່າວ ໄດ້ເຊີດຊູຄຸນຄ່າການນຸ່ງຖືຂອງປະເທດຊາດ, ຈຸດພິເສດທີ່ເປັນສັນຍາລັກດ້ານວັດທະນະທຳ ຂອງພາກໃຕ້. 
 


ຄຳ່ຄືນສະແດງແຟຊັ່ນ “ເສື້ອ ບ່າບາ ສວຍງາມຕະຫຼອດໄປ” ຫາກໍ່ຈັດຂຶ້ນຢູ່ນະຄອນ ເກີ່ນເທີ ນອນໃນຂອບ ເຂດຂອງ 
ງານບຸນເຂົ້າໜົມພື້ນເມືອງ ພາກໃຕ້ ຄັ້ງທີ 8 ປີ 2019.


ລາຍການສະແດງເສື້ອ ບ່າບາ ຂອງບັນດານັກສຶກສາມາຈາກໂຮງຮຽນຊັ້ນສູງ ທ່ອງທ່ຽວ ເກີ່ນເທີ. 


ບັນດາຍິງສາວໃນຊຸດເສື້ອ ບ່າບາ.


ລາຍການສະແດງແຟຊັ່ນດ້ວຍຫົວຂໍ້ “ເສື້ອ ບ່າບາ ອອກສູ້ຮົບ”.






ລາຍການສະແດງແຟຊັ່ນດ້ວຍຫົວຂໍ້ “ເສື້ອ ບ່າບາ ໃນງານບຸນ ແລະ ການເຊື່ອມໂຍງ”.




ລາຍການສະແດງແຟຊັ່ນດ້ວຍຫົວຂໍ້ “ເສື້ອ ບ່າບາ ໃນການ ດຳລົງຊີວິດ ແລະ ເຂົ້າໜົມຢູ່ເຂດຊົນນະບົດ”.


ບັນດາຜູ້ບ່າວໄປເຂົ້າຮ່ວມງານລາຕີ ໃນຊຸດເສື້ອ ບ່າບາ.

ເປີດສາກໃຫ້ງານລາຕີ, ທ່ານຜູ້ຊົມຈະມີໂອກາດໄດ້ ຊອກຮູ້ ກ່ຽວກັບປະຫວັດຄວາມເປັນມາຂອງເສື້ອ ບ່າບາ  ຜ່ານການ ສະແດງແຟຊັ່ນ ດ້ວຍຫົວຂໍ້ “ຕົ້ນກຳເນີດຂອງເສື້ອ ບ່າບາ”. ຜ່ານການອອກແຮງງານ, ເສື້ອ ບ່າບາ ໄດ້ກາຍເປັນຄວາມ ຊິນເຄີຍໃນການເຄື່ອນໄຫວດຳລົງຊີວິດຂອງປະຊາຊົນ ເຂດແມ່ນຳ້, ມັນມີຄວາມສະໜິດຕິດພັນກັບເຂົ້າໜົມ ເຂດຊົນນະບົດ ເຊິ່ງໄດ້ສະແດງອອກດ້ວຍຫົວຂໍ້ “ເສື້ອ ບ່າບາ ໃນການດຳລົງຊີວິດ ແລະ ເຂົ້າໜົມເຂດຊົນນະບົດ”.

ຫົວຂໍ້ “ເສື້ອ ບ່າບາ ອອກສູ້ຮົບ” ໄດ້ພັນລະນາເຖິງຄວາມສວຍສົດງົດງາມຂອງບັນດາຍິງສາວເຂດທົ່ງພຽງແມ່ນຳ້ຂອງ ໃນຊຸດເສື້ອ ບ່າບາ ເຂົ້າຮ່ວມການສູ້ຮົບ. ເຖິງເວລາປະເທດຊາດກ້າວເຂົ້າສູ່ໄລຍະເຊື່ອມໂຍງ, ເສື້ອ ບ່າບາ ໄດ້ຮັບການປ່ຽນ ແປງໃໝ່ ທາງດ້ານແບບແຜນ, ຮູບຊົງ ຕາມແບບທັນສະໄໝ ເພື່ອແທດເໝາະ ແລະ ເຊື່ອມໂຍງ ເຂົ້າກັບການດຳລົງຊີວິດໃນຍຸກປັດຈຸບັນ, ແຕ່ຍັງຮັກສາໄດ້ຈຸດພິເສດດ້ານວັດທະນະທຳໃນການນຸ່ງຖືຂອງແມ່ຍິງ ພາກໃຕ້ແຕ່ສະໄໝກ່ອນເຖິງປັດຈຸບັນ ຜ່ານລາຍການສະແດງແຟຊັ່ນດ້ວຍຫົວຂໍ້ “ເສື້ອ ບ່າບາ ໃນງານບຸນ ແລະ ການເຊື່ອມໂຍງ”.

