• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ເຄື່ອງໝາຍການຄ້າໄຂ່ມຸກ ຫງອກຮ່ຽນ

ໄດ້ບັນດານັກຊ່ຽວຊານ ແລະ ຜູ້ບໍລິໂພກ ຕີລາຄາວ່າ ນອນໃນກຸ່ມໄຂ່ມຸກທີ່ສວຍງາມທີສຸດໃນໂລກ, ບໍລິສັດ MTV ໄຂ່ມຸກ ຫງອກຮ່ຽນ (Ngoc Hien Pearl-ຝູ໋ກວັກ) ໄດ້ຜະລິດອອກມາບັນດາປະເພດ ຜະລິດຕະພັນ ໄຂ່ມຸກ ດ້ວຍຫຼາກຫຼາຍຮູບແບບ, ຢັ້ງຢືນເຄື່ອງໝາຍການຄ້າ ແລະ ຄຸນນະພາບຢູ່ພາຍໃນ ແລະ ຕ່າງປະເທດຢ່າງບໍ່ຢຸດຢັ້ງ. 
ນະຄອນ ຝູ໋ກວັກ ໃນປະຈຸບັນ ໄດ້ທຳມະຊາດປະທານໃຫ້ຊັບພະຍາກອນພິເສດຫຼາຍຊະນິດ, ທັງຢູ່ເທິງພູ ທັງຢູ່ໃນທ້ອງທະເລ, ຊຶ່ງໂດດເດັ່ນກວ່າໝູ່ແມ່ນໄຂ່ມຸກ-ຂອງຂວັນໜຶ່ງຈາກມະຫາສະໝຸດ, ຜ່ານຂະແໜງການປູກລ້ຽງ ແລະ ຜະລິດເຄື່ອງສຳອາງດ້ວຍໄຂ່ມຸກ ທີ່ມີຫຼາຍປີຢູ່ທ້ອງຖິ່ນ. ໃນນັ້ນ ຕ້ອງເວົ້າເຖິງເຄື່ອງໝາຍການຄ້າ “ໄຂ່ມຸກ ຫງອກຮ່ຽນ”, ວິສາຫະກິດແຫ່ງທຳອິດປູກລ້ຽງໄຂ່ມຸກຢູ່ເທິງເກາະ ຝູ໋ກວັກ, ແຂວງ ກຽນຢາງ, ເຖິງປັດຈຸບັນ ໄດ້ມີກວ່າ 20 ປີແຫ່ງການກໍ່ສ້າງ ແລະ ພັດທະນາ. 

ບໍລິສັດ MTV ໄຂ່ມຸກ ຫງອກຮ່ຽນ ມີນິຄົມລ້ຽງຫອຍກວ້າງເອົາໄຂ່ມຸກ ດ້ວຍເນື້ອທີ່ເກືອບ 500 ເຮັກຕາເທິງໜ້ານຳ້ທະເລ, ຄິດສະເລ່ຍຈະເກັບໄຂ່ມຸກໄດ້ປະມານ 500.000 ເມັດຕໍ່ປີ, ໄດ້ຮູ້ເຖິງເປັນນິຄົມປູກລ້ຽງໄຂ້ມຸກຂະໜາດໃຫຍ່ກວ່າໝູ່ຢູ່ເທິງເກາະ. 


ຈາກການສ້າງຕັ້ງ ແລະ ພັດທະນາມາເປັນເວລາກວ່າ 20 ປີ, ໄຂ່ມຸກ ຫງອກຮ່ຽນ ຢືນຢັນໄດ້ເຄື່ອງໝາຍການຄ້າ ແລະ ຄຸນນະພາບຂອງຕົນໃນໃຈຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. 


ຫງອກຮ່ຽນ ມີນິຄົມລ້ຽງຫອຍກວ້າງເອົາໄຂ່ມຸກ ດ້ວຍເນື້ອທີ່ເກືອບ 500 ເຮັກຕາເທິງໜ້ານຳ້ທະເລ, ຄິດສະເລ່ຍຈະເກັບໄຂ່ມຸກໄດ້ປະມານ 500.000 ເມັດຕໍ່ປີ, ໄດ້ຮູ້ເຖິງເປັນນິຄົມປູກລ້ຽງໄຂ້ມຸກຂະໜາດໃຫຍ່ກວ່າໝູ່ຢູ່ເທິງເກາະ..


