• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ເຕັກໂນໂລຊີການລ້ຽງສິນທະເລ: ຕົວແບບທີ່ເປັນເອກະລັກ ຢູ່ ແຄ໋ງຮ່ວາ

ດ້ວຍເງື່ອນໄຂພູມສາດ ທີ່ບໍ່ຄ່ອຍມີບ່ອນໃດມີ, ແຂວງ ແຄ໋ງຮ່ວາ ໄດ້ ເປີດກວ້າງ ອາຊີບລ້ຽງສິນທະເລ ເປັນທິດຍຸດທະສາດ, ໂດຍສະ ເພາະ ຢ່າງຍິ່ງ ແມ່ນໃນຂະນະ ທີ່ບັນດາອົງການຈັດຕັ້ງສາກົນ ເຊັ່ນ ສູນຄົ້ນຄວ້າກະສິກຳສາກົນ ອົດສະຕຣາລີ (ACIAR), ບັນດາ ນັກ ວິທະຍາສາດ ຂອງ ສະຖາບັນຄົ້ນຄວ້າ ແລະ ລ້ຽງ ສິນໃນນຳ້ III ແລະ ປະຊາຊົນ ພ້ອມກັນ ຮ່ວມມື, ຫັນທ່າໄດ້ປຽບ ດັ່ງກ່າວ ເປັນ ຕົວຈິງ. ດ້ວຍຕົວແບບ ການລ້ຽງສິນທະເລ ທີ່ແປກໆ ເຊ່ັນ: ປີງທະ ເລ (sea cucumbers) ພ້ອມກັບ ຫອຍຫອມ (sweet nail), “ປາ ເກົາ” (garroupa) ແລະ ອື່ນໆ... ບໍ່ພຽງແຕ່ນຳມາ ແຫຼ່ງລາຍຮັບ, ຊ່ວຍໃຫ້ຊີວິດການເປັນຢູ່ ຂອງ ປະຊາຊົນ ມີຄວາມໝັ້ນຄົງ ກວ່າອະດີດ, ແຕ່ຍັງເປັນວິທີ ອະນຸລັກຮັກສາ ແຫຼ່ງຊັບພະຍາກອນ ທະເລ ທີ່ກຳລັງ ຄ່ອຍໆ ບົກແຫ້ງ.
ອະນຸລັກຮັກສາ “ຢາວິເສດ” ປີງທະເລ ຕໍ່ໜ້າໄພ ອັນຕະລາຍ ໃກ້ ຈະຖືກສູນພັນ

ໄດ້ຖືວ່າ ເປັນ ຢາວິເສດ ຈາກທະເລ, ປີງທະເລ ແຕ່ໃດໆ  ໄດ້ເປັນທີ່ ຮູ້ຈັກ ເປັນລາຍການອາຫານ ທີ່ອຸດົມໄປດ້ວຍ ທາດບຳລຸງ. ຢາວິເສດ ຈາກທະເລນີ້ ກໍໄດ້ຮັບຕີລາຄາສູງ ເນື່ອງຈາກ ຜົນປະໂຫຍດ ທີ່ຮັບຮູ້ ເໝືອນດັ່ງ ຢາພື້ນເມືອງ ພາຍໃຕ້ຮູບການ ໄດ້ສະກັດ, ປຸງ ແຕ່ງເປັນຢາເມັດ, ຢາບຳລຸງ... ນັ້ນແມ່ນເຫດຜົນ ທີ່ຕ້ອງການຊື້ ປີງ ທະເລສູງ ຈົນພາໄປເຖິງການທີ່ ປີງທະເລ ຖືກຂຸດຄົ້ນ ເຖິງຂັ້ນ ຢືນຢູ່ ຕໍ່ໜ້າ ໄພອັນຕະລາຍ ໃກ້ຈະຖືກສູນພັນ.

