• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ເຈິ່ນເຖ໋ຟອງ: ຈາກຊີວິດ ທີ່ແສນລຳບາກ ເຖິງ ຊ່າງພາບທີ່ມີຊື່ສຽງ

ໃຫຍ່ຂຶ້ນມາ ຈາກເດັກຂ້າງຖະໜົນ ຈົນກາຍເປັນ ນັກສິລະປິນ ຊ່າງພາບທີ່ມີຊື່ສຽງໂດ່ງດັງ, ທ່ານ ເຈິ່ນເຖ໋ຟອງ ຍັງຄົງ ມີຄວາມ ເຈັບປວດ ກັບຮູບພາບ ທ້າວນ້ອຍ ຂາຍໜັງ ສືພິມ, ຂາຍຫວຍ, ຜັດເກີບ, ໂຊກຊະຕາ ທ່ີແສນລໍາບາກ ເພື່ອຫາລ້ຽງຊີບ...
ຊ່າງພາບ ເຈິ່ນເຖ໋ຟອງ ເກີດເມື່ອປີ 1969 ໃນເຂດຊະລໍາ ແຫ່ງ ໜຶ່ງ ຢູ່ ເມືອງ 4, ນະຄອນ ໂຮ່ຈີມິນ. ທ່ານຈຳຕ້ອງ ຍອມຮັບ ສະ ພາບຂາດຄວາມຮັກຈາກຄອບຄົວ ເມື່ອພໍ່ ແມ່ຢ່າ ຮ້າງກັນ ຕອນ ທ່ານ ອາຍຸ 3 ປີ. ເມື່ອ ອາຍຸ 6 ປີ, ທ່ານຕ້ອງອາໄສຢູ່ເຮືອນ ຂອງ ອາ ແລະ ເຂົ້າສູ່ການຫາລ້ຽງຊີບ. ເພື່ອການຢູ່ລອດຂອງຕົນ ເອງ, ທ່ານຕ້ອງ ເຮັດຫຼາຍອາຊີບ ຂໍແຕ່ວ່າ ນັ້ນ ແມ່ນການທຳມາຫາ ກິນ ຢ່າງສຸດຈະລິດ. ເວລາຍັງນ້ອຍ, ທ່ານ ເລາະຂາຍ ມັນດ້າງ, ສາລີ, ຂາຍຫວຍ, ຜັດເກີບ... ໃຫຍ່ ຂຶ້ນອີກ ໜ້ອຍໜຶ່ງ, ທ່ານ ໄປ ຂາຍປີ້ຮູບເງົາ, ປີ້ບານເຕະແບບ ຕະຫຼາດ ມືດ, ບໍລິການເສີບອາ ຫານ ຢູ່ຮ້ານອາຫານ...

ໃຊ້ຊີວິດໃນສະພາບ “ຢູ່ໃຕ້ພື້ນ ຂອງ ສັງຄົມ”, ທ່ານ ຟອງ ເລີ່ມມີ ຄວາມຄິດກ່ຽວກັບ ອະນາຄົດ ຂອງ ຕົນ. ດ້ວຍກ້ອນເງິນທີ່ ເກັບ ໂຮມໄດ້ຈາກການເຮັດວຽກຢ່າງດຸໝັ່ນ ທີ່ຜ່ານມາ, ທ່ານຕັດ ສິນ ໃຈ ເປີດຮ້ານຂາຍນ້ຳ ນ້ອຍໆ ແຫ່ງໜ່ຶງ ແຕ່ບໍ່ໄດ້ ດົນກໍລົ້ມເຫຼວ ຍ້ອນຂາດປະສົບການ, ຂາດທຶນ ແລະ ຄວາມເຊື່ອໝັ້ນດຳເນີນ ທຸລະກິດ. ໃນທ່ີສຸດ ທ່ານ ສ່ຽງຕັດສິນໃຈ  ເພື່ອການປ່ຽນ ແປງ ໃນຊີວິດຂອງຕົນ, ນັ້ນຄື “ຊື້ກ້ອງຖ່າຍຮູບ”.

