• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເສດຖະກິດ ຫວຽດນາມ ມີບັນດາສັນຍານເປັນໜ້າຊື່ນຊົມ

ການດຶງດູດເງິນລົງທຶນຈາກຕ່າງປະເທດຟື້ນຟູຢ່າງຕັ້ງໜ້າ. ເປັນຄັ້ງທຳອິດ ນັບແຕ່ເມື່ອໂລກລະບາດແຜ່ລະບາດ, ການດຶງດູດເງິນລົງທຶນຈາກຕ່າງປະເທດເຕີບໂຕເປັນບວກ. ຍອດຈຳນວນທຶນໃນໄຕມາດ I ບັນລຸກ່ວາ 10 ຕື້ USD, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນປີ 2020. 
ໃນຊຸມເດືອນຕົ້ນປີ 2021 ເສດຖະກິດ ຫວຽດນາມ ພວມມີບັນດາສັນຍານທີ່ຕັ້ງໜ້າ. ເສດຖະກິດມະຫາພາກເປັນປົກກະຕິ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຕະຫລາດເງິນຕາຕ່າງປະເທດເປັນປົກກະຕິ, ການຊຳລະເງິນຂອງລະບົບທະນາຄານຮັກສາການເຄື່ອນໄຫວເປັນຢ່າງດີ, ຄວາມໄວ້ເນື້ອເຊື່ອໃຈຂອງນັກລົງທຶນໂດຍກົງໄດ້ຮັບປະກັນ, ການຜະລິດດຳເນີນທຸລະກິດໄດ້ຮັບການປັບປຸງ, ພິເສດແມ່ນຕະຫລາດຫຼັກຊັບພວມສະແດງໃຫ້ເຫັນບາດກ້າວກະໂດດຂັ້ນຢ່າງຕໍ່ເນື່ອງ. ບັນດາປັດໄຈທັງໝົດດັ່ງກ່າວ ລ້ວນແຕ່ນຳມາເຊິ່ງແງ່ຫວັງປະເອີບໃຈໃຫ້ແກ່ເສດຖະກິດ ຫວຽດນາມ ໃນປີນີ້.
ພາບປະກອບ/baodautu.vn


ໂລກລະບາດໂຄວິດ-19 ຍັງຄົງຜັນແປຢ່າງສັບສົນ ແຕ່ສະພາບເສດຖະກິດ - ສັງຄົມ ໃນ 3 ເດືອນຕົ້ນປີ 2021 ມີບັນດາສັນຍານເປັນໜ້າຊື່ນຊົມ ມີຈຸດພົ້ນເດັ່ນຫລາຍຢ່າງ. ມີອົງການການເງິນໃຫຍ່ສາກົນຫລາຍແຫ່ງ ກໍ່ຍົກອອກບັນດາຂໍ້ສັງເກດຢ່າງຕັ້ງໜ້າຕໍ່ເສດຖະກິດ ຫວຽດນາມ.

ລະດັບເຕີບໂຕເສດຖະກິດເປັນໜ້າຊື່ນຊົມ

       ເຖິງວ່າປະສົບກັບຜົນສະທ້ອນຈາກສະພາບໂລກລະບາດກໍ່ຕາມ, ແຕ່ລະດັບການເຕີບໂຕ GDP ໄຕມາດ I/2021 ຂອງ ຫວຽດນາມ ເພີ່ມຂຶ້ນ 4,48% ເມື່ອທຽບໃສ່ໄລຍະດຽວກັນປີກ່ອນ, ສູງກ່ວາລະດັບການເຕີບໂຕຂອງໄຕມາດ I/2020. ສິ່ງດັ່ງກ່າວສະແດງໃຫ້ເຫັນ ການປັບຕົວໃຫ້ແທດເໝາະ, ກຳລັງຕ້ານຢັນ ແລະ ທ່າອ່ຽງຟື້ນຟູຂອງພື້ນຖານເສດຖະກິດພວມເພີ່ມຂຶ້ນ.

