• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເມືອງເກາະ ເຈື່ອງຊາ ມີການປ່ຽນແປງຫຼາຍຢ່າງ

      ພາຍຫຼັງທີ່ໄດ້ຮັບການປົດປ່ອຍເປັນເວລາ 46 ປີ, ເມືອງເກາະ ເຈື່ອງຊາ, ແຂວງ ແຄ໊ງຮ່ວາ ຍາມໃດກໍ່ຢືດໝັ້ນຜ່ານຜ່າຄວາມຫຍຸ້ງຍາກ, ກາຍເປັນແນວໜ້າຂອງປະເທດຊາດຢູ່ທະເລຕາເວັນອອກ.
ເມືອງເກາະ ເຈື່ອງຊາ ມີການປ່ຽນແປງຫຼາຍຢ່າງ
(ພາບ: baohaiquanvietnam.vn)
      ໂດຍສືບທອດມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ, ປະຈຸບັນ ທະຫານ ແລະ ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ ພວມສູ້ຊົນຝຶກຝົນຫຼໍ່ຫຼອມຜ່ານຜ່າຄວາມຫຍຸ້ງຍາກເພື່ອປົກປັກຮັກສາ ແລະ ພັດທະນາເຂດທະເລ, ໝູ່ເກາະ ເຈື່ອງຊາ ໃຫ້ນັບມື້ນັບວັດທະນາຖາວອນ, ຜາສຸກ.
        ໃນຊຸມມື້ຜ່ານມາຄອບຄົວຂອງເອື້ອຍ ເຈິ່ນທິມິງ ຢູ່ເມືອງເກາະ ເຈື່ອງຊາ ມີຄວາມຄຶກຄື້ນມ່ວນຊື່ນ ດ້ວຍສຽງຫົວ, ສຽງເວົ້າ. ບັນດາຄອບຄົວ ແລະ ພະນັກງານຢູ່ໝູ່ເກາະໄດ້ເຕົ້າໂຮມກັນຢູ່ເຮືອນຂອງເອື້ອຍຝຶກແອບບັນດາລາຍການສະແດງສິລະປະເພື່ອຂ່ຳນັບຮັບຕ້ອນບັນດາວັນບຸນໃຫຍ່ຂອງປະເທດຊາດ. ເອື້ອຍ ກຸ໊ກ ໃຫ້ຮູ້ວ່າ, ເມື່ອໄດ້ຮັບຟັງ, ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ກິລາໃນໂອກາດວັນບຸນຕ່າງໆ, ເອື້ອຍພ້ອມກັບປະຊາຊົນພວມດຳລົງຊີວິດໃນເກາະມີຄວາມປິຕິຊົມຊື່ນ, ເບີກບານໃຈ. ທຸກຄົນມີຄວາມປິຕິຊົມຊື່ນຍ້ອນການດຳລົງຊີວິດຢູ່ເມືອງເກາະມີການປ່ຽນແປງຫຼາຍຢ່າງ, ສະນັ້ນໄດ້ຮ່ວມແຮງຮ່ວມໃຈປົກປັກຮັກສາ, ສ້າງສາເຂດໝູ່ເກາະໃຫ້ນັບມື້ນັບພັດທະນາ. ເອື້ອຍ ມິງກຸ໊ກ, ໃຫ້ຮູ້ວ່າ.
        “ເມື່ອລັດມີຄວາມຮຽກຮ້ອງຕ້ອງການ, 2 ຜົວເມຍຂ້າພະເຈົ້າມີຄວາມຄິດເຊັ່ນດຽວກັນແມ່ນມາແຫ່ງນີ້ເພື່ອດຳລົງຊີວິດ ແລະ ປົກປັກຮັກສາເຂດໝູ່ເກາະໃຫ້ແກ່ປະເທດຊາດ. ຄອບຄົວຂ້າພະເຈົ້າເຊື່ອມຕົວເຂົ້າກັບການດຳລົງຊີວິດຢູ່ທີ່ນີ້ໄວທີ່ສຸດ ຍ້ອນດິນຟ້າອາກາດບໍ່ປ່ຽນແປງຫຼາຍ ສະນັ້ບພວກລູກກໍ່ແຂງແຮງດີ. ໃນຊີວິດປະຈຳວັນ, ເມື່ອມີຜູ້ປະສົບກັບຄວາມຫຍຸ້ງຍາກ ບັນດາທະຫານໃນເກາະໄດ້ສ້າງເງື່ອນໄຂ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈ.”