ເປັນໜຶ່ງໃນບັນດາປະເທດ ມີທ່າໄດ້ປຽບ ກ່ຽວກັບແຫຼ່ງຜົນປະໂຫຍດ ສິນທະເລ, ພິເສດແມ່ນ ປີງທະເລ ຢູ່ ຫວຽດນາມ, ໄດ້ຄົ້ນພົບ ຢູ່ເຂດ ປາກແມ່ນຳ້ ຫຼື ເຂດອ່າວທີ່ມີພື້ນຊາຍ ໃນຄວາມເລິກແຕ່ 2-2,5 ແມັດ. ຍ້ອນຈຸດພິເສດ ໃຊ້ຊີວິດເປັນຝູງ, ຊອກເຫັນງ່າຍ ເພາະສະນັ້ນ ປີງທະເລ ຈິ່ງຖືກຂຸດຄົ້ນຫຼາຍເກີນໄປ. ດ້ວຍເຫດນັ້ນ, ການຄົ້ນຄວ້າ ລ້ຽງປີງທະເລ, ບໍ່ພຽງແຕ່ ນໍາຄຸນຄ່າທາງດ້ານເສດຖະກິດເທົ່ານັ້ນ, ຍັງເປັນວຽກງານອະນຸລັກ ຮັກສາ ແຫຼ່ງສິນທະເລນີ້  ຍ້ອນປຶ້ມ ແດງໂລກໄດ້ຈັດ ປີງທະເລ ເຂົ້າໃນບັນຊີລາຍຊື່ ໃກ້ສູນພັນສູງ.



ປອ. ຫງວຽນດິ່ງກວາງຢຸຍ, ຮອງຜູ້ອຳນວຍການ ສູນແຫ່ງຊາດ ແນວ ພັນສິນທະເລ ພາກກາງ (ຜູ້ຈັບປາກເລີ້ ໃນຮູບ) ແນະນຳ ກັບ ບັນດາ ອະດີດນັກຄົ້ນຄວ້າຂັ້ນເໜືອມະຫາ
ຊຶ່ງເປັນ ບັນດານັກຄຸ້ມຄອງ, ຜູ້ ຊ່ຽວຊານ ແລະ ນັກຄົ້ນຄວ້າ ດ້ານກະສິກຳ ທີ່ມາຈາກ ບັນດາອົງ ການຈັດຕັ້ງ ຄູ່ຮ່ວມມື ຂອງ ACIAR ທີ່ ຫວຽດນາມ 
ອ່າງລ້ຽງ ແໜ ອະງຸ່ນ (Grape Seaweed) ຊຶ່ງເປັນປະເພດແໜທະເລ ທີ່ໄດ້ລ້ຽງ ພ້ອມກັບ ປີງທະເລ. 



ນອກຈາກ ເປັນຜະລິດຕະພັນ ທີ່ໄດ້ຮັບຄວາມນິຍົມ ຈາກຕະຫຼາດ ພາຍໃນ ແລະ ຕ່າງປະເທດ, ແໜອະງຸ່ນ ເມື່ອລ້ຽງ ພ້ອມກັບ ປີງທະ ເລ ກໍຖືວ່າ ເປັນ “ເຄື່ອງຈັກ
ກັ່ນຕອງຊີວະພາບ” ຊ່່ວຍປັບປຸງ ສະ ພາບແວດລ້ອມນຳ້, ຄຸນນະພາບພື້ນອ່າງ ດ້ວຍການ ຮັບເອົາ ທາດບຳລຸງອີກດ້ວຍ. 



ການລ້ຽງປີງທະເລ ຍາກທີສຸດ ແມ່ນໄລຍະເພາະແນວພັນທຳອິດ ເພາະຕ້ອງໃຊ້ ເວລາເຖິງ 3-4 ເດືອນ. 


ອ່າງລ້ຽງປີງທະເລ ປະສົມປະສານກັບ ການລ້ຽງຫອຍຫອມ ຢູ່ເຂດ ທົດລອງ ຂອງ ໂຄງການຮ່ວມມືສາກົນ ລະຫວ່າງ ສະຖາບັນ ຄົ້ນ ຄວ້າ ແລະ ລ້ຽງສິນທະເລ III
ແລະ ສູນຄົ້ນຄວ້າກະສິກໍາສາກົນ ອົດສະຕຣາລີ (ACIAR) ທີ່ເມືອງ ວ້ານນິງ, ແຂວງ ແຄ໋ງຮ່ວາ. 