        ການເຕີບໂຕໃນບັນດາຂົງເຂດ ກະສິກຳ, ປ່າໄມ້, ສິນໃນນ້ຳ ສືບຕໍ່ແມ່ນຈຸດພົ້ນເດັ່ນ. ຂົງເຂດອຸດສາຫະກຳ ແລະ ກໍ່ສ້າງ, ການບໍລິການມີສັນຍານດີຂຶ້ນ. ຄວາມຕ້ອງການໃຊ້ສອຍຂອງປະຊາຊົນພວມຟື້ນຟູກັບຄືນໃໝ່. ໄພເງິນເຟີ້ໄດ້ຮັບການຄວບຄຸມ, ຄວາມດຸນດ່ຽງງົບປະມານໄດ້ຮັບປະກັນ. ຕະຫລາດເງິນຕາ, ສິນເຊື່ອເປັນປົກກະຕິ…

        ການດຶງດູດເງິນລົງທຶນຈາກຕ່າງປະເທດຟື້ນຟູຢ່າງຕັ້ງໜ້າ. ເປັນຄັ້ງທຳອິດ ນັບແຕ່ເມື່ອໂລກລະບາດແຜ່ລະບາດ, ການດຶງດູດເງິນລົງທຶນຈາກຕ່າງປະເທດເຕີບໂຕເປັນບວກ. ຍອດຈຳນວນທຶນໃນໄຕມາດ I ບັນລຸກ່ວາ 10 ຕື້ USD, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນປີ 2020. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນ ຈຳນວນທຶນຈົດທະບຽນໃໝ່ ແລະ ຈຳນວນທຶນດັດປັບເພີ່ມຂຶ້ນຢ່າງແຮງ, ສູງກ່ວາຫລາຍເທົ່າ ເມື່ອທຽບໃສ່ປີ 2019, ໄລຍະເວລາກ່ອນທີ່ໂລກລະບາດລະເບີດຂຶ້ນ. 3 ເດືອນຕົ້ນປີ 2021 ກໍ່ມີການເຄື່ອນໄຫວປ່ຽນແປງໃໝ່, ປະດິດຄິດສ້າງ, ໝູນໃຊ້ວິທະຍາສາດເຕັກໂນໂລຊີ, ຫັນປ່ຽນສູ່ດີຈີຕອນ ໄດ້ຮັບການຊຸກຍູ້ຢ່າງແຮງ…

        ການນຳເຂົ້າສົ່ງອອກສິນຄ້າໃນໄຕມາດ I ສືບຕໍ່ບັນລຸໄດ້ໝາກຜົນເປັນໜ້າຊື່ນຊົມ. ຍອດວົງເງິນການຄ້າສົ່ງອອກ, ນຳເຂົ້າສິນຄ້າຄາດຄະເນບັນລຸກ່ວາ 152 ຕື້ USD, ເພີ່ມຂຶ້ນກ່ວາ 24% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕະຫລາດຫຼັກຊັບມີບັນດາບາດກ້າວກະໂດດຂັ້ນຢ່າງຕໍ່ເນື່ອງ. ເປັນຄັ້ງທຳອິດໃນປະຫວັດສາດກ່ວາ 20 ປີແຫ່ງການເຄື່ອນໄຫວຂອງຕະຫລາດຫຼັກຊັບ ຫວຽດນາມ, ດັດຊະນີ VN-Index ເພີ່ມຂຶ້ນ ແລະ ບັນລຸລະດັບກ່ວາ 1.200 ຄະແນນ. ວຽກງານໜູນຊ່ວຍສັງຄົມໄດ້ຮັບຄວາມເອົາໃຈໃສ່, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບປະກັນ. ຫວຽດນາມ ກໍ່ເລື່ອນຂຶ້ນ 4 ຂັ້ນໃນຕາຕະລາງຈັດອັນດັບບັນດາປະເທດມີຄວາມຜາສຸກທີ່ສຸດໃນໂລກຂອງສະຫະປະຊາຊາດ.

ໂລກຕີລາຄາຄວາມປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ

       ໃນຊຸມວັນມໍ່ໆມານີ້, ຫລາຍອົງການການເງິນໃຫຍ່ສາກົນ ໄດ້ຍົກອອກບັນດາຂໍ້ສັງເກດຕັ້ງໜ້າຕໍ່ເສດຖະກິດ ຫວຽດນາມ. ໃນບົດລາຍງານສະບັບຫຼ້າສຸດ, ກອງທຶນເງິນຕາສາກົນ (IMF) ໃຫ້ຂໍ້ສັງເກດວ່າ ໂດຍບໍ່ຫົວຊາຕໍ່ຜົນສະທ້ອນຈາກໂລກລະບາດໂຄວິດ-19, ການເຕີບໂຕຂອງເສດຖະກິດ ຫວຽດນາມ ຍັງສາມາດບັນລຸລະດັບ 6,5%ໃນປີ 2021. ທະນາຄານ United Overseas Bank ກໍ່ຍົກອອກການຄາດຄະເນການເຕີບໂຕຂອງເສດຖະກິດ ຫວຽດນາມ ປີ 2021 ບັນລຸລະດັບສູງແມ່ນ 7,1%. ຫົວໜ່ວຍຄົ້ນຄວ້າເສດຖະກິດຂອງທະນາຄານ HSBC ກໍ່ຄາດຄະເນວ່າ ຫວຽດນາມບັນລຸການເຕີບໂຕໃນປີ 2021 ແມ່ນ 6,6%.   

       ກ່ອນໜ້ານັ້ນ, ອົງການຈັດຕັ້ງຈັດອັນດັບຄວາມໄວ້ວາງໃຈ Fitch Ratings ໄດ້ຢັ້ງຢືນຄືນໃໝ່ ການຈັດອັນດັບລະດັບເພດານເງິນຝາກສະກຸນເງິນຕ່າງປະເທດໄລຍະຍາວຂອງ ຫວຽດນາມ ແມ່ນລະດັບ BB, ຍົກແງ່ຫວັງແຕ່ “ປົກກະຕິ” ຂຶ້ນ “ຕັ້ງໜ້າ”. ເລື່ອງຍົກລະດັບນີ້ ແມ່ນສ່ອງແສງຄວາມສາມາດຟື້ນຟູການເຕີບໂຕຂອງ ຫວຽດນາມ, ແມ່ນໜຶ່ງໃນຈຳນວນໜ້ອຍພື້ນຖານເສດຖະກິດໃນພາກພື້ນ ອາຊີ - ປາຊີຟິກ ແລະ ນອນໃນກຸ່ມບັນດາປະເທດລະດັບ BB ສາມາດຮັກສາການເຕີບໂຕເປັນບວກ ດ້ວຍລະດັບ 2,91% ໃນປີ 2020 ໃນຂະນະທີ່ໂລກລະບາດໂຄວິດ-19 ແຜ່ລະບາດ. Fitch Ratings ໄດ້ຮັບຮູ້ບັນດາຜົນງານກ່ຽວກັບປີການເງິນ, ໜີ້ສາທາລະນະຂອງ ຫວຽດນາມ, ຜົນສຳເລັດຂອງລັດຖະບານ ໃນການຄວບຄຸມໂລກລະບາດໂຄວິດ-19 ນັບແຕ່ຫົວທີຢ່າງວ່ອງໄວ, ພ້ອມກັບບັນດານະໂຍບາຍໜູນຊ່ວຍຢ່າງທັນການ ແນໃສ່ຟື້ນຟູການເຄື່ອນໄຫວເສດຖະກິດສັງຄົມໂດຍໄວ.

