• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການຮ່ວມມື ຫວຽດນາມ - ລາວ

      ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ  ເຈືອງຮ່ວາບີ່ງ ໄດ້ໄປຮອດນະຄອນຫລວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສ.ປ.ປ ລາວ ໃນລະຫວ່າງວັນທີ 10-12 ທັນວາ. 

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຂົ້າຢ້ຽມຄຳນັບປະທານສະພາແຫ່ງຊາດລາວ ທ່ານນາງ  ປານີ ຢາທໍ່ຕູ້ (ພາບ: TTXVN)
      ຕອນບ່າຍວັນທີ 10 ທັນວາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ໄດ້ເຂົ້າຢ້ຽມຄຳນັບປະທານສະພາແຫ່ງຊາດລາວ ທ່ານນາງ  ປານີ ຢາທໍ່ຕູ້ ແລະ ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ລາວ ບຸນທອງ ຈິດມະນີ.
            ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຢັ້ງຢືນວ່າ ຈະສືບຕໍ່ຊຸກຍູ້ບັນດາເນື້ອໃນທີ່ສອງປະເທດກຳລັງເອົາໃຈໃສ່,ໃນນັ້ນມີການໃຫ້ກຳລັງໃຈແກ່ບັນດາວິສາຫະກິດໃຫຍ່ຂອງຫວຽດນາມທີ່ມາລົງທຶນຢູ່ລາວ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຢັ້ງຢືນວ່າຫວຽດນາມຈະແກ້ໄຂບາງບັນຫາທີ່ຍັງຄົງຄ້າງລະຫວ່າງສອງປະເທດໂດຍໄວຖືກຕາມຈິດໃຈຂອງຂໍ້ຕົກລົງລະຫວ່າງສອງລັດຖະບານ.
            ສ່ວນ, ບັນດາການນຳ ລາວ ກໍ່ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຄວາມສະຫງົບ, ປ້ອງກັນຊາດ, ຍຸຕິທຳ, ການກວດກາ, ປ້ອງກັນ ແລະຕ້ານການສໍ້ລາດບັງຫລວງ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top