ບັນດາອະດີດນັກຄົ້ນຄວ້າຂັ້ນເໜືອມະຫາ ແມ່ນບັນດານັກຄຸ້ມຄອງ, ຜູ້ຊ່ຽວຊານ, ນັກຄົ້ນຄວ້າກະສິກຳ ຢ້ຽມຢາມພື້ນທີ່ຕົວຈິງໂຄງການ ຄົ້ນຄວ້າ ໂດຍ ACIAR ເປັນຜູ້ອຸປະຖໍາ
ຊຶ່ງນໍາພາໂດຍ ປອ ຫງວຽນ ດິ່ງກວາງຢຸຍ, ອະດີດນັກຄົ້ນຄວ້າຂັ້ນເໜືອມະຫາ ACIAR ໃນເວລາ ພວມປະຕິບັດງານ ຢູ່ສະຖາບັນຄົ້ນຄວ້າ ແລະ ລ້ຽງ ສິນໃນນຳ້ III, ນະຄອນ ຍາຈາງ. 



ຫຼັງຈາກທຳການລ້ຽງ ເປັນເວລາກວ່າໜ່ຶງປີ, ນຳ້ໜັກ ຂອງປີງທະເລ ບັນລຸໄດ້ 3 ໂຕ/ກິໂລ. ບັນດາຕົວແບບ ລ້ຽງປີງທະເລ ກັບ ກຸ້ງ, ປີງ ທະເລ ກັບ ຫອຍຫອມ ແລະ ແໜອະງຸ່ນ... ໄດ້ເຮັດໃຫ້ຫັນເປັນ ຫຼາກ ຫຼາຍ ເປົ້າໝາຍການລ້ຽງ, ສ້າງອາຊີບທີ່ໝັ້ນຄົງ ກໍຄື ສ້າງວຽກເຮັດ ງານທຳໃຫ້ປະຊາຊົນ ຢູ່ແຄມຝັ່ງທະເລ ແລະ ໜູ່ເກາະຕ່າງໆ.

ຕາມປອ. ຫງວຽນດິ່ງກວາງຢຸຍ, ຮອງຜູ້ອຳນວຍການ ສູນແຫ່ງ ຊາດ ແນວພັນສິນທະເລ ພາກກາງ, ສະຖາບັນຄົ້ນຄວ້າ ແລະ  ລ້ຽງສິນໃນ ນຳ້ III (ເອີ້ນຫຍໍ້ວ່າສະຖາບັນ III), ນັກຄົ້ນຄວ້າ ແຖວໜ້າ ກ່ຽວກັບ ປີງ ທະເລຢູ່ ຫວຽດນາມແລ້ວ, ຂັ້ນຕອນ ເຕັກໂນໂລຊີ ການຜະລິດ ແນວພັນ ແລະ ລ້ຽງປີງທະເລ ໄດ້ຄົ້ນຄວ້າ ຈາກ ສະຖາບັນ ຄົ້ນຄວ້າ ແລະ ລ້ຽງສິນໃນນຳ້ III ໂດຍຜ່ານ ສອງຫົວຂໍ້ຂັ້ນ ກະຊວງເຊັ່ນ: “ຄົ້ນ ຄວ້າ ເຮັດໃຫ້ສົມບູນ ຂັ້ນຕອນ ເຕັກໂນໂລຊີ ຜະລິດ ແນວພັນ ປີງ ທະເລ ທີ່ ຍາຈາງ-ແຄ໋ງຮ່ວາ”, ໄລຍະ 2003 – 2004 ແລະ “ຄົ້ນ ຄວ້າ ກໍ່ສ້າງ ຂັ້ນຕອນ ລ້ຽງຜະລິດຕະພັນ ປີງທະເລ ໃນໜອງ ເປັນ ສິນຄ້າ ທີ່ ເຂດ ຊາຍຝັ່ງທະເລ ພາກກາງຕອນໃຕ້ ຈຳນວນ ໜຶ່ງ”, ໄລຍະ 2008 - 2009.

