• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ເລທິກວ໋ຽນ-ນາຍຊ່າງ ຜູ້ມີຄວາມຕິດພັນກັບອາຊີບຕັດຫຍິບ ອ໋າວຢ່າຍ ເປັນເວລາ 70 ປີ

ຕະຫຼອດເວລາກວ່າ 30 ປີຜ່ານມາ, ຊາວເມືອງຫຼວງເກົ່າ ຮ່າໂນ້ຍ ຍັງຄຸ້ນເຄີຍ ກັບພາບ ຍິງຊາລາ ຜົມສີຂາວ ຄົນໜຶ່ງ ທີ່ຈົດຈໍ່ຢ່າງ ພິຖີພິຖັນ ກັບ ແຕ່ລະຮອຍເສັ້ນດ້າຍ, ແຕ່ລະບາດຫຍິບ ຢູ່ຂ້າງ ຈັກຫຍິບເກົ່າ, ສ້າງ ບັນດາ ຊຸດອ໋າວຢ່າຍ (ເສື້ອຍາວ) ຫວຽດນາມ ທີ່ໄດ້ຮັບຄວາມນິຍົມຊົມຊອບ ເປັນພິເສດຈາກລູກຄ້າທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງ ເລທິກວ໋ຽນ (ເຮືອນເລກທີ 23 ຖະໜົນ ເລືອງວັນການ, ຮ່າໂນ້ຍ). ເປັນເວລາ 70 ກວ່າປີ ສະໜິດຕິດພັນກັບ ອາຊີບ ຕັດຫຍິບ ອ໋າວຢ່າຍ ແລະ ຍັງຄົງຮັກສາໄວ້ໄດ້ ເຕັກນິກ ການຕັດຫຍິບມູນເຊື້ອ ຂອງ ໝູ່ບ້ານບັນພະບຸລຸດ ອາຊີບ ຕັດຫຍິບ ອ໋າວຢ່າຍ ແຈກຊ໋າ (ເມືອງ ແທງອວາຍ, ຮ່າໂນ້ຍ). 
ເຄັດລັບ ຂອງ ຮ້ານຕັດຫຍິບ ຜ່ານສອງສະຕະວັດ

ຮ້ານຕັດຫຍິບ ວິງແຈ໋ກ (ຖະໜົນ ເລືອງວັນການ, ເມືອງ ຮວ່ານກຽ໋ມ, ຮ່າ ໂນ້ຍ) ຂອງ ຄອບຄົວທ່ານນາງ ເລທິກວ໋ຽນ ເປັນໜຶ່ງໃນບັນດາ ຮ້ານຕັດຫຍິບ ອ໋າວຢ່າຍ ທຳອິດ ໄດ້ເປີດໃນຕົ້ນຊຸມປີ 1990 ຂອງ ສະຕະວັດກ່ອນ.

ລູກຄ້າ ຂອງ ທ່ານນາງ ກວ໋ຽນ ແມ່ນຫຼາກຫຼາຍ, ນັບແຕ່ລູກຄ້າຊາວ ຫວຽດນາມ ຕະຫຼອດຮອດລູກຄ້າ ຊາວຕ່າງປະເທດ ທີ່ມາທ່ຽວ ຫວຽດນາມ ຫຼື ໃຊ້ຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ແມ່ນແຕ່ ລູກຄ້າ ທີ່ “ເອົາໃຈຍາກທີສຸດ” ຮ່າໂນ້ຍ. ນອກຈາກນັ້ນ ທ່ານນາງ ກວ໋ຽນ ຍັງໄດ້ຮັບໃບສັ່ງ ຕັດຫຍິບ ອ໋າວຢ່າຍ ເປັນຈຳນວນຫຼາຍ ເພື່ອສົ່ງໄປຍັງ ຕ່າງປະເທດເຊັ່ນ: ຍີ່ປຸ່ນ, ສ ເກົາຫຼີ, ອັງກິດ, ຝຣັ່ງ ແລະ ອື່ນໆ. ນີ້ແມ່ນ ສິ່ງທີ່ບໍ່ຄ່ອຍມີ ຮ້ານຕັດຫຍິບ ອ໋າວຢ່າຍ ອື່ນມີໄດ້.