        46 ປີກ່ອນນີ້, ດ້ວຍຄວາມຕັດສິນໃຈຢ່າງຖືກຕ້ອງ, ສະແດງໃຫ້ເຫັນຍຸດທະສາດຂອງສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງປ້ອງກັນປະເທດຫວຽດນາມ ສຳລັບບັນຫາອະທິປະໄຕເຂດທະເລ, ໝູ່ເກາະໃນຄາວນັ້ນ, ເຫຼົ່າທັບເຮືອໄດ້ສົມທົບກັບທະຫານເຂດ 5 ປົດປ່ອຍບັນດາເກາະ ຂຶ້ນກັບເມືອງເກາະ ເຈື່ອງຊາຄື: ຊອງຕືໄຕ, ເຈື່ອງຊາເລີ໊ນ, ເຊີນກາ, ນາມອ໊ຽດ… 46 ປີຜ່ານມາ, ທະຫານ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ລົງທຶນຈາກພັກ, ລັດ, ກະຊວງປ້ອງກັນປະເທດ, ການຮ່ວມແຮງຮ່ວມໃຈຂອງບັນດາທ້ອງຖິ່ນ, ວິສາຫະກິດ, ປະຊາຊົນໃນທົ່ວປະເທດ ແລະ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
        ປະຈຸບັນ, ການດຳລົງຊີວິດຢູ່ບັນດາເກາະ ຊິງໂຕນ, ເຈື່ອງຊາເລີ໊ນ, ຊອງຕືໄຕ ບໍ່ມີຄວາມແຕກຕ່າງກັບເຂດດິນຕໍ່ແຜ່ນອີກແລ້ວ. ມີຫຼາຍຄົນໄດ້ມາແຫ່ງນີ້ເພື່ອກໍ່ຮ່າງສ້າງຕົວ, ເຮືອນແຕ່ລະຫຼັງລ້ວນແຕ່ມີສວນນ້ອຍໆເພື່ອປຸກຜັກ, ຕົ້ນໄມ້ກິນໝາກ, ຢູ່ດ້ານຫຼັງແມ່ນຄອກລ້ຽງໄກ່, ເປັດ. ບັນດາຄວາມຫຍຸ້ງຍາກກ່ຽວກັບດ້ານນ້ຳສະອາດ, ຜັກ, ການຕິດຕໍ່ໄດ້ຮັບການແກ້ໄຂແລ້ວ. ທ່ານພັນເອກ ທ໊າຍດ່າມເຊົ໊າ, ອະດີດຫົວໜ້າຄະນະ ເຈື່ອງຊາ, ໃຫ້ຮູ້ວ່າ.
        “ລຸ້ນໃດລຸ້ນນັ້ນມີການສັງເກດທີ່ແຕກຕ່າງກັນ, ແຕ່ຂ້າພະເຈົ້າເຫັນວ່າ ມູນເຊື້ອຂອງທະຫານພວກເຮົາ, ຂອງຊາດເຮົານັບແຕ່ກ່ອນມາຮອດປະຈຸບັນລ້ວນແຕ່ບໍ່ມີສິ່ງກີດຂວາງຕໍ່ການກ້າວຂຶ້ນ. ຍາມໃດກໍ່ຝຶກຝົນຫຼໍ່ຫຼອມ, ສູ້ຊົນຮັກສາຄຸນສົມບັດຂອງທະຫານປະຕິວັດ, ປະຕິບັດສຳເລັດໜ້າທີ່ເຊິ່ງພັກ, ລັດມອບໝາຍໃຫ້.”