ໃນປີ 2015, ຍອດປະລິມານການຜະລິດ ປີງທະເລຊາຍ ທົ່ວໂລກ ບັນລຸ 156 ໂຕນ ລວມມູນຄ່າ 732.000 ໂດລາສະຫະລັດ, ໃນນັ້ນ ສ່ວນຫຼາຍແມ່ນຜະລິດ ຈາກ ຫວຽດນາມ ແລະ ມາເລເຊຍ. 
(ແຫຼ່ງ: FAO, 2018)
ຫຼັງຈາກຄົ້ນຄວ້າ ມາເປັນເວລາກວ່າ 10 ປີ, ທັງສອງໂຄງການ ດັ່ງ ກ່າວ ພ້ອມກັບໂຄງການຮ່ວມມືສາກົນອື່ນໆ ວ່າດ້ວຍ ປີງທະເລ ແນວພັນອື່ນໆ ໄດ້ໃຫ້ກຳເນີດ ອາຊີບລ້ຽງປີງທະເລ ຢູ່ ຫວຽດນາມ. ພິເສດ, ໃນມໍ່ໆ ນີ້ ບັນດາໂຄງການສາກົນ ຄົ້ນຄວ້າ ກ່ຽວກັບ ປີງທະ ເລ ລະຫວ່າງ ສະຖາບັນຄົ້ນຄວ້າ ແລະ ລ້ຽງສິນທະເລ III ແລະ ສູນ ຄົ້ນຄວ້າ ກະສິກຳ ສາກົນ ອົດສະຕຣາລີ (ACIAR) ໄດ້ເປັນ ເຈົ້າ ຂອງ ເຕັກໂນໂລຊີ ຜະລິດ ແນວພັນ ປີງທະເລ, ພ້ອມ ທັງຄົ້ນຄວ້າ ບັນດາຮູບການລ້ຽງປະກອບ ປີງທະເລ ກັບ ກຸ້ງ ແລະ ປີງທະເລ ກັບ ຫອຍຫອມ.

ຢູ່ນິຄົມ ຜະລິດແນວພັນສິນທະເລຫຼາຍແຫ່ງ, ເນື້ອທີ່ນຳໃຊ້ ເພື່ອ ການລ້ຽງປະເພດສິນທະເລ (ກຸ້ງ, ຫອຍຫອມ, ປາ...) ທີ່ບໍ່ມີ ປະສິດ ທິຜົນ ໄດ້ຫັນໄປຜະລິດແນວພັນ ແລະ ລ້ຽງປີງ ທະເລ ເຊັ່ນກໍລະນີ ຄອບຄົວຂອງທ່ານ ດົ່ງວັນຫາຍ ຢູ່ຕາແສງ ວ້ານຮືງ (ເມືອງ ວ້ານ ນິງ). ຕາມທ່ານ ຫາຍ ແລ້ວ, ດ້ວຍການຊ່ວຍເຫຼືອ ຂອງບັນດາ ນັກ ວິສະວະກອນ ຂອງສູນແຫ່ງຊາດ ແນວພັນ ສິນທະເລ ພາກກາງ (ສັງກັດສະຖາບັນ III), ການລ້ຽງ ທົດລອງ ປະສົມລະຫວ່າງ ຫອຍ ຫອມ, ປີງທະເລ ແລະ ແໜທະເລ ໃນໜອງດຽວກັນ ຂອງຄອບຄົວ ທ່ານ ຫາຍ ໃນເບື້ອງຕົ້ນ ໄດ້ບັນລຸປະສິດທິຜົນສູງ.

