• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ມາຣົກ

      ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອິນເດຍ Subrahmanyam Jaishankar.
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບ: TTXVN)
      ຕອນບ່າຍວັນທີ 16 ເມສາ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດອິນເດຍ Subrahmanyam Jaishankar. ທີ່ການໂອ້ລົມ, ລັດຖະມົນຕີທັງ 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຜັນຂະຫຍາຍປະສິດທິຜົນໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2030; ຮັກສາບັນດາກົນໄກຮ່ວມມື 2 ຝ່າຍທີ່ມີຢູ່ແລ້ວ, ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ສູ້ຊົນນຳວົງເງິນການຄ້າ 2 ສົ້ນໃຫ້ບັນລຸໄດ້ 15 ຕື້ USD. ລັດຖະມົນຕີທັງ 2 ທ່ານໄດ້ສະເໜີໃຫ້ 2 ປະເທດຈົ່ງຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນປີ 2021; ຊົມເຊີຍຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ອິນເດຍ ກ່ຽວກັບທະເລຕາເວັນອອກ ແລະ ຕີລາຄາສູງບົດບາດຂອງ ອິນເດຍ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນການພົວພັນຄູ່ຮ່ວມມືອາຊຽນ - ອິນເດຍ ແລະ ຢູ່ສະຫະປະຊາຊາດ.
        ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານກຳມະການຄະນະລັດຖະບານ, ລັດຖະມົນຕີການຕ່າງປະເທດຈີນ ຫວາງອີ. ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີສືບຕໍ່ເພີ່ມທະວີການພົວພັນແລກປ່ຽນຂັ້ນສູງ ແລະ ທຸກຂັ້ນ; ຊຸກຍູ້ການແລກປ່ຽນ, ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງ 2 ປະເທດ; ນຳການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ການລົງທຶນເຕີບໂຕຕາມທິດແທດຈິງ, ໂປ່ງໃສ; ຮັກສາການແລກປ່ຽນກ່ຽວກັບບັນດາບັນຫາສາກົນ, ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
        ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ທະເລ, 2 ຝ່າຍໄດ້ຫັນດີນຳກັນ ຄວນສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາກົນໄກເຈລະຈາໃນປະຈຸບັນ. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ 2 ຝ່າຍຄວນແລກປ່ຽນ, ແກ້ໄຂຄວາມບໍ່ລົງລອຍກັນບົນຈິດໃຈເຄົາລົບສິດ ແລະ ຜົນປະໂຫຍດອັນສອບທຳຂອງກັນ, ຂໍ້ຕົກລົງ, ຄວາມຮັບຮູ້ລວມລະຫວ່າງ 2 ຝ່າຍ ແລະ ກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັບອາຊຽນ ບັນລຸໄດ້ຄວາມຄືບໜ້າກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).
        ໃນການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ, ຮ່ວມມືອາຟະລິກາ ແລະ ຊາວ ມາຣົກ ອາໄສຢູ່ຕ່າງປະເທດ Nassre Bourita. ລັດຖະມົນຕີທັງ 2 ທ່ານໄດ້ແລກປ່ຽນບັນດາມາດຕະການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ, ໂດຍສະເພາະແມ່ນໃນບັນດາຂົງເຂດການຄ້າ, ການລົງທຶນ, ທະນາຄານ, ວັດທະນະທຳ, ທ່ອງທ່ຽວ…; ເພີ່ມທະວີການສົມທົບກັນເພື່ອເສີມຂະຫຍາຍບົບດາດຂອງບັນດາກົນໄກຮ່ວມມືໂດຍກະຊວງການຕ່າງປະເທດຂອງ 2 ປະເທດເປັນປະທານຮ່ວມ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top