ໄຂ່ມຸກ ຫງອກຮ່ຽນ ໄດ້ເຊີນບັນດານັກຊ່ຽວຊານມາຈາກ ຍີ່ປຸ່ນ ເພື່ອຮ່ວມງານໃນຂັ້ນຕອນການຝັງໄຂ່ມຸກໃສ່ຫອຍກວ້າງ ຕາມເຕັກນິກ ເຕັກໂນໂລຊີ ທີ່ທັນສະໄໝ, ຕິດຕາມ ແລະ ເບິ່ງແຍງດູແລຫອຍກວ້າງ ເພື່ອໃຫ້ມີບັນດາເມັດໄຂ່ມຸກດີທີ່ສຸດ. 


ເກັບໄຂ່ມຸກ ຈາກຫອຍກວ້າງ. 


ການຜະລິດໄຂ່ມຸກ. 


ຜະລິດຕະພັນທີ່ໄດ້ເຮັດດ້ວຍເປືອກຫອບກວ້າງ. 


ຜະລິດຕະພັນສາຍແຂນທີ່ເຮັດດ້ວຍໄຂ່ມຸກ. 

ເພື່ອໃຫ້ ໄຂ່ມຸກ ມີຄຸນນະພາບສູງ, ໄຂ່ມຸກ ຫງອກຮ່ຽນ ໄດ້ເຊີນບັນດານັກຊ່ຽວຊານມາຈາກ ຍີ່ປຸ່ນ ເພື່ອຮ່ວມງານໃນຂັ້ນຕອນການຝັງໄຂ່ມຸກໃສ່ຫອຍກວ້າງ ຕາມເຕັກນິກ ເຕັກໂນໂລຊີ ທີ່ທັນສະໄໝ, ຕິດຕາມ ແລະ ເບິ່ງແຍງດູແລຫອຍກວ້າງ ເພື່ອໃຫ້ມີບັນດາເມັດໄຂ່ມຸກດີທີ່ສຸດ.
 
ປັດຈຸບັນ, ບໍລິສັດ ໄຂ່ມຸກ ຫງອກຮ່ຽນ ພວມມີ 4 ປະເພດຜະລິດຕະພັນໄຂ່ມຸກ ຄື: Tahiti, South Sea, AkoyaແລະMabe, ນອກຈາກນັ້ນ ຍັງມີເຄື່ອງສຳອາງ ຫຼາຍຊະນິດໄດ້ເຮັດດ້ວຍ ໄຂ່ມຸກ ຄື: ສາຍຄໍ, ສາຍແຂນ, ໜ້າສາຍຄໍ, ແຫວນ, ຕຸ້ມຫູ, ໂມງ ຖືເຄື່ອງໝາຍການຄ້າ ຫງອກຮ່ຽນ ລ້ວນແຕ່ເປັນປະເພດຜະລິດຕະພັນຊັ້ນນຳ, ເຊີດຊູ ແລະ ເຮັດໃຫ້ຄວາມງາມ ແລະ ນິໄສອັດຕະບຸກຄົນຂອງຜູ້ນຳໃຊ້ ເດັ່ນຂຶ້ນ, ພິເສດແມ່ນຄວາມງາມຂອງແມ່ຍິງ.
 
ຄຽງຂ້າງນັ້ນ, ໄຂ່ມຸກ ຫງອກຮ່ຽນ ຍັງເປັນຮາກຖານແຫ່ງ ທຳອິດຢູ່ແຂວງ ກຽນຢາງ ບັນລຸມາດຖານ ຮັບໃຊ້ນັກທ່ອງທ່ຽວ, ຈາກນັ້ນ ຊຶ່ງກໍ່ສ້າງຮູບແບບການທ່ອງທ່ຽວ ໄປຊົມທ່ຽວຂັ້ນຕອນການຜະລິດໄຂ່ມຸກ, ປະກອບສ່ວນເຮັດໃຫ້ບັນດາບໍລິການທ່ອງທ່ຽວຢູ່ ຝູ໋ກວັກ ມີຫຼາຍຮູບຫຼາຍແບບກວ່າ.
 
