• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ເຊີດຊູຜ້າແພ ຫວຽດ ໃນຂະແໜງການແຟຊັ່ນ

ດ້ວຍຈຸດປະສົງຕ້ອງການພັດທະນາ ແຫຼ່ງວັດຖຸ ທີ່ມີຄ່າ ຈາກ ບັນດາ ປະເພດຕົ້ນໄມ້ໃຫ້ໄຍທໍຜ້າ ທີ່ມີຢູ່ ຫວຽດນາມ ແລະ ເປີດກວ້າງບັນດາໝູ່ບ້ານອາຊີບ ຫັດຖະກຳຕ່ຳຫູກ, ຫວ່າງ ມໍ່ໆ ນີ້ ບັນດານັກອອກແບບ ຫວຽດນາມ ໄດ້ມີຄວາມ ມາ ນະພະຍາຍາມ ຄົ້ນພົບ ແລະ ປະສານສົມທົບ ພ້ອມກັບ ບັນ ດານັກສິລະປິນ, ຜູ້ຜະລິດ ເພື່ອປະດິດສ້າງ ຊຸດສະສົມ ແຟ ຊັ່ນຂັ້ນສູງຈາກ ວັດຖຸດິບທີ່ເປັນມູນເຊື້ອ ຂອງ ຄົນຫວຽດ. 
ເປັນໜຶ່ງໃນຈຳນວນນັກອອກແບບມີຄວາມຊຳນານງານ ຂອງ ວົງການແຟຊັ່ນ ຫວຽດນາມ, ນັກອອກແບບ ມິງແຮ້ງ ເປັນຜູ້ນຳໜ້າ ຊຶ່ງນຳມາໃຫ້ກັບຜູ້ທີ່ຫຼົງໄຫຼ ອາພອນສະໄໝ ແພລາຍດອກ ທີ່ຕ່ຳດ້ວຍແມ່ຍິງ ເຂດໄຕບັກ ຂອງ ຫວຽດນາມ. ຫວ່າງມໍ່ໆ ນີ້, ນັກອອກແບບ ມິງແຮ້ງ ໄດ້ນຳ ໃຊ້ ແພກາຍ ທຽນເອິນ (ແຂວງ ກວາງຫງາຍ) ຊຶ່ງຜະລິດ ຈາກໄຍ ຕົ້ນປ່ານ ໃນການອອກແບບຂອງຕົນ ແລະ ແພ ກາຍ ອານເຟືອກ (ແຂວງ ແທງຮວ໋າ). ບັນດາຜົນງານ ການອອກແບບ ຂອງ ນັກອອກແບບ ມິງແຮ້ງ ໄດ້ນຳສະເໜີ ຕໍ່ຜູ້ນິຍົມຮັກແຟຊັ່ນ ຕ່າງກໍໄດ້ໃຊ້ ແພກາຍ ແຕ່ພັດມີ ລີລາການອອກ ແບບສອດ ຄ່ອງກັບ ຄວາມຮຽກຮ້ອງ ຕ້ອງການຂອງຕະຫຼາດ ແຟຊັ່ນ ໃນຍຸກໃໝ່.