ຍອດຈຳນວນທຶນໃນໄຕມາດ I ບັນລຸກ່ວາ 10 ຕື້ USD, ເພີ່ມຂຶ້ນ 18,5% ເມື່ອທຽບໃສ່ໄລຍະດຽວກັນປີ 2020. ພາບ: vov.vn

ເວັບໄຊ MoneyWeek ຂອງ ອັງກິດ ຕີລາຄາວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫລາດທີ່ມີແງ່ຫວັງທີ່ສຸດຢູ່ ອາຊີ ໃນໄລຍະຈະມາເຖິງ. ໃນຂະນະນັ້ນ, ໃນຕາຕະລາງຈັດອັນດັບໂດຍກອງທຶນມໍລະດົກ (Heritage Foundation) ໂດຍ ອາເມລິກາ ປະຕິບັດ, ເປັນຄັ້ງທຳອິດ ເສດຖະກິດ ຫວຽດນາມ ຖືກຈັດເຂົ້າກຸ່ມບັນດາພື້ນຖານເສດຖະກິດມີ “ຄວາມເສລີປານກາງ” (Moderately Free), ເພີ່ມຂຶ້ນ 2,9 ຄະແນນ, ໂດຍ “ກຳລັງແຮງ” ການເງິນໄດ້ຮັບການປັບປຸງ ແລະ ເລື່ອນຂຶ້ນ 15 ຂັ້ນເມື່ອທຽບໃສ່ປີ 2020.

        ຫລາຍດັດຊະນີໄວ້ວາງໃຈແຫ່ງຊາດສືບຕໍ່ເພີ່ມຂຶ້ນ, ສະແດງໃຫ້ເຫັນຄວາມຮັບຮູ້, ການຕີລາຄາສູງຂອງສາກົນທີ່ມີຕໍ່ບັນດາການປັບປຸງຢ່າງໝັ້ນຄົງກ່ຽວກັບປີການເງິນ, ໜີ້ສາທາລະນະ, ໜີ້ຕ່າງປະເທດ…ກໍ່ຄືການປະຕິຮູບຢ່າງແຮງກ່ຽວກັບລະບຽບການບໍລິຫານ, ສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສ່ອງແສງແງ່ຫວັງການເຕີບໂຕເສດຖະກິດທີ່ເຕັມໄປດ້ວຍຄວາມໝັ້ນໝາຍຂອງປະເທດຊາດ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາສັນຍານຕັ້ງໜ້ານີ້, ຫວຽດນາມ ຍັງຄົງຢຶດໝັ້ນບັນດານະໂຍບາຍເສດຖະກິດມະຫາພາກ, ຮັບປະກັນການຟື້ນຟູເສດຖະກິດແບບຍືນຍົງ ແລະ ຮອບດ້ານ./.

 (ແຫຼ່ງຄັດຈາກ VOV)

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ບັນ​ດາ​ການ​ເຄື່ອນ​ໄຫວ​ບູ​ຊາ​ເຈົ້າ​ຊີ​ວິດ​ຮຸ່ງ​ດຳ​ເນີນ​ໃນ​ທົີ່ວ​ປະ​ເທດ

ຕອນເຊົ້າວັນທີ 18 ເມສາ ກົງກັບວັນທີ 10 ເດືອນ 3 ໄລ່ຕາມຈັນທະປະຕິທິນ ເປັນວັນບຸນບູຊາເຈົ້າຊີວິດຮຸ່ງ, ຫຼາຍທ້ອງຖິ່ນໃນທົ່ວປະເທດ ໄດ້ຈັດພິທີບູຊາເຈົ້າຊີວິດຮຸ່ງ, ແນໃສ່ສະແດງຄວາມຮູ້ບຸນຄຸນບັນດາເຈົ້າຊີວິດຮຸ່ງທີ່ໄດ້ມີຄຸນງາມຄວາມດີໃນການສ້າງສາປະເທດຊາດ.

Top