ປັດຈຸບັນ, ແນວພັນ ປີງທະເລ ມີລາຄາແຕ່ 3000 -10.000 ດົ່ງ/ໂຕ, ແລ້ວແຕ່ຂະໜາດ. ເວລາລ້ຽງປີງທະເລ ເປັນການຄ້າ ບັນລຸມາດ ຕະ ຖານ ທີ່ບັນດານິຄົມ ໄລ່ສະເລ່ຍແມ່ນ10-12 ເດືອນ ແລະ ສາມາດ ເກັບຜົນ ປີງທະເລ ດ້ວຍຂະໜາດປະມານ 3-4 ໂຕ/ກິໂລ. ການຂະ ຫຍາຍ ລ້ຽງປີງທະເລ ຢູ່ ຂະໜາດອຸດສາຫະກຳ ຈະຊ່ວຍເປີດກວ້າງ ອາຊີບ ຜະລິດແນວພັນ ແລະ ລ້ຽງປີງທະເລ ເປັນສິນຄ້າ ຊຶ່ງເປັນ ປະ ເພດສິນທະເລທີ່ ມີຄຸນຄ່າສູງທາງເສດຖະກິດ, ປະກອບສ່ວນ ຫັນ ເປັນຫຼາກຫຼາຍ ເປົ້າໝາຍການລ້ຽງ, ສ້າງວຽກເຮັດງານທຳ, ພິເສດ ແມ່ນວຽກງານ ໃຫ້ແມ່ຍິງ ທີ່ໃຊ້ຊີວິດ ຢູ່ຕາມຝ່ັງທະເລ ແລະ ເກາະ ດອນຕ່າງໆ.


ການຮ່ວມມືຫຼາຍຝ່າຍ ແລະ ເປັນເຈົ້າເຕັກໂນໂລຊີ ການຜະລິດ ແນວພັນ ປາເກົາ (garroupa)

ພ້ອມກັບປີງທະເລ, ບັນດານັກວິທະຍາສາດ ສະຖາບັນຄົ້ນຄວ້າ ແລະ ລ້ຽງສິນທະເລ III ກໍໄດ້ຜະລິດ ສຳເລັດຜົນແນວພັນ ປາເກົາ ທີ່ມີຄຸນຄ່າທາງດ້ານເສດຖະກິດສູງ ຊຶ່ງ ເປີດໂອກາດ ພັດທະນາ ອາ ຊີບລ້ຽງປາເກົາ ທີ່ໝັ້ນຄົງ.

ຕາມ ປອ ເຈືອງກວກຖ໋າຍ, ຜູ້ອຳນວຍການ ສູນຄົ້ນຄວ້າ ແລະ ພັດ ທະນາລ້ຽງສິນທະເລ ຍາຈາງ (ສະຖາບັນ III) ໃຫ້ຮູ້ວ່າ ປາເກົາ ແມ່ນ ເປົ້າໝາຍບຸລິມະສິດສຳລັບຫຼາຍປະເທດ, ໃນນັ້ນມີທັງ ຫວຽດນາມ ຍ້ອນນີ້ແມ່ນແນວພັນປາ ທ່ີມີການຈະເລີນເຕີບໂຕໄວ ແລະ ມີຄຸນ ຄ່າສູງທາງດ້ານເສດຖະກິດ. ແຕ່ວ່າ, ປາ ປະເພດນີ້ ຍັງບໍ່ທັນມີ ພື້ນ ຖານການຜະລິດແນວພັນເປັນສິນຄ້າ ຢູ່ ຫວຽດນາມ ຍ້ອນຂາດ ຄວາມຮູ້ກ່ຽວກັບການລ້ຽງ, ການເກີດ ແລະ ການຕາຍ ຂອງ ຕົວ ອ່ອນ ຍັງສູງ.

