• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ນັກວິທະຍາສາດ ຜູ້ມີສ່ວນຮ່ວມຊຸກຍູ້ໃຫ້ເຄື່ອງໝາຍການຄ້າ ໝາກລີ້ນຈີ່ ບິນໄກໄປທົ່ວໂລກ

ດ້ວຍບັນດາຫົວຂໍ້ ແລະ ໂຄງການຄົ້ນຄວ້າວິທະຍາສາດ ທີ່ໄດ້ຮັບການນຳໃຊ້ເຂົ້າໃນຕົວຈິງຢ່າງມີປະສິດທິຜົນ, ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ຂົງເຂດກະສິກຳ, ກະສິກອນ ແລະ ຊົນນະບົດ, ທ່ານ ປອ ຈິ້້ງວັນທ້ຽນ, ປະທານສະມາຄົມກະສິກອນນະຄອນ ຫາຍຟອງ ໄດ້ລົງມືແກ້ໄຂ "ຈຸດອຸດຕັນ" ໂດຍກົງໃຫ້ແກ່ເຂດຜະລິດຕະພັນພິເສດ ໝາກລີ້ນຈີ່ ແທັງຮ່າ, ປະກອບສ່ວນຊຸກຍູ້ໃຫ້ເຄື່ອງໝາຍການຄ້າໝາກໄມ້ຊະນິດນີ້ບິນໄກ, ຊຸກຍູ້ການພັດທະນາເສດຖະກິດກະສິກຳຂອງທ້ອງຖິ່ນ.

ທ່ານ ປອ ຈິ້້ງວັນທ້ຽນ(ຜູ້ທີ 2 ຈາກເບື້ອງຂວາ) ເຂົ້າຮ່ວມລາຍການຊຸກຍູ້ການຈຳໜ່າຍ ໝາກລີ້ນຈີ່ ແທັງຮ່າ ປີ 2025.

ທ່ານ ປອ ຈິ້້ງວັນທ້ຽນ(ຜູ້ທີ 2 ຈາກເບື້ອງຂວາ) ເຂົ້າຮ່ວມລາຍການຊຸກຍູ້ການຈຳໜ່າຍ ໝາກລີ້ນຈີ່ ແທັງຮ່າ ປີ 2025.

ທ່ານ ປອ ຈິ້້ງວັນທ້ຽນ (ຜູ້ທີ 3 ຈາກເບື້ອງຊ້າຍ) ໃນໂອກາດຢ້ຽມຢາມຕົວແບບການຜະລິດຂອງກະສິກອນ ຢູ່ແຂວງ ກຽນອານ, ນະຄອນ ຫາຍຟອງ.

ທ່ານ ປອ ຈິ້້ງວັນທ້ຽນ (ຜູ້ທີ 3 ຈາກເບື້ອງຊ້າຍ) ໃນໂອກາດຢ້ຽມຢາມຕົວແບບການຜະລິດຂອງກະສິກອນ ຢູ່ແຂວງ ກຽນອານ, ນະຄອນ ຫາຍຟອງ.

ປະຕິບັດໂດຍ: VNA/VNP

ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ: ຈາກປະສົບການ ສູ່ພາລະກິດ ການສຶກສາ

ທ່ານນາງ ໂຕຖຸ້ຍຢ໊ຽມກວຽນ: ຈາກປະສົບການ ສູ່ພາລະກິດ ການສຶກສາ

ໃນບັນດາເລື່ອງລາວ ກ່ຽວກັບການປ່ຽນແປງໃໝ່, ບາງຊ່ວງເວລາ ທີ່ເຮັດໃຫ້ເກີດການຕື່ນໂຕ ແມ່ນມາຈາກສິ່ງທີ່ນ້ອຍທີ່ສຸດ. ສຳລັບ ຊ່ຽວຊານດ້ານການສຶກສາ ໂຕຖຸ້ຍຢ໊ຽມກວຽນ, ສິ່ງນັ້ນ ບໍ່ແມ່ນ ລາງວັນ ຫຼື ຕຳແໜ່ງ, ແຕ່ມາຈາກຮູບແຕ້ມ ຂອງ ລູກຊາຍຕົນ-ເດັກຄົນໜຶ່ງ ທີ່ມີອາການຊຶມເສົ້າ ໄດ້ແຕ້ມຕົນເອງ ກຳລັງ ຈະ ຈາກໂລກ ນີ້ໄປ. ຮູບພາບດັ່ງກ່າວໄດ້ກະຕຸ້ນໃຫ້ແມ່ຄົນນີ້ ແລະ ສ້າງແຮງບັນດານໃຈໃນ ຕົວເພິ່ນໃຫ້ມີພາລະກິດ: ປ່ຽນແປງ ການສຶກສາ ເພື່ອບໍ່ໃຫ້ ເດັກຄົນໃດ ຕ້ອງປະສົບກັບ ຄວາມເຈັບປວດ ຄືກັບລູກຊາຍຂອງຕົນ.

Top