• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວ​ທີ​ປາ​​​ໄສ​ອາ​ຊີ​ປົວ​ຢາວ (BFA) 2021 ມີ​ຄວາມ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ຟື້ນ​ຟູ​ຂອງ ອາ​ຊີ

ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດອາຊີ, BFA ໄດ້ຄັດສະເໜີຂໍ້ມູນຂອງກອງທຶນເງິນຕາສາກົນ (IMF) ຊຶ່ງຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ອາຊີໃນປີ 2021 ອາດຈະບັນລຸໄດ້ຢ່າງໜ້ອຍສຸດ 6,5 %, ຟື້ນຟູຫຼາຍພໍສົມຄວນເມື່ອທຽບໃສ່ລະດັບຫຼຸດລົງ 1,7% ຂອງປີ ກາຍນີ້.
ເວທີປາໄສອາຊີປົວຢາວ (BFA) 2021 (ພາບ: TTXVN)

ກ່ອນທີ່ຈະດຳເນີນກອງປະຊຸມປະຈຳປີ 2021, ເວທີປາໄສອາຊີປົວຢາວ (BFA) ໄດ້ປະກາດສອງບົດລາຍການວິຊາການສຶກສາທີ່ສຳຄັນ, ໃນນັ້ນໄດ້ຕີລາຄາວ່າ ອາຊີ ແມ່ນກຳລັງໜູນໃຫ້ແກ່ວິວັດການຟື້ນຟູແບບຍືນຍົງຂອງເສດຖະກິດທົ່ວໂລກ. ໃນບົດລາຍງານກ່ຽວກັບແງ່ຫວັງເສດຖະກິດອາຊີ, BFA ໄດ້ຄັດສະເໜີຂໍ້ມູນຂອງກອງທຶນເງິນຕາສາກົນ (IMF) ຊຶ່ງຄາດຄະເນວ່າ ການເຕີບໂຕເສດຖະກິດຂອງ ອາຊີໃນປີ 2021 ອາດຈະບັນລຸໄດ້ຢ່າງໜ້ອຍສຸດ 6,5 %, ຟື້ນຟູຫຼາຍພໍສົມຄວນເມື່ອທຽບໃສ່ລະດັບຫຼຸດລົງ 1,7% ຂອງປີ ກາຍນີ້. ຕາມ BFA ແລ້ວ, ໃນປີນີ້, ອາຊີໃຕ້ ຈະເຫັນປະຈັກຕາ ການເຕີບໂຕເສດຖະກິດໄວທີ່ສຸດຂອງພາກພື້ນ ດ້ວຍລະດັບ 9,7%. ໃນຂະນະທີ່ພາກພື້ນ ອາຊີຕາເວັນອອກຢັ້ງຢືນລະດັບການເຕີບໂຕຢູ່ລະດັບ 6,5%. ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ມີປະສິດທິຜົນກໍ່ຄືບັນດາການເຄື່ອນໄຫວຜະລິດທີ່ໄດ້ຮັບການຟື້ນຟູ ຢູ່ ຈີນ ແລະ ສ.ເກົາຫຼີ ໄດ້ນອນໃນຈຳນວນປັດໄຈຕົ້ນຕໍ ຊຶ່ງພາໄປເຖິງແງ່ຫວັງຟື້ນຟູເສດຖະກິດຢ່າງຕັ້ງໜ້າຂອງ ອາຊີໃນປີນີ້. ໃນຂະນະນັ້ນ, ບົດລາຍງານກ່ຽວກັບການພັດທະນາແບບຍືນຍົງຂອງ BFA ໄດ້ໃຫ້ຂໍ້ສັງເກດວ່າ, ໃນສະພາບການໂລກລະບາດໂຄວິດ - 19, ບັນດາປະເທດ ອາຊີ ໄດ້ເພີ່ມທະວີລະບົບສຸຂະພິບານ, ຮັກສາລະບົບສະໜອງທົ່ວໂລກຢ່າງເປັນປົກກະຕິ ແລະ ນຳໜ້າການຟື້ນຟູທາງການຄ້າ ແລະ ການລົງທຶນດ້ວຍທຸກວິທີການ”. ບົດລາຍງານໄດ້ຮຽກຮ້ອງວ່າ ອາຊີ ສວມບົດບາດນຳໜ້າໃນການຮັບປະກັນການຟື້ນຟູແບບຍືນຍົງໃນທົ່ວໂລກ, ພິເສດ ແມ່ນບັນດາປະເທດທີ່ໄດ້ຫຼຸດພົ້ນອອກຈາກໂລກລະບາດໂຄວິດ - 19 ຕ້ອງເພີ່ມທະວີການໜູນຊ່ວຍບັນດາປະເທດໃກ້ຄຽງ.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top