ຫ້ອງວາງສະແດງມີເນື້ອທີ່ເກືອບ 4.000 m²ທີ່ຕາແສງ ເຢືອງເຕີ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ, ດຶງດູດນັກທ່ອງທ່ຽວຈຳນວນຫຼາຍເມື່ອມາຍັງ ຝູ໋ກວັກ. ນັກທ່ອງທ່ຽວຈະໄດ້ພະນັກງານຂອງ ຫງອກຮ່ຽນ ພາໄປຢ້ຽມຢາມ ແລະ ແນະນຳໃຫ້ຮູ້ກ່ຽວກັບຂັ້ນຕອນການປູກລ້ຽງ, ການຜະລິດ ໄຂ່ມຸກ ແລະ ບັນດາປະເພດຜະລິດຕະພັນ ຊຶ່ງ ຫງອກຮ່ຽນ ພວມຜະລິດ. ສິ່ງດັ່ງກ່າວ ຈະຊ່ວຍເຮັດໃຫ້ນັກທ່ອງທ່ຽວ ມີຄວາມຮູບຮູ້ຢ່າງຈະແຈ້ງ ກ່ຽວກັບອາຊີບລ້ຽງຫອຍກວ້າງ ເພື່ອເອົາໄຂ່ມຸກ, ກໍ່ຄືຄວາມພິຖີພິຖັນ, ຄວາມລະອຽດລະອໍ ໃນການຜະລິດບັນດາຜະລິດຕະພັນດ້ວຍໄຂ່ມຸກ. 






ສາຍຄຳ ໄດ້ເຮັດດ້ວຍ ໄຂ່ມຸກ ຖືເຄື່ອງໝາຍການຄ້າ ຫງອກຮ່ຽນ ເປັນລະດັບຊັ້ນນຳ, ເຊີດຊູ ແລະ ເຮັດໃຫ້ຄວາມ
ງາມ ແລະ ນິໄສອັດຕະບຸກຄົນຂອງຜູ້ນຳໃຊ້ ເດັ່ນຂຶ້ນ, ພິເສດແມ່ນຄວາມງາມຂອງແມ່ຍິງ. 



ຕຸ້ມຫູ ສຳລັບໃຫ້ແກ່ຜູ້ຍິງ. 


ໜ້າສາຍຄໍ ມີລາຄາກວ່າ 90 ລ້ານດົ່ງ. 


ຫ້ອງວາງສະແດງມີເນື້ອທີ່ເກືອບ 4.000 m²ທີ່ຕາແສງ ເຢືອງເຕີ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າຈັບໃຈ,
ດຶງດູດນັກທ່ອງທ່ຽວຈຳນວນຫຼາຍເມື່ອມາຍັງ ຝູ໋ກວັກ. 



ມາຍັງເກາະ ຝູ໋ກວັກ, ນັກທ່ອງທ່ຽວ ຢ່າລືມເລືອກຊື້ ເຄື່ອງສຳອາງ ທີ່ເຮັດດ້ວຍໄຂ່ມຸກ, ເຄື່ອງໝາຍການຄ້າ, ຜະລິດຕະພັນພິເສດຂອງ ຝູ໋ກວັກ. 

ໄຂ່ມຸກ ຫງອກຮ່ຽນ ມີກຽດທີ່ໄດ້ຮັບລາງວັນຈຳນວນໜຶ່ງຄື: 
ຜະລິດຕະພັນມີຄຸນນະພາບປີ 2005
ຂັນຄຳ ວິສາຫະກິດ ຫວຽດນາມ ປີ 2010
ວິສາຫະກິດ ແລະ ນິຄົມ ເພື່ອການພັດທະນາຊາວກະສິກອນ ຫວຽດນາມ, ແບບແຜນນັກທຸລະກິດປີ 2011.

ຂັນຄຳ ຜະລິດຕະພັນ VAC (ລະບົບການຜະລິດກະສິກຳລວມມີ: ສວນ-ປູກຝັງ; ໜອງ-ລ້ຽງປາ; ນິຄົມ-ລ້ຽງສັດ) ປອດໄພ 2012.

ໃນປີ 2020, ວິສາຫະກິດດັ່ງກ່າວ ໄດ້ນຳໃຊ້ຈຳນວນເງິນ 100 ລ້ານດົ່ງ ພ້ອມກັບທະຫານປ້ອງກັນຊາຍແດນແຂວງ ກຽນຢາງ ປະຕິບັດການປ້ອງກັນ, ຕ້ານໂຄວິດ-19,​ມອບຂອງຂວັນກວ່າ 200 ຊຸດໃຫ້ແກ່ຜູ້ຂາຍບັດຫວຍ ທີ່ອາໄສເທິງເກາະ ຝູ໋ກວັກ, ແຂວງ ກຽນຢາງ. 
ບົດ: ເຊີນເຫງ້ຍ - ພາບ: ດັ້ງກິມເຟືອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top