        ເພື່ອໃຫ້ ເຈື່ອງຊາ ມີການດຳລົງຊີວິດດ້ວຍຄວາມສະຫງົບສຸກຄື “ນະຄອນກາງທະເລ” ຄືວັນນີ້, ບັນດາທະຫານຂຶ້ນກັບກອງກຳລັງ ເຈື່ອງຊາ - ກອງພັນນ້ອຍ 146 ຂອງທະຫານເຮືອເຂດ 4 ຍາມໃດກໍ່ປົກປັກຮັກສາເຂດເກາະແນວໜ້າ, ຮັກສາຄວາມສະຫງົບທາງທະເລ. ທ່ານພັນເອກ ເລືອງຊວັນຢ໊າບ, ຫົວໜ້າການເມືອງກອງກຳລັງເຈື່ອງຊາ, ໃຫ້ຮູ້ວ່າ.
        “ກົມກອງໄດ້ຈັດຕັ້ງການສຶກສາໃຫ້ທະຫານ ຜ່ານບັນດາຮູບເງົາເອກະສານ, ພາບຖ່າຍເອກະສານ, ດ້ວຍບັນດາວັດຖຸພັນຂອງພະນັກງານລຸ້ນກ່ອນໆ, ເພື່ອໃຫ້ທະຫານສາມາດວາດພາບເຖິງການດຳລົງຊີວິດທີ່ຫຍຸ້ງຍາກ, ລຳບາກ ແຕ່ມີຄວາມເອກອ້າງທະນົງໃຈທີ່ສຸດຂອງລຸ້ນພໍ່ລຸ້ນອ້າຍ ເພື່ອໃຫ້ທຸກຄົນມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ, ສົມເປັນທະຫານເຮືອ, ນັກຮົບ ເຈື່ອງຊາ”.
        ພາຍຫຼັງທີ່ໝູ່ເກາະ ເຈື່ອງຊາ ໄດ້ຮັບການປົດປ່ອຍເປັນເວລາ 46 ປີ, ປະຈຸບັນໄດ້ມີການປ່ຽນແປງຫຼາຍຢ່າງ. ບັນດາກິດຈະກຳຄືປະພາຄານ, ບ້ານຫາປາ, ສູນການບໍລິການພະລາທິການເຕັກນິກ ໄດ້ຮັບປະກັນຄວາມປອດໄພໃຫ້ແກ່ບັນດາພາຫະນະເຮືອ, ກ່ຳປັ່ນທີ່ເຄື່ອນໄຫວຢູ່ທະເລ, ຕັ້ງໜ້າໜູນຊ່ວຍໃຫ້ແກ່ການເຄື່ອນໄຫວຂຸດຄົ້ນ, ຊື້ຂາຍສິນໃນນ້ຳຂອງພໍ່ແມ່ພີນ້ອງຊາວປະມົງ. ບັນດາເຂດເກາະລ້ວນແຕ່ໄດ້ຮັບຄວາມເອົາໃຈໃສ່ໜູນຊ່ວຍວັດຖຸອຸປະກອນເພື່ອປົວແປງຊີວິດການເປັນຢູ່ໃຫ້ແກ່ພະນັກງານ, ນັກຮົບ ແລະ ປະຊາຊົນ. ດຳລົງຊີວິດ ແລະ ເຮັດວຽກຢູ່ເຂດເກາະທີ່ຫ່າງໄກຍັງປະສົບກັບຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ, ທະຫານ ແລະ ປະຊາຊົນ ເຈື່ອງຊາ ຍາມໃດກໍ່ສາມັກຄີກັນເປັນຈິດໜຶ່ງໃຈດຽວ, ເສີມຂະຫຍາຍຈິດໃຈປະຕິບັດໜ້າທີ່ປົກປັກຮັກສາ, ສ້າງສາເມືອງເກາະໃຫ້ນັບມື້ນັບພັດທະນາ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top