• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເປີດສະຫຼອງໂຄງການກໍ່ສ້າງຂົວ ກາວແລງ ແລະ ເສັ້ນທາງເຊື່ອມຕໍ່ຂົວ ກາວແລງ - ຂົວ ວ່າມກົ໋ງ

      ຕອນເຊົ້າວັນທີ 27 ພຶດສະພາ, ທີ່ຕາແສງ ຕິ້ງເທີ໋ຍ, ນະຄອນ ກາວແລງ, ແຂວງ ດົງທ໋າບ, ກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ ໄດ້ຈັດຕັ້ງພິທີເປີດສະຫຼອງໂຄງການກໍ່ສ້າງຂົວ ກາວແລງ ແລະ ເສັ້ນທາງເຊື່ອມຕໍ່ຈາກຂົວ ກາວແລງ ໄປຫາ - ຂົວ ວ່າມກົ໋ງ ຂຶ້ນກັບໂຄງການເຊື່ອມຕໍ່ໃສ່ເຂດໃຈກາງທົ່ງພຽງແມ່ນ້ຳຂອງ.

ເປີດສະຫຼອງໂຄງການກໍ່ສ້າງຂົວ ກາວແລງ ແລະ ເສັ້ນທາງເຊື່ອມຕໍ່ຂົວ ກາວແລງ - ຂົວ ວ່າມກົ໋ງ
      ເຂົ້າຮ່ວມພິທີມີທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ແລະ ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Julie Bishop ພ້ອມດ້ວຍການນຳບັນດາກະຊວງ, ຄະນະ, ຂະແໜງການສູນກາງ, ການນຳແຂວງ ດົງທ໋າບ ພ້ອມກັບບັນດທ້ອງຖິ່ນເຂດທົ່ງພຽງແມ່ນ້ຳຂອງ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ກ່າວວ່າ:
        “ນີ້ແມ່ນກິດຈະກຳຄົມມະນາຄົມທີ່ມີຄວາມໝາຍສຳຄັນສຳລັບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ດົງທ໋າບ ເວົ້າສະເພາະ ແລະ ເຂດທົ່ງພຽງແມ່ນ້ຳຂອງເວົ້າລວມ. ມັນຈະປະກອບສ່ວນຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງເຂດທົ່ງພຽງແມ່ນ້ຳຂອງ ກໍ່ຄືປະກອບສ່ວນຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດຢູ່ ຫວຽດນາມ”.

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ
      ຂົວກາວແລງ ຂ້າມຜ່ານແມ່ນ້ຳ ຕຽນ ມີລວງຍາວ 2,01 ກມ ແລະ ເສັັ້ນທາງເຊື່ອມຕໍ່ຈາກຂົວກາວແລງ ໄປຫາ ຂົວວ່າມກົ໋ງ ມີລວງຍາວ 21,45 ກມ.

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ຕ້ອນຮັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Julie Bishop
      ກ່ອນທີ່ເຂົ້າຮ່ວມພິທີເປີດສະຫຼອງຂົວ ກາວແລງ ຢູ່ແຂວງ ດົງທ໋າບ, ທ່່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ  ໄດ້ຕ້ອນຮັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Julie Bishop. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີງຢຸງ ໄດ້ຊົມເຊີຍທ່ານນາງລັດຖະມົນຕີການຕ່າງປະເທດອົດສະຕາລີ Julie Bishop ທີ່ຕາງໜ້າໃຫ້ລັດຖະບານ ອົດສະຕາລີ ມາເຂົ້າຮ່ວມພິທີເປີດສະຫຼອງຂົວກາວແລງ ຢູ່ ຫວຽດນາມ; ຕີລາຄາສູງເລື່ອງຂົວ ກາວແລງ ໄດ້ກໍ່ສ້າງສຳເລັດຖືກຕາມຄວາມຄືບໜ້າ, ນຳເຂົ້າເຄື່ອນໄຫວກົງກັບໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top