ຢຶດໝັ້ນກັບອາຊີບ ມາເປັນເວລາກວ່າ 70 ປີ, ໄດ້ເຫັນກັບຕາການປ່ຽນ ແປງ ດ້ານຮູບແບບ ຂອງ ອ໋າວຢ່າຍ ຫວຽດນາມ, ທ່ານນາງ ເລທິກວ໋ຽນ ໄດ້ຮຽນຮູ້ ຢູ່ຕະຫຼອດເວລາ.
ດ້ວຍເຫດນັ້ນ, ບັນດາຕົວແບບ ອ໋າວຢ່າຍ ໃນອະດີດ ຕະຫຼອດຮອດ ອ໋າວຢ່າຍ ຂອງ ຍຸກປັດຈຸບັນ ທ່ານນາງ ຕ່າງກໍເຮັດໄດ້.



ຕະຫຼອດຫຼາຍສິບປີຜ່ານມາ, ຮ້ານຕັດຫຍິບ ອ໋າວຢ່າຍ ຕັ້ງຢູ່ເຮືອນເລກ 23, ຖະໜົນ ເລືອງວັນການ ໄດ້ເປີດຮ້ານຕ້ອນຮັບແຂກ ແຕ່ 8 ໂມງເຊົ້າ ຈົນຮອດຄໍ່າຂອງທຸກວັນ. 


ຮ້ານຕັດຫຍິບ ຂອງ ທ່ານນາງ ເລທິກວ໋ຽນ ມີຄວາມຊ່ຽວຊານ ໃນການ ຕັດຫຍິບ ອ໋າວຢ່າຍ ດ້ວຍຜ້າແພ ທຸກຊະນິດ. 


ຮ້ານຕັດຫຍິບ ອ໋າວຢ່າຍ ວິງແຈ໋ກ ຮັບຕັດຫຍິບ ອ໋າວຢ່າຍ ໃຫ້ທຸກໄວ.


ມີລູກຄ້າ ຂາປະຈຳ ຫຼາຍຄົນ ໄດ້ມາຫາທ່ານນາງ ເປັນປະຈໍາ. ບັນດາຕົວແບບ ອ໋າວຢ່າຍ ແຕ່ມູນເຊື້ອ ຈົນເຖິງຍຸກໃໝ່ ໄດ້ວາງສະແດງ ຢູ່ຮ້ານ. 

ທ່ານນາງ ກວ໋ຽນ ໃຫ້ຮູ້ວ່າ ເຄັດລັບ ທີ່ເຮັດໃຫ້ລູກຄ້າຫຼາຍຄົນ ກັບມາ ໃຊ້ບໍລິການ ຮ້ານຕັດຫຍິບ ຂອງທ່ານນາງ ນັ້ນຄື  “ແຕ່ລະຮອຍເຂັມ, ແຕ່ລະບາດຫຍິບ ລ້ວນແຕ່ໄດ້ທ່ານນາງ ເຮັດດ້ວຍມື ດ້ວຍໃຈທັງນັ້ນ”.

ທ່ານນາງ ກວ໋ຽນ ຍັງໃຫ້ຮູ້ວ່າ ການຫຍິບ ອ໋າວຢ່າຍ ດ້ວຍມື ເຮັດໃຫ້ ອ໋າວຢ່າຍ ມີ “ຈິດວິນຍານ” ຍິ່ງຂຶ້ນ. ນັ້ນກໍແມ່ນເຕັກນິກ ແລະ ເຄັດລັບ ອາຊີບ ພິເສດຂອງໝູ່ບ້ານອາຊີບ ແຈກຊ໋າ, ບ້ານເກີດເມືອງນອນຂອງ ທ່ານນາງ. ຈາກນັ້ນ, ອ໋າວຢ່າຍ ແຕ່ລະຊຸດທີ່ ໄດ້ຮັບການຕັດຫຍິບ ຈາກ ຮ້ານຕັດຫຍິບ ວິງແຈ໋ກ ຕ່າງກໍໄດ້ປະຕິບັດ ດ້ວຍຄວາມພິຖີພິຖັນ ເພື່ອ ພໍດີກັບຜູ້ສວມໃສ່.

