• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເວທີປາໄສເສດຖະກິດ ເຂດທາງຕາເວັນຕົກພາກໃຕ້ຄັ້ງທີ 1 ຈະດຳເນີນໃນເດືອນ ພະຈິກ ຈະມາເຖິງ

      ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂາ ເກີ່ນເທິ (VCCI ເກີ່ນເທິ) ໃຫ້ຮູ້ວ່າ: ໃນເດືອນ ພະຈິກ ທີ່ຈະມາເຖິງ, ຄະນະເສດຖະກິດ ພາກກາງຈະສົມທົບກັບ VCCI ຈັດຕັ້ງເວທີປາໄສເສດຖະກິດ ເຂດທາງຕາເວັນຕົກພາກໃຕ້ຄັ້ງທີ 1.

ທ່ານ ຫງວຽນເຟືອງລາມ, ຜູ້ອຳນວຍການ VCCI ສາຂາ ເກີ່ນເທີ (ພາບ: enternews.vn )
      ນີ້ແມ່ນເວທີປາໄສເສດຖະກິດສຳຄັນທີ່ຕ້ອງການສຽງເວົ້າຈາກປະຊາຄົມວິສາຫະກິດທີ່ສຸດເພື່ອປຶກສາຫາລືບັນດາບັນຫາການພັດທະນາຂອງເຂດ, ຍົກສູງກຳລັງຄວາມສາມາດແກ້ງແຍ່ງຂອງທ້ອງຖິ່ນ ແລະ ວິສາຫະກິດເພື່ອປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ ຜ່ານບັນດາລັດຖະນະໂຍບາຍຈາກສູນກາງ. ທ່ານ ຫງວຽນເຟືອງລາມ, ຜູ້ອຳນວຍການ VCCI ສາຂາ ເກີ່ນເທີໃຫ້ຮູ້ວ່າ:
            ດ້ວຍບັນດາສິ່ງທີ່ ພວກຂ້າພະເຈົ້າຕີລາຄາ, ໄຈ້ແຍກ, ສິ່ງທ້າທາຍ, ຄວາມສ່ຽງ ແລະ ພ້ອມກັນນັ້ນແມ່ນບັນດາກາລະໂອກາດ, ຖ້າຫາກວ່າ ພວກເຮົາກຳໄດ້ບັນດານັ້ນ, ໃນໄລຍະຈະມາເຖິງ, ພິເສດແມ່ນໃນປີ 2020, 2021 - ເຊິ່ງເປັນປີບານພັບ, ປີຂີດໝາຍຂອງການພັດທະນາລວມຂອງໂລກ ກໍ່ຄື ຫວຽດນາມ. ພວກຂ້າພະເຈົ້າມີຄວາມຫວັງວ່າ ກອງປະຊຸມໃຫຍ່ຂອງພັກທີ່ຈະມາເຖິງຈະເປີດໜ້າປະຫວັດສາດໃໝ່, ບາດລ້ຽວໃໝ່ໃນຍຸດທະສາດພັດທະນາເສດຖະກິດຂອງ ຫວຽດນາມ. ຈາກນັ້ນ, ວິສາຫະກິດຈະສືບທອດນະໂຍບາຍທີ່ດີ ແລະ ພ້ອມກັນພັດທະນາ.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top