ນັກອອກແບບມິງແຮ້ງ ໃຫ້ຮູ້ວ່າ ມີຄັ້ງໜຶ່ງພົບກັບທ່ານ ເຈິ່ນ ວັນມິງ, ຮອງເລຂາຄະນະພັກ ແຂວງ ກວາງ ຫງາຍ ໂດຍ ບັງເອີນ ແລະ ໄດ້ຮັບການແນະນຳກ່ຽວກັບແພກາຍ ທຽນເອິນ ຊຶ່ງເປັນຜະລິດຕະພັນ ສະເພາະຂອງທ້ອງຖິ່ນທີ່ນີ້. ພິເສດ ໄຍປະເພດນີ້ ມີແຕ່ກີ່ຕ່ຳຫູກ ຢູ່ໝູ່ບ້ານ ຕ່ຳດຸ໊ຍ ນາມກາວ ຈຶ່ງຕ່ຳໄດ້. ນັກອອກແບບ ມິງແຮງ ໄດ້ຊື້ແພກາຍ ທຽນເອິນ 60 ແມັດ ມາ ເພື່ອອອກແບບ ບັນດາຊຸດເສື້ອຜ້າອາພອນ ໂດຍ ບໍ່ມີ ຄວາມລັ່ງເລໃຈ ແຕ່ຢ່າງໃດ. ນັກອອກແບບ ມິງແຮ້ງ ໃຫ້ຮູ້ວ່າ ຊາວຕ່າງປະເທດເກືອບທຸກຄົນ ໄດ້ຮູ້ຈັກພຽງແຕ່ ແພໄໝ ແມ່ນແພລາຍດອກພື້ນເມືອງ, ໃນຂະນະນັ້ນ ແພ ທຽນເອິນ ແມ່ນປະເພດແພ ທີ່ແກວ່ນເຄີຍ ສຳລັບຄົນຫວຽດ ແຕ່ ຖືກຫຼົງລືມໄປ ແຕ່ດົນແລ້ວ. ການທີ່ເລືອກເອົາແພທຽນ ເອິນ ນີ້ ແມ່ນຢາກບອກໃຫ້ຮູ້ວ່າ ຢູ່ຫວຽດນາມ ມີຕົ້ນໄມ້ອຸດສາຫະກຳ ຫຼາຍປະເພດ ຊຶ່ງນຳມາຄຸນຄ່າ ໃຫຍ່ຫຼວງ ໃຫ້ແກ່ຂົງເຂດແຟຊັ່ນ ໃນຂະບວນການ ພັດທະນາແບບຍືນຍົງ ຂອງ ຂະແໜງການແຟຊັ່ນ.



ບັນດານັກອອກແບບສະເໜີຕົວຕ່ໍສາທາລະນະຊົນ ໃນ ສັບ ປະດາແຟຊັ່ນ. 


ບາງຊຸດສະສົມ ນັກອອກແບບໄດ້ເລືອກເຟັ້ນຈາກ ວັດຖຸ ທີ່ເປັນມູນເຊື້ອ ແລະ ມີຕົ້ນກຳເນີດຈາກທຳມະຊາດ ຂອງ ຫວຽດນາມ. 

ຄຽງຂ້າງການຄົ້ນພົບວັດຖຸດິບ ທີ່ເປັນມູນເຊື້ອ ເຄີຍຖືກລົງ ລືມ ກັບຄືນມາເວທີສະແດງ, ເປີດທິດທາງໃໝ່ ໃຫ້ແກ່ແຟຊັ່ນ ຫວຽດນາມ ໃນຂະບວນວິວັດແຫ່ງການ ເຊື່ອມໂຍງ, ບັນດາ ນັກອອກແບບຫວຽດນາມ ຍັງຄົງ ຈົ່ງຮັກພັກດີ ກັບ ວັດຖຸ ທີ່ເຄີຍຊິນຂອງຄົນຫວຽດເຊັ່ນ: ດຸ໊ຍ, ແພໄໝ, ແພລາຍດອກ ພື້ນເມືອງ... ແຕ່ດ້ວຍການນຳໃຊ້ເຕັກນິກ ທັນສະໄໝ ໃນ ການອອກແບບ, ເຂົາເຈົ້າໄດ້ເຮັດໃຫ້ ວັດຖຸດິບ ທີ່ເປັນມູນເຊື້ອ ມີຄຸນຄ່າ ຍິ່ງຂຶ້ນ ສຳລັບແຟຊັ່ນ ຂັ້ນສູງ ທີ່ມີລັກສະນະ ປະຍຸກໃຊ້ເດັດຂາດ.

