• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ເລົ່າເລື່ອງປະຫວັດສາດ ຫວຽດ ຜ່ານ ອ໋າວຢ່າຍ

ດ້ວຍຄວາມຫຼົງໄຫຼ ກັບບັນດາລວດລາຍທີ່ກ່ຽວພັນເຖິງວັດທະ ນະທຳ ຫວຽດນາມ, ນັກອອກແບບ ເຍີດຖືກ ໄດ້ນຳເຂົ້າໃນ ບັນ ດາຊຸດອອກແບບ ອ໋າວຢ່າຍ ຢ່າງຄ່ອງແຄ້ວ ໃຫ້ເປັນແບບ ບຸກຄະລິກສ່ວນຕົວ. 
ເປັນຜູ້ສອບເສັງໄດ້ທີໜຶ່ງຂອງຂະແໜງວິຊາ ອອກແບບ ແຟຊັ່ນ,ມະຫາວິທີຍາໄລ ຮວ່າບິ່ງ, ນັກອອກແບບ ເຍີດຖືກ ໄດ້ຮຽນຕາມຄວາມມັກຮັກ ໃນຂົງເຂດ ແຟຊັ່ນ. ຫຼັງຈາກຮຽນຈົບ, ເພິ່ນໄດ້ມາເຮັດວຽກຢູ່ເຄື່ອງໝາຍການຄ້າ ແຊນ ດ້ວຍບົດບາດເປັນ ຜູ້ ອອກແບບ, ທັງເປັນຜູ້ຄຸ້ມຄອງ.

ເນື່ອງໃນໂອກາດງານບຸນມູນເຊື້ອ ໝູ່ບ້ານວັດທະນະທຳ ຫວຽດ ແລະ ການແລກປ່ຽນວັດທະນະທຳ ສາກົນ 2019 ເຊິ່ງໄດ້ ຈັດຂຶ້ນ ຢູ່ ກຳແພງເມືອງຫຼວງ ທັງລອງ, ນັກອອກແບບ ເຍີດຖືກ ໄດ້ ນຳ ມາສະເໜີຕໍ່ມະຫາຊົນ ທັງພາຍໃນ ແລະ ຕ່າງປະເທດ ຊຸດສະສົມ ອ໋າຍຢ່າຍ 3 ຊຸດ ນັ້ນຄື: “ໜ້າກາກ ລີເກ” ລວມມີ ອ໋າວຢ່າຍ 20 ຊຸດ, “ຄວາມຊົງຈຳ ກ່ຽວກັບນະຄອນຫຼວງເກົ່າ” ລວມມີ ອ໋າວຢ່າຍ 15 ຊຸດ ແລະ “ອໍານາດ ຫວຽດ” ລວມມີ ອ໋າວຢ່າຍ 15 ຊຸດ. 

ນັກອອກແບບ ເຍີດຖີກ ໃນຫ້ອງເຮັດວຽກຂອງຕົນ. 


ການອອກແບບໄດ້ຂຶ້ນແຜນການຢ່າງລະອຽດ. 


ບັນດາລວດລາຍດ້ເຮັດດ້ວຍມື. 


ນັກອອກແບບ ເຍີດຖືກ ມີການແລກປ່ຽນກັບຊ່າງຕັດຫຍິບ ເພື່ອໃຫ້ມີບັນດາຜະລິດຕະພັນທີ່ດີທີສຸດ. 

ສຳເລັດການອອກແບບ ອ໋າວຢ່າຍ 50 ຊຸດໃນເວລາ 3 ເດືອນ, ນັກອອກແບບ ເຍີດຖືກ ໄດ້ນຳມາຈຸດພິເສດໂດຍສະເພາະຂອງຊຸດສະສົມ ອ໋າວຢ່າຍ ແຕ່ລະຊຸດ ເຊິ່ງໄດ້ຜະລິດດ້ວຍແພໄໝ, ປະສານສົມທົບກັບ ຜ້າໄໝປ່ານ ແລະ ແຫ ເພື່ອສ້າງຄວາມ ເບົາ ບາງ, ສະດຸດຕາໃຫ້ແກ່ປີກເສື້ອ. ນອກຈາກນັ້ນ ເພິ່ນຍັງ ໄດ້ ນຳໃຊ້ ໄໝ ແລະ taffa ໃນການຜະລິດ ອ໋າວຢ່າຍ ສຳລັບໃຫ້ ແກ່ຜູ້ຊາຍ ອີກດ້ວຍ.






ຊຸດສະສົມ “ລິເກບູຮານ” ຂອງນັກອອກແບບ ເຍີດຖືກ.




ຊຸດສະສົມ “ຄວາມຊົງຈຳກ່ຽວກັບນະຄອນຫຼວງ ເກົ່າ” ຂອງນັກອອກແບບ ເຍີດຖືກ.




ຊຸດສະສົມ ອ໋າວຢ່າຍ ມູນເຊື້ອຂອງນັກອອກແບບ ເຍີດຖືກ.


ຊຸດສະສົມ ມວຍຫວຽດ ຂອງນັກອອກແບບ ເຍີດຖືກ.








ຊຸດສະສົມ ມວຍຫວຽດ ຂອງນັກອອກແບບ ເຍີດຖືກ.

ເຖິງປັດຈຸບັນ, ລູກຄ້າໄດ້ຮູ້ເຖິງແບບແຜນ ແຟຊັ່ນ ທີ່ເປັນ ສັນຍາ ລັກຂອງນັກອອກແບບ ເຍີດຖືກ ຜ່ານຫຼາຍຊຸດອອກແບບ ອ໋າວ ຢ່າຍ ທີ່ມີການປະສານສົມທົບລະຫວ່າງ ແບບ ອ໋າວຢ່າຍ ທີ່ທັນ ສະໄໝ ກັບແບບ ອ໋າວຢ່າຍ ມູນເຊື້ອ,  ດ້ວຍບັນດາ ລວດລາຍ ທີ່ເກົ່າແກ່, ຮູບພາບພື້ນເມືອງ ຂອງ ຫວຽດນາມ. 
 
ບົດ: ເງິນຮ່າ - ພາບ: ເຈິ່ນແທງຢາງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top