ຢຶດໝັ້ນກັບອາຊີບ ເປັນເວລາກວ່າ 70 ປີ, ໄດ້ເຫັນກັບຕາ ການປ່ຽນແປງ ຮູບແບບ ແລະ ການອອກແບບ ຂອງ ອ໋າວຢ່າຍ ຫວຽດນາມ, ທ່ານນາງ ກວ໋ຽນ ສາມາດຕັດຫຍິບໄດ້ ບັນດາຕົວແບບ ອ໋າວຢ່າຍ ໃນສະໄໝກ່ອນ ຕະຫຼອດຮອດ ອ໋າວຢ່າຍ ໃນຍຸກປັດຈຸບັນ ອີກດ້ວຍ. ແຕ່ລູກຄ້າ ທີ່ກັບມາຍັງ ຮ້ານຕັດຫຍິບ ຂອງ ທ່ານນາງ ສ່ວນຫຼາຍແມ່ນມີຄວາມຕ້ອງການກ່ຽວກັບ ຊຸດອ໋າວຢ່າຍມູນເຊື້ອ.


ຜູ້ “ຮັກສາ ອາຊີບ” ຂອງຄອບຄົວ

ປັດຈຸບັນ, ເຖິງວ່າອາຍຸເກືອບ 80 ປີແລ້ວ, ແຕ່ ທ່ານນາງ ກວ໋ຽນ ຍັງເຮັດ ໃຫ້ລູກຄ້າຕ້ອງແປກໃຈ ຕໍ່ຄວາມ ຄ່ອງແຄ້ວ ໃນການວັດແທກ, ຕັດ, ແຍ່ເຂັມ ແລະ ຫຍິບເສື້ອແຕ່ລະຜືນດ້ວຍມື. ທ່ານນາງ ກວ໋ຽນ ເປັນ ຮຸ່ນທີ 4 ຂອງ ຄອບຄົວ ເຮັດອາຊີບຕັດຫຍິບ ອ໋າວຢ່າຍ ຢູ່ໝູ່ບ້ານ ບັນພະບຸລຸດ ແຈກຊ໋າ (ເມືອງ ອຶ໋ງຮ່ວາ, ຮ່າໂນ້ຍ). ແຕ່ຍ້ອນສົງຄາມ, ຄອບຄົວທ່ານນາງ ຕ້ອງຍ້າຍເຂົ້າມາຍັງ ຮ່າໂນ້ຍ ແລະ ສືບຕໍ່ເຮັດ ອາຊີບ ຕັດຫຍິບ ອ໋າວຢ່າຍ ຢູ່ທີ່ນີ້. 
 

ເຖິງວ່າອາຍຸເກືອບ 80 ປີແລ້ວກໍຕາມ, ແຕ່ທ່ານນາງ ກວ໋ຽນ ຍັງ ສາມາດແຍ່ເຂັມ ໂດຍບໍ່ຕ້ອງໃຊ້ແວ່ນຕາ. 


ທ່ານນາງ ເລທິກວ໋ຽນ ເລົ່າໃຫ້ຟັງວ່າ: “ຄອບຄົວຂ້າພະເຈົ້າມີ 4 ຮຸ່ນ ເຮັດ ອາຊີບຕັດຫຍິບ ອ໋າວຢ່າຍ, ເມື່ອອາຍຸ 12 ປີ, ທ່ານນາງ ກວ໋ຽນ ໄດ້ຕິດຕາມພໍ່ ໄປທົ່ວທຸກຫົນແຫ່ງຢູ່ ຮ່າໂນ້ຍ
ເພື່ອການຕັດຫຍິບ ອ໋າວຢ່າຍ ໃຫ້ແກ່ລູກຄ້າ”.



ທ່ານນາງ ຍັງໃຊ້ຈັກຫຍິບລຸ້ນເກົ່າ ຍີ່ຫໍ້ Butterfly ມີອາຍຸ ຫຼາຍສິບປີແລ້ວ. 


ທຸກຂັ້ນຕອນ ໃນການຕັດຫຍິບ ອ໋າວຢ່າຍ ທ່ານນາງ ກວ໋ຽນ ປະຕິບັດ ດ້ວຍມື. 


ແຕ່ລະຮອຍເຂັມ ໄດ້ທ່ານນາງ ເຮັດດ້ວຍມື. 


ທ່ານນາງ ກວ໋ຽນ ກ່າວວ່າ ອ໋າວຢ່າຍ ທ່ີງາມ ຕ້ອງປະຕິບັດ ຕາມຂັ້ນຕອນ ຢ່າງພິຖີພິຖັນໃນແຕ່ລະຮອຍເຂັມ.
ເຖິງວ່າອາຍຸເກືອບ 80 ປີແລ້ວ, ແຕ່ການແຍ່ເຂັມ ຫຼື ວັດແທກ ເພື່ອການ ຕັດຫຍິບ ອ໋າວຢ່າຍ ສຳລັບ ທ່ານນາງ ກວ໋ຽນ ເປັນສິ່ງງ່າຍດາຍທີສຸດ.