  

ນັກສິລະປິນຊ່າງພາບ ເຈິ່ນເຖ໋ຟອງ ພວມລັ່ນກ້ອງ ເທິງຖະໜົນ ຢູ່ ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ


ນັກສິລະປິນ ຊ່າງພາບ ເຈິ່ນເຖ໋ຟອງ ແບ່ງປັນປະສົບການ ໃນ ການເດີນທາງ ຄັ້ງຕ່າງໆ ກັບເພື່ອນມິດ ງານວາງສະແດງ “ຮອຍຍິ້ມ”. ພາບ: ທົຫາຍ

ທ່ານ ເຈິ່ນເຖ໋ຟອງ ເລົ່າສູ່ຟັງວ່າ “ເມື່ອຍັງເລາະຂາຍ ໜັງສືພິມ, ຂ້າພະເຈົ້າເຫັນເດັກ ນ້ອຍຫຼາຍຄົນ ຖ່າຍຮູບກັບພໍ່ ແມ່. ເຫັນ ເຂົາ ເຈົ້າມີຄອບຄົວ, ຂ້າພະເຈົ້າຮູ້ສຶກສະເທືອນໃຈຫຼາຍ, ຂ້າ ພະເຈົ້າມີຄວາມສະເທືອນໃຈ ທີ່ສຸດ ເມື່ອສັງເກດເຫັນວ່າ ຮູບ ຖ່າຍ ໄດ້ສົ່ງຜົນກະທົບຢ່າງ ໃຫຍ່ຫຼວງຕໍ່ສັງຄົມ. ນັບແຕ່ນັ້ນມາ, ຂ້າພະເຈົ້າໄດ້ຕັ້ງໃຈເປັນນັກຖ່າຍຮູບ ແລະ ທິດທາງ ເພື່ອ ຖ່າຍ ຮູບ ໃນຊີວິດ ປະຈຳວັນ”. 
ປຶ້ມປະມວນຮູບຖ່າຍ ແລະ ງານວາງສະແດງ “ຫົວຍິ້ມ”, ມາ ຮອດປັດຈຸບັນ ນັກສິລະປິນຊ່າງພາບ ເຈິ່ນເຖ໋ຟອງ ໄດ້ຈັດງານ ວາງສະແດງ 16 ຄັ້ງ ແລະ ຈຳໜ່າຍປຶ້ມປະມວນ ຮູບຖ່າຍ 10 ສະບັບ. 
 


ທ່ານ ເຈິ່ນເຖ໋ຟອງ ໃຊ້ຊີວິດດ້ວຍອາຊີບຖ່າຍຮູບ ມາເປັນເວລາ ກວ່າ 30 ປີ, ແຕ່ຮູບຖ່າຍສິລະປະ ແລະ ໜັງສືພິມ ແມ່ນ ໄດ້ 20 ປີ. ປີ 1998, ທ່ານ ເຈິ່ນເຖ໋ຟອງ ເລີ່ມເຂົ້າສູ່ເສັ້ນທາງ ຖ່າຍຮູບ ໃນຖານະເປັນນັກຂ່າວເສລີ. ແຕ່ລະເທື່ອ “ຈັບ” ໄດ້ຮອຍຍິ້ມ ໃນ ກອງຖ່າຍຮູບຂອງຕົນ ກໍແມ່ນຊ່ວງເວລາ ທ່ານ ເຈິ່ນເຖ໋ຟອງ ມີ ຄວາມສຸກ ກັບຄວາມຫຼົງໄຫຼ, ຄວາມສຸກ ແລະ ພະລັງງານທີ່ ແຜ່ ກະຈາຍອອກ ຈາກ ຮອຍຍິ້ມຂອງຕົວລະຄອນ. ດ້ວຍເຫດ ນັ້ນ, ຄົນທັງຫຼາຍ ມັກເຫັນ ທ່ານ ຟອງ ມີໜ້າໃນທຸກແງ່ມູມ ຂອງ ຊີ ວິດ ຢູ່ໄຊງ່ອນ ຢູ່ສະເໝີ.