ຈາກຄວາມເປັນຈິງດັ່ງກ່າວ, ໂຄງການ “ພັດທະນາເຕັກໂນໂລຊີ ປາ ເກົາ ຢູ່ຫວຽດນາມ, ຟີລິບປິນ ແລະ ອົດສະຕຣາລີ” ຊຶ່ງ ຖືກປະຕິບັດ ແຕ່ວັນທີ 1 ມັງກອນ 2014 ເຖິງ ວັນທີ 31 ທັນວາ 2018 ໄດ້ແກ້ ໄຂບັນຫານີ້ ດ້ວຍການປະສົມປະສານ ບັນດາແຫຼ່ງກຳລັງແຮງ ໂດຍ ຜ່ານການຮ່ວມມືຫຼາຍຝ່າຍ. ນີ້ແມ່ນໂຄງການ ໂດຍສູນຄົ້ນຄວ້າ ກະສິກຳສາກົນ ອົດສະຕຣາລີ (ACIAR) ເປັນຜູ້ອຸປະຖໍາ ແລະ ສຈ. ປອ Abigail Alizur, ຈາກມະຫາວິທະຍາໄລ Sunshine Coast (ອົດສະຕຣາລີ) ເປັນຫົວໜ້າໂຄງການ. ສ່ວນ ຮອງສຈ.ປອ ຫງວຽນ ຫືວນິງ ຈາກ ສະຖາບັນຄົ້ນຄວ້າ ແລະ ລ້ຽງສິນທະເລ III ແລະ ປອ Felix Ayson ຈາກສູນພັດທະນາ ອາຊີບການປະມົງ ອາຊີຕາເວັນ ອອກສ່ຽງໃຕ້ ເປັນຜູ້ປະສານງານໂຄງການທີ່ ຫວຽດນາມ ແລະ ຟີລິບປິນ.



ນັກວິຊາການ ກວດກາ ອະສຸຈິ ຂອງ ພໍ່ພັນ ປາເກົາ, ປັດຈຸບັນ ພວມ ເຕີບໂຕ ແລະ ຂະຫຍາຍເປັນຢ່າງດີ ທີ່ສູນຄົ້ນຄວ້າ ແລະ ພັດທະນາ ລ້ຽງສິນທະເລ ຍາຈາງ. 


ພ້ອມກັບປາເກົາ ພໍ່ພັນ ແມ່ພັນ ແມ່ນລະບົບລ້ຽງ ແນວພັນປາ ທີ່ທັນສະໄໝ ເພື່ອໃຫ້ເກີດ ບັນດາແນວພັນທີ່ດີ ແລະ ມີຄຸນນະພາບ.


ປອ ເຈືອງກວກຖ໋າຍ, ຜູ້ອຳນວຍການ ສູນຄົ້ນຄວ້າ ແລະ ພັດທະນາ ລ້ຽງສິນທະເລ ຍາຈາງ ແລະ ເພື່ອນຮ່ວມງານ ກວດກາອ່າງລ້ຽງ ປາ ເກົາ. 


ລ້ຽງໄຄຫີນ ເປັນອາຫານ ໃຫ້ປາ ແນວພັນ ອາຍຸຕໍ່າກວ່າ 25 ວັນ ທີ່ ສູນ ຄົ້ນຄວ້າ ແລະ ພັດທະນາລ້ຽງສິນທະເລ ຍາຈາງ. 


ປາມູ໋ ພັນ ຖືກລ້ຽງຢູ່ສູນ ໂຕງາມ, ໃຫຍ່ໄວ ແລະ ສາມາດ ໃຊ້ຊີວິດ ໃນສະພາບອາກາດໂຫດຮ້າຍ. 