ເປັນຜູ້ທີ່ມີປະສົບການມາກວ່າ 10 ປີ ໃນຂົງເຂດແຟຊັ່ນ, ເມື່ອມໍ່ໆ ນີ້ ນັກອອກແບບ ກວາງຮຸຍ ໄດ້ນຳມາໃຫ້ແກ່ ຜູ້ທີ່ ຫຼົງໄຫຼກັບອາພອນສະໄໝ ເລື່ອງລາວກ່ຽວກັບ ເຂດໄຕບັກ, ປະສານສົມທົບທ່າອຽງ chesmiss dress ຕົ້ນຕໍແມ່ນໃຊ້ ແພຕາໜ່າງ-ລູກໄມ້.  ສົມທົບກັບແພລາຍດອກພື້ນເມືອງ, ລາວ ໄດ້ນຳເຂົ້າສູ່ ບັນດາຜົນການອອກແບບໃນຊຸດສະສົມ “ເລື່ອງລາວ ເຂດໄຕບັກ” ຂອງຕົນ ດ້ວຍຄວາມຫຼາກຫຼາຍ ແລະ ມີລັກສະນະ ຫວຽດນາມ ລ້ວນໆ.

ບໍ່ພຽງແຕ່ບັນດານັກອອກແບບຜູ້ມີຊື່ສຽງ ຈຶ່ງນຳໃຊ້ວັດຖຸດິບ ແບບດັ້ງເດີມໃນວົງການແຟຊັ່ນ ເທົ່ານັ້ນ, ແຕ່ບັນດານັກ ອອກແບບ ໜ້າໃໝ່ ຂອງ ຫວຽດນາມ ກໍສະຫງວນຄວາມ ຮັກຂອງຕົນໃຫ້ແກ່ວັດຖຸດິບ ທີ່ເປັນມູນເຊື້ອ. ໃນນັ້ນກໍຕ້ອງ ກ່າວເຖິງ ນັກອອກແບບ ເຟືອງແທງ, ຊຶ່ງຫວ່າງບໍ່ດົນມານີ້ ໄດ້ ນຳສະເໜີ ຊຸດອອກແບບ ວ່າດ້ວຍ ຄວາມຊົງຈຳກ່ຽວ ກັບ ນະຄອນດ່າລາດ ທີ່ມີຄວາມງາມ ດັ່ງໃນຝັນ ແລະ ເຕັມ ໄປດ້ວຍດອກໄມ້ ຊຶ່ງນຳໃຊ້ແພໄໝ ຮ່າບ່າວ, ເຍີດມິງ, ບ່າວ ລົກ... ສຳລັບນັກອອກແບບ ຍີຮວ່າງ, ສາວນ້ອຍ9x ໃຫ້ຮູ້ວ່າ ໃນຄັ້ງໄປຢ້ຽມຢາມ ໝູ່ບ້ານແພໄໝ ລາຊ໋າ, ນາງ ຕິດໃຈ ແພ ໄໝ ທີ່ອ່ອນນວນສະສວຍນີ້. ດ້ວຍການອອກແບບ ທີ່ ເຕັມໄປດ້ວຍຄວາມປະດິດສ້າງ ກ່ຽວກັບສີສັນ ແລະ ຮູບ ແບບຢູ່ເທິງແພໄໝ ໄດ້ຊ່ວຍໃຫ້ ຍີຮວ່າງ ສະແດງອອກມາ ໄດ້ບຸກຄະລິກສ່ວນຕົວ ຜ່ານ ຊຸດສະສົມແຟຊັ່ນ ຂອງຕົນ.

ນັກອອກແບບ ຮວ່າງຍີ ໃຫ້ຮູ້ວ່າ: “ຈາກແພໄໝ ທີ່ທໍດ້ວຍມື, ຂ້າພະເຈົ້າອອກແບບ ຊຸດສະສົມ ທີ່ສ້າງຄວາມປະທັບໃຈ ຫຼາຍຊຸດ. ນັ້ນແມ່ນເຫດຜົນທີ່ ບັນດານັກອອກແບບໜຸ່ມ ຄືຂ້າພະເຈົ້າ ຢາກຄົ້ນພົບວັດຖຸ ດັ້ງເດີມ ຈາກໝູ່ບ້ານແພ ໄໝ ນີ້”.