ຕາມນັກຄົ້ນຄວ້າ ເຍີມຮຸ່ງ, ຜູ້ກຳກັບລາຍການດັ່ງກ່າວ ໃຫ້ຮູ້ວ່າ ງານລາຕີ “ເສື້ອ ບ່າບາ ສວຍງາມຕະຫຼອດໄປ” ເຮັດໃຫ້ນັກທ່ອງທ່ຽວ ໄດ້ມີໂອກາດຊອກຮູ້ກ່ຽວກັບປະຫວັດຄວາມເປັນມາ ແລະ ການພັດທະນາຂອງເສື້ອ ບ່າບາ ຜ່ານບັນດາໄລຍະປະຫວັດສາດ; ຄວາມສວຍງາມໂດຍສະເພາະຂອງເສື້ອ ບ່າບາ ແລະ ການປ່ຽນແປງໃໝ່ໃຫ້ເໝາະສົມກັບສັງຄົມທີ່ແຕກຕ່າງກັນ, ຜ່ານແຕ່ລະໄລຍະທີ່ແຕກຕ່າງກັນ. 
    

ເສື້ອ ບ່າບາ, ກຸບ ແລະ ຜ້າພັນຄໍ ໄດ້ກາຍເປັນຄວາມຊິນເຄີຍຂອງບັນດາຍິງສາວເຂດທົ່ງພຽງແມ່ນຳ້ຂອງ. 


ລາຍການສະແດງ ເສື້ອ ບ່າບາ ສຳລັບໃຫ້ແກ່ເດັກນ້ອຍ.




ເສື້ອ ບ່າບາ ໄດ້ມີການປ່ຽນແປງໃໝ່ ແຕ່ເນື້ອຜ້າ, ສີສັນ ແລະ ຮູບແບບ ໃຫ້ເໝາະສົມກັບຍຸກປັດຈຸບັນ.


ຮູບພາບນາງສາວທີ່ສວຍງາມໃນຊຸດເສື້ອ ບ່າບາ.


ບັນດານາງສາວໃນຊຸດເສື້ອ ບ່າບາ ສະແດງເທິງເວທີ ດ້ວຍຄວາມ ໝັ້ນໃຈ. 

ຈຸດພິເສດຂອງງານລາຕີ “ເສື້ອ ບ່າບາ ສວຍງາມຕະຫຼອດໄປ” ແມ່ນການຮ່ວມສະແດງຂອງບັນດານາງແບບອາຊີບ ທີ່ມາ ຈາກບໍລິສັດນາງແບບ ໄຕໂດ໋, ພ້ອມກັບບັນດານາງຄູ, ນັກຮຽນ, ນັກສຶກສາ, ພະນັກງານທີ່ເຮັດວຽກຢູ່ບັນດາໂຮງຮຽນ ແລະ ຫ້ອງການຕ່າງໆ ທີ່ປະຈຳຢູ່ນະຄອນ ເກີນເທີ, ສິ່ງດັ່ງກ່າວໄດ້ເຮັດໃຫ້ລາຍການສະແດງແຟຊັ່ນຄັ້ງນີ້ ມີຄວາມປະທັບໃຈ ແລະ ມີຊີວິດຊີວາກວ່າ. 
 
ບົດ: ເຊີນເຫງ້ຍ - ພາບ: ເຈີ່ນແທງຢາງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top