ເປັນຫົວໜ້າກຸ່ມ ປະຕິບັດໂຄງການຢູ່ຫວຽດນາມ, ປອ ເຈືອງກວກ ຖ໋າຍ ໃຫ້ຮູ້ວ່າ ເປົ້າໝາຍແມ່ນພັດທະນາ ເຕັກໂນໂລຊີ ການ ລ້ຽງປາ ເກົາ ແມ່ນຢູ່ສາມປະເທດ, ແຕ່ວ່າ ເປົ້າໝາຍໂຄງການ ຈະໄດ້ແບ່ງ ອອກ ເພື່ອການປະຕິບັດ ຊຶ່ງແລ້ວແຕ່ທ່າແຮງ ຂອງ ແຕ່ລະປະເທດ. ຢູ່ຫວຽດນາມ ແລະ ຟີລິບປິນ, ດ້ວຍທ່າແຮງ ກ່ຽວກັບການລ້ຽງ ເພາະສະນັ້ນ ຈະສຸມແມ່ນພັດທະນາ ເຕັກນິກຂະຫຍາຍແນວພັນ, ເຕັກນິກການອອກໄຂ່, ເຕັກນິກຟັກໄຂ່ ແລະ ລ້ຽງຕົວອ່ອນ ເປັນປາ ພັນ.

ແຂວງ ແຄ໋ງຮ່ວາ ມີອ່າວສາມແຫ່ງຄື: ຍາຈາງ, ກາມແຣງ ແລະ ເວິນ ຟອງ ມີເນື້ອທີ່ກວ່າ 100.000 ເຮັກຕາ. ທຳມະຊາດ ແລະ ສະພາບ ອາກາດ ທ່ີເອື້ອອໍານວຍ ໃຫ້ແກ່ການລ້ຽງສິນທະເລ, ໂດຍສະເພາະ ຢ່າງ ຍິ່ງແມ່ນການ ລ້ຽງກຸ້ງມັງກອນ ແລະ ປາທະເລ, ໃນນັ້ນມີ ປາ ເກົາ. 
ໂຄງການໄດ້ ຊ່ວຍເຫຼືອ ທາງສູນ ໃນການທ້ອນໂຮມ ແລະ ລ້ຽງດູ ຝຸງປາເກົາ ພໍ່ແມ່ພັນ ລວມ 16 ໂຕ ແຕ່ກາງປີ 2016. ປະຈຸບັນ, ຝຸງ ປາເກົາ ພໍ່ແມ່ພັນ ຊຶ່ງໄດ້ລ້ຽງ ຢູ່ຕາມກະຊັງ ຂອງສູນ ພວມມີການ ຂະຫຍາຍຕົວເປັນຢ່າງດີ ແລະ ກຳລັງອອກໄຂ່ ເພື່ອການ ລ້ຽງຕົວ ອ່ອນ. 

ພ້ອມກັບປາເກົາ ພໍ່ແມ່ພັນ ແມ່ນລະບົບລ້ຽງທີ່ທັນສະໄໝ ເພື່ອໃຫ້ ເກີດ ບັນດາລຸ້ນປາພັນ ທີ່ເທົ່າກັນ ແລະ ມີຄຸນນະພາບ. ຕາມ ປອ ເຈືອງກວກຖ໋າຍ, ໂດຍໄດ້ຮັບການຊ່ວຍໜູນຈາກ ACIAR, ມາຮອດ ປັດຈຸບັນ, ທາງສູນໄດ້ກາຍເປັນ ບ່ອນສະໜອງ ແຫຼ່ງໄຂ່ ປາເກົາ ທີ່ ໄວ້ເນື້ອເຊື່ອໃຈ ສຳລັບ ນິຄົມຜະລິດປາພັນ ຫຼາຍແຫ່ງ ໃນທົ່ວປະ ເທດ.

ນອກຈາກນັ້ນ, ທາງສູນໄດ້ປະສົບສຳເລັດຜົນ ຂັ້ນຕອນການຜະລິດ ແນວພັນ ປາເກົາ ແລະ ຜະລິດໄດ້ ປາເກົາ ຈຳນວນ 80.000 ໂຕ ໃນປີ 2018 ດ້ວຍຄຸນນະພາບທີ່ດີ, ຈຳນວນ ແນວພັນນີ້ ໄດ້ຂາຍ ໃຫ້ແກ່ຜູ້ລ້ຽງ ໃນລາຄາພໍພຽງ ຢູ່ພາຍໃນ ແລະ ຕ່າງແຂວງ.

ບົດ ແລະ ພາບ: ຈ້ອງຈິ໋ງ - ບິກລຽນ

 

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top