ອາດເວົ້າໄດ້ວ່າ ນັບມື້ມີວັດຖຸດິບ ທຳມະຊາດ ຂອງຫວຽດ ນາມ ຫຼາຍຊະນິດ ໄດ້ຖືກນຳໃຊ້ເຂົ້າໃນການອອກແບບ ແຟ ຊັ່ນ ນັບມື້ເພີ່ມຂຶ້ນ. ຈາກນັ້ນ ສ້າງທ່າອຽງໃໝ່ໃຫ້ແກ່ຜູ້ຊົມ ໃຊ້ ແລະ ແນວໂນ້ມແຟຊັ່ນ ທີ່ພົ້ນເດັ່ນອີກດ້ວຍ.


ຊຸດສະສົມຂອງ ນັກອອກແບບ ເຟືອງແທງ ໄດ້ນຳເອົາ ແພ ໄໝ ປະສານເຂົ້າກັບ ຄວາມຊົງຈຳ
ກ່ຽວກັບ ນະຄອນ ທີ່ ມີຄວາມງາມດັ່ງໃນຝັນ ແລະ ເຕັມໄປດ້ວຍ ດອກໄມ້. 


ເອົາຄວາມຄິດສ້າງສັນຈາກລວດລາຍເສື້ອຜ້າອາພອນ ທີ່ ເປັນມູນເຊື້ອຂອງຫວຽດນາມ, ນັກອອກແບບ
ກາວມິງຕ໋ຽນ ໄດ້ນຳໃຊ້ ແລະ ເຮັດໃໝ່ວັດຖຸ ທີ່ນຳໃຊ້ ຈາກທ່າອຽງ ຂອງ ແບບແຟຊັ່ນໃໝ່. 

ດ້ວຍໃຊ້ແພໄໝຂອງ ບ໋າວລົກ, ນັກອອກແບບ ຫງວຽນຖຸຍ ໄດ້ເຮັດໃຫ້ຄວາມງາມທີ່ບອບບາງ ຂອງແພໄໝ ແລະ ຈຸດ ແຂງກ້າ
ຂອງລາຍດອກ 3D ດ້ວຍຄວາມ ຫວັງເຮັດໃຫ້ ລູກ ຄ້າຫວຽດນາມ ມີຄວາມເພີ່ງພໍໃຈ ໃນອະນາຄົດ.
 


ດ້ວຍລີລາທັນສະໄໝ ແລະ ມີລັກສະນະ ຂອງ ຫວຽດນາມ ລ້ວນໆ, ນັກອອກແບບ ກວາງຮຸຍ ໄດ້ນຳໃຊ້ ແພລູກໄມ້ ສົມທົບ
ກັບແພລາຍດອກພື້ນເມືອງ ເພື່ອສ້າງເປັນ ຄວາມງາມ ອັນໂດດເດັ່ນ ແລະ ເຊັກຊີ ຂອງ ແມ່ຍິງຫວຽດນາມ. 



ນັກອອກແບບ ຍີຮວ່າງ ໄດ້ນຳແບບລີລາທີ່ໜຸ່ມແໜ້ນ ຂອງ ຕົນ ເພື່ອຄົ້ນພົບ ວັດຖຸທີ່ເປັນມູນເຊື້ອ
ຈາກໝູ່ບ້ານແພໄໝ ຍາຊ໋າ ທີ່່ອ່ອນນິ້ມສະສວຍນີ້. 




ນັກອອກແບບ ມິງແຮ້ງ ໄດ້ນຳຜົນການຄົ້ນຄວ້າໃໝ່ ກ່ຽວ ກັບວັດຖຸທີ່ໃຊ້ໃນຂະແໜງແຟຊ່ັນ
ແຕ່ລະຊຸດສະສົມເຊັ່ນ: ແພ ທຽນເອິນ, ແພ ອານເຟືອກ ແລະ ແພໄໝ ເຍິດມິງ. 
ບົດ: ເງິນຮ່າ - ພາບ: ແຄ໋ງລອງ

 

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top