ປອ. ຫງວຽນດິ່ງກວາງຢຸຍ, ຮອງຜູ້ອຳນວຍການ ສູນແຫ່ງຊາດ ແນວ ພັນສິນທະເລ ພາກກາງ (ຜູ້ຈັບປາກເລີ້ ໃນຮູບ) ແນະນຳ ກັບ ບັນດາ ອະດີດນັກຄົ້ນຄວ້າຂັ້ນເໜືອມະຫາ
ຊຶ່ງເປັນ ບັນດານັກຄຸ້ມຄອງ, ຜູ້ ຊ່ຽວຊານ ແລະ ນັກຄົ້ນຄວ້າ ດ້ານກະສິກຳ ທີ່ມາຈາກ ບັນດາອົງ ການຈັດຕັ້ງ ຄູ່ຮ່ວມມື ຂອງ ACIAR ທີ່ ຫວຽດນາມ
ອ່າງລ້ຽງ ແໜ ອະງຸ່ນ (Grape Seaweed) ຊຶ່ງເປັນປະເພດແໜທະເລ ທີ່ໄດ້ລ້ຽງ ພ້ອມກັບ ປີງທະເລ.
ນອກຈາກ ເປັນຜະລິດຕະພັນ ທີ່ໄດ້ຮັບຄວາມນິຍົມ ຈາກຕະຫຼາດ ພາຍໃນ ແລະ ຕ່າງປະເທດ, ແໜອະງຸ່ນ ເມື່ອລ້ຽງ ພ້ອມກັບ ປີງທະ ເລ ກໍຖືວ່າ ເປັນ “ເຄື່ອງຈັກ
ກັ່ນຕອງຊີວະພາບ” ຊ່່ວຍປັບປຸງ ສະ ພາບແວດລ້ອມນຳ້, ຄຸນນະພາບພື້ນອ່າງ ດ້ວຍການ ຮັບເອົາ ທາດບຳລຸງອີກດ້ວຍ.
ການລ້ຽງປີງທະເລ ຍາກທີສຸດ ແມ່ນໄລຍະເພາະແນວພັນທຳອິດ ເພາະຕ້ອງໃຊ້ ເວລາເຖິງ 3-4 ເດືອນ.
ອ່າງລ້ຽງປີງທະເລ ປະສົມປະສານກັບ ການລ້ຽງຫອຍຫອມ ຢູ່ເຂດ ທົດລອງ ຂອງ ໂຄງການຮ່ວມມືສາກົນ ລະຫວ່າງ ສະຖາບັນ ຄົ້ນ ຄວ້າ ແລະ ລ້ຽງສິນທະເລ III
ແລະ ສູນຄົ້ນຄວ້າກະສິກໍາສາກົນ ອົດສະຕຣາລີ (ACIAR) ທີ່ເມືອງ ວ້ານນິງ, ແຂວງ ແຄ໋ງຮ່ວາ.
ບັນດາອະດີດນັກຄົ້ນຄວ້າຂັ້ນເໜືອມະຫາ ແມ່ນບັນດານັກຄຸ້ມຄອງ, ຜູ້ຊ່ຽວຊານ, ນັກຄົ້ນຄວ້າກະສິກຳ ຢ້ຽມຢາມພື້ນທີ່ຕົວຈິງໂຄງການ ຄົ້ນຄວ້າ ໂດຍ ACIAR ເປັນຜູ້ອຸປະຖໍາ
ຊຶ່ງນໍາພາໂດຍ ປອ ຫງວຽນ ດິ່ງກວາງຢຸຍ, ອະດີດນັກຄົ້ນຄວ້າຂັ້ນເໜືອມະຫາ ACIAR ໃນເວລາ ພວມປະຕິບັດງານ ຢູ່ສະຖາບັນຄົ້ນຄວ້າ ແລະ ລ້ຽງ ສິນໃນນຳ້ III, ນະຄອນ ຍາຈາງ.
ຫຼັງຈາກທຳການລ້ຽງ ເປັນເວລາກວ່າໜ່ຶງປີ, ນຳ້ໜັກ ຂອງປີງທະເລ ບັນລຸໄດ້ 3 ໂຕ/ກິໂລ. ບັນດາຕົວແບບ ລ້ຽງປີງທະເລ ກັບ ກຸ້ງ, ປີງ ທະເລ ກັບ ຫອຍຫອມ ແລະ ແໜອະງຸ່ນ... ໄດ້ເຮັດໃຫ້ຫັນເປັນ ຫຼາກ ຫຼາຍ ເປົ້າໝາຍການລ້ຽງ, ສ້າງອາຊີບທີ່ໝັ້ນຄົງ ກໍຄື ສ້າງວຽກເຮັດ ງານທຳໃຫ້ປະຊາຊົນ ຢູ່ແຄມຝັ່ງທະເລ ແລະ ໜູ່ເກາະຕ່າງໆ. |