ເມື່ອອາຍຸ 12 ປີ, ທ່ານນາງ ກວ໋ຽນ ໄດ້ຕິດຕາມພໍ່ ໄປທົ່ວທຸກຫົນແຫ່ງ ຢູ່ ຮ່າໂນ້ຍ ເພື່ອຕັດຫຍິບ ອ໋າວຢ່າຍ ໃຫ້ແກ່ລູກຄ້າ. ໂດຍກຳເນີດ ໃນຄອບຄົວ ທີ່ມີມູນເຊື້ອ ເປັນຊ່າງຕັດຫຍິບ, ຄ່ອງແຄ້ວ, ວ່ອງໄວ, ເພາະສະນັ້ນ ໃຊ້ເວລາບໍ່ດົນ, ທ່ານນາງ ກວ໋ຽນ ສາມາດ ຕັດຫຍິບ ຊຸດອ໋າວຢ່າຍ ທີ່ສົມບູນແບບ ໃຫ້ລູກຄ້າ ດ້ວຍຕົນເອງ.

ເປັນເວລາກວ່າ 70 ປີຢຶດໝັ້ນ ກັບອາຊີບ, ຜ່ານຜ່າຄວາມຫຍຸ້ງຍາກ ໃນຊີວິດບໍ່ຈັກວ່າເທົ່າໃດ, ທ່ານນາງ ກວ໋ຽນ ໄດ້ເຫັນກັບຕາ ການປ່ຽນແປງ ຫຼາຍຢ່າງຂອງ ອ໋າວຢ່າຍ ຫວຽດນາມ, ຈາກອ໋າວຢ່າຍ ໃນສະໄໝ ເກື້ອກູນ ຕະຫຼອດຮອດ ອ໋າວຢ່າຍ ໃນປັດຈຸບັນ.

ສຳລັບທ່ານນາງ, ອ໋າວຢ່າຍ ບໍ່ພຽງແຕ່ເປັນຊຸດເຄື່ອງນຸ່ງ ທຳມະດາ ເທົ່ານັ້ນ, ແຕ່ຍັງຮັກສາໄວ້ຄຸນຄ່າສັກສິດ, ມູນເຊື້ອຂອງຄອບຄົວ ອີກດ້ວຍ. ຕັ້ງຢູ່ໃຈກາງຄຸ້ມຖະໜົນເກົ່າ, ຮ້ານຕັດຫຍິບ ວິງແຈ໋ກ ຂອງ ຄອບຄົວ ທ່ານນາງ ຍັງຄົງຕົວຕາມວັນເວລາ ເໝືອນດັ່ງສິ່ງພິສູດ ທີ່ເລິກເຊິ່ງເຂັ້ມຂົ້ນ ໃນການສືບທອດ ແລະ ເສີມຂະຫຍາຍ ອາຊີບ ມູນເຊື້ອ ຂອງຊາດ.
ບົດ: ຖາວວີ-ພາບ: ກົງດາດ-ແປໂດຍ: ບິກລຽນ

ຮ່າທິທູແທງ - ຂີດໝາຍ ຜູ້ບຸກເບີກ ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ຮ່າທິທູແທງ - ຂີດໝາຍ “ຜູ້ບຸກເບີກ” ໃນຂະແໜງ ກວດສອບ ບັນຊີ ຫວຽດນາມ

ດ້ວຍຄວາມກ້າຫານ ແລະ ຄວາມຕັດສິນໃຈ ຂອງ ຜູ້ບຸກເບີກ, “ນາຍພົນຍິງ” ຮ່າທິທູແທງ  ໄດ້ນຳພາບໍລິສັດ Deloitte ຫວຽດນາມ ໃຫ້ກາຍເປັນບໍລິສັດ ທີ່ປຶກສາ ແລະ ກວດສອບ ບັນຊີ ອັນດັບ 1 ຂອງ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍການເດີນທາງ ມາເປັນເວລາ 30 ປີ ທີ່ເຕັມໄປດ້ວຍຄວາມພາກພູມໃຈ.

Top