ຈາກແສງສະຫວ່າງ ລາງວັນ ທ່ີໄດ້ຮັບຫຼາຍຄັ້ງ, ນັກສິລະປິນຊ່າງ ພາບ ເຈິ່ນເຖ໋ຟອງ ຍັງຄົງມີຄວາມໝົກມຸ່ນ ໄປມາໃນກະແສຊີ ວິດ ຈິງ ເພື່ອການຊອກຫາ ແລະ ບັນທຶກໄວ້ໃນກອງຖ່າຍ ຂອງ ຕົນ ບັນດາຮູບຖ່າຍ ຖືກໃຈ ກັບບັນດາຫົວເລື່ອງທີ່ລຽບງ່າຍ ຊຶ່ງ ຍັງບໍ່ທັນໄດ້ຖືກຄົ້ນພົບ.



ພາບຖ່າຍ: “ລະດູແລ້ງຂຽວ” ຍາດໄດ້ຫຼຽນເງິນ ຂອງ FIAP. ພາບ: ເຈິ່ນເຖ໋ຟອງ


ພາບຖ່າຍ: “ລະດູແລ້ງ” ຍາດໄດ້ຫຼຽນທອງ FIAP. ພາບ: ເຈິ່ນເຖ໋ຟອງ


ພາບຖ່າຍ: “ເຊື່ອໝັ້ນຕໍ່ອະນາຄົດ” ຍາດໄດ້ຫຼຽນທອງ FIAP.  ພາບ: ເຈິ່ນເຖ໋ຟອງ


ພາບຖ່າຍ: “ຄວາມມ່ວນຊື່ນ” ຍາດໄດ້ຫຼຽນທອງ FIAP.   ພາບ: ເຈິ່ນເຖ໋ຟອງ


ພາບຖ່າຍ: “ງານວາງສະແດງ ຮອຍຍິ້ມ”. ພາບ: ເຈິ່ນເຖ໋ຟອງ


ພາບຖ່າຍ: “ຝົນຕົກ”. ພາບ: ເຈິ່ນເຖ໋ຟອງ

ງານວາງສະແດງ ຈຳນວນໜຶ່ງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ ໜ້າສົນໃຈເຊັ່ນ: 
ມຸ່ງສູ່ພາກກາງ (ເດືອນ ພະຈິກ 2020)
- ໄຊງ່ອນ Covid -19 (ເດືອນ ຕຸລາ 2020)
- ຈັງຫວະຊີວິດ ໄຊງ່ອນ (ເດືອນ ກັນຍາ 2019)
- ຮູບຄົນ (ເດືອນ ມິຖຸນາ 2018)
- ຫາບ (ເດືອນ ກຸມພາ 2011)... 


ປຶ້ມຮູບຖ່າຍ ທີ່ໄດ້ພິມເຜີຍແຜ່ເຊັ່ນ:
ໄຊງ່ອນ Covid -19 (ເດືອນ ຕຸລາ 2020)
- ຈັງຫວະຊີວິດ ໄຊງ່ອນ (ເດືອນ ສິງຫາ 2019)
- ຮູບຄົນ (ເດືອນ ມິຖຸນາ 2018)
- ຫາລ້ຽງຊີບ (ເດືອນ ພຶດສະພາ 2017)
- 45 ວັນທີ່ຢູ່ສະວິດ (ເດືອນ ກໍລະກົດ 2016)
- ແສງສະ ຫວ່າງ ຊີວິດ (ເດືອນ ສິງຫາ 2015)
- ຜ່ານ ຜ່າເງົາມືດ (ເດືອນ ເມສາ 2014)
- ເສັ້ນທາງຕອນເຍົາໄວ(ເດືອນ ພຶດສະ ພາ 2012)
ບົດ ແລະ ພາບ: ທົງຫາຍ - ແປໂດຍ: ບິກລຽນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top