• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ

ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍ່ຕ້ອງຊາບຊຶມທັດສະນະຢ່າງເລິກເຊິ່ງທີ່ວ່າ ຖື “ປະຊາຊົນເປັນກົກ”;  ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. (ພາບ: VGP)

ບົດລາຍງານຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12 ກ່ຽວກັບບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າອະນຸກຳມະບານເອກະສານ, ສະເໜີ ຊີ້ແຈ້ງວ່າ: ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍ່ຕ້ອງຊາບຊຶມທັດສະນະຢ່າງເລິກເຊິ່ງທີ່ວ່າ ຖື “ປະຊາຊົນເປັນກົກ”;  ມີຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ.

        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢືນຢັນວ່າ, ຈາກພຶດຕິກຳຕົວຈິງແຫ່ງການປ່ຽນແປງໃໝ່, ໂດຍສະເພາະແມ່ນ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມ ສາມາດຖອດຖອນໄດ້ 5 ບົດຮຽນທີ່ລ້ຳຄ່າ. ໃນນັ້ນມີບົດຮຽນຖືປະຊາຊົນເປັນກົກ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເນັ້ນໜັກວ່າ.

        “ຖືປະຊາຊົນເປັນໃຈກາງ, ເປັນເຈົ້າຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ; ທຸກແຜນນະໂຍບາຍ, ນະໂຍບາຍຕ້ອງເລີ່ມມາຈາກຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ, ຖືຄວາມຜາສຸກ, ອິ່ມໜຳສຳລານຂອງປະຊາຊົນແມ່ນເປົ້າໝາຍເພື່ອສູ້ຊົນ. ຮັດແໜ້ນສາຍພົວພັນສະໜິດແໜ້ນລະຫວ່າງພັກ ກັບປະຊາຊົນ, ອີງໃສ່ປະຊາຊົນເພື່ອກໍ່ສ້າງພັກ; ປັບປຸງ ແລະ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ລະບອບສັງຄົມນິຍົມ”.

        ຕາມຜູ້ແທນຫຼາຍທ່ານແລ້ວ, ນີ້ແມ່ນໜຶ່ງໃນບັນດາບົດຮຽນອັນລ້ຳຄ່າ, ປະກອບສ່ວນສ້າງຜົນງານທີ່ຍິ່ງໃຫຍ່, ມີຄວາມໝາຍປະຫວັດສາດແຫ່ງການປ່ຽນແປງໃໝ່ເປັນເວລາເກືອບ 35 ປີຜ່ານມາ.

ຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ຄັ້ງນີ້ສືບຕໍ່ເນັ້ນໜັກເຖິງວຽກງານກໍ່ສ້າງ, ປັບປຸງພັກ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຮອບດ້ານ, ຄົບຊຸດ, ເປັນປະຈຳ, ມີປະສິດທິຜົນນັບທັງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ພະນັກງານ. ທ່ານສະມາຊິກສະພາແຫ່ງຊາດ ເຢືອງວັນທ໊າຍ, ເລຂາພັກແຂວງ ແຂວງບັ໊ກຢາງ, ໃຫ້ຮູ້ວ່າ.

        “ພັກກອມມູນິດຫວຽດນາມ ໄດ້ກຳນົດໜ້າທີ່ຈຸດສຸມນັ້ນແມ່ນ ສືບຕໍ່ຍູ້ແຮງວຽກງານກໍ່ສ້າງພັກ, ປັບປຸງພັກ, ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ແລະ ລະບົບການເມືອງປອດໃສ, ໝັ້ນຄົງເຂັ້ມແຂງ. ອາດເວົ້າໄດ້ວ່າ, ໃນວຽກງານກໍ່ສ້າງພັກ ໄດ້ສຸມໃສ່ຮອບດ້ານ ນັບທັງທາງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະ ວຽກງານພະນັກງານ, ໃນນັ້ນວຽກງານພະນັກງານເປັນແກ່ນສານ ເພື່ອສ້າງຖັນແຖວພະນັກງານ, ພິເສດແມ່ນຖັນແຖວພະນັກງານຄຸ້ມຄອງທຸກຂັ້ນຕ້ອງມີລະດັບຄວາມຮູ້ ແລະ ອິດທິພົນຊື່ສຽງຢ່າງພຽງພໍ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.”

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top