• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເດ​ືອນ​ເຄື່ອນ​ໄຫວຍອດ​ສູງ “ເພື່​ອ​ຄົນ​ທຸກ​ຍາກ” ປີ 2021: ປຸກ​ລຸກ​ນ້ຳ​ໃຈ​ອຸ້ມ​ຊູ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ

ວັນທີ 17 ຕຸລາ ແມ່ນວັນເລີ່ມຕົ້ນແກ່ເດືອນເຄື່ອນໄຫວຍອດສູງ “ເພື່ອຄົນທຸກຍາກ”. ເດືອນເຄື່ອນໄຫວຍອດສູງເພື່ອຄົນທຸກຍາກ ຈະແກ່ຍາວຮອດວັນທີ 18 ພະຈິກ 2021, ເພື່ອແນໃສ່ສ້າງກຳລັງໜູນຊ່ວຍເຫຼືອຄອບຄົວທຸກຍາກ, ຄອບຄົວໃກ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. 
ການມອບເຮືອນແຫ່ງມະຫາສາມັກຄີ ຢູ່ແຂວງ ຮວ່າບິ່ງ (ພາບ: daidoanket.vn)

ໃນເດືອນເຄື່ອນໄຫວຍອດສູງເພື່ອຄົນທຸກຍາກນີ້, ແນວໂຮມປະເທດຊາດ ຫວຽດນາມ ທຸກຂັ້ນ ຈັດຕັ້ງການຂົນຂວາຍ, ປຸກລະດົມນັກທຸລະກິດ, ວິສາຫະກິດ, ໝູ່ຄະນະ, ສ່ວນບຸກຄົນ… ປະກອບສ່ວນຊ່ວຍເຫຼືອກອງທຶນ “ເພື່ອຄົນທຸກຍາກ”.

        ຕາມທ່ານຮອງປະທານ ຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ, ເຈືອງທິງອັກແອັງ ແລ້ວ, ສອງປີມານີ້, ເຖິງວ່າຖືກຜົນກະທົບຢ່າງຫຼວງຫຼາຍຈາກໂລກລະບາດໂຄວິດ - 19 ກໍຕາມ ແຕ່ບັນດາຫົວໜ່ວຍ, ກຸ່ມບໍລິສັດ, ບໍລິສັດໃຫຍ່, ວິສາຫະກິດ, ຜູ້ໃຈບຸນໃຈກຸສົນຢູ່ພາຍໃນປະເທດ ຍາມໃດກໍຮ່ວມເດີນທາງຊ່ວຍເຫຼືອຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ. 9 ເດືອນຕົ້ນປີ 2021, ແນວໂຮມປະເທດຊາດຫວຽດນາມ ໄດ້ຂົນຂວາຍກອງທຶນ “ເພື່ອຄົນທຸກຍາກ” ແລະ ການໜູນຊ່ວຍສັງຄົມໄດ້ຫຼາຍກວ່າ 2.570 ຕື້ດົ່ງ. ແນວໂຮມທຸກຂັ້ນກໍໄດ້ໃຫ້ການຊ່ວຍເຫຼືອກໍ່ສ້າງ ແລະ ສ້ອມແປງເຮືອນແຫ່ງມະຫາສາມັກຄີ 13.250 ຫຼັງ, ຊ່ວຍເຫຼືອຜູ້ທຸກຍາກຢູ່ທ້ອງຖິ່ນຕ່າງໆ, ຊ່ວຍເຫຼືອພວກນ້ອງນັກຮຽນໃນການຮຽນອອນໄລ. ພ້ອມດຽວກັນນັ້ນ, ຜູ້ທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກ ນັບລ້ານເທື່ອຄົນ ໄດ້ຮັບການກວດ, ປິ່ນປົວພະຍາດ, ສັກວັກຊິນກັນພະຍາດໂຄວິດ - 19, ກໍ່ສ້າງກິດຈະກຳຮັບໃຊ້ຊີວິດປະຈຳວັນຂອງປະຊາຊົນ  ຖະໜົນຫົນທາງ, ຫ້ອງຮຽນ, ສຸກສາລາ, ການກວດແລະ ປິ່ນປົວພະຍາດ…

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top