• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂົ້າປຸ້ນທາງ-ເຍື່ອງອາຫານແຊບໆຂອງຊາວຮ່າໂນ້ຍ

      ເຂົ້າປຸ້ນທາງແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຊາວຮ່າໂນ້ຍ. ໃນເມື່ອກ່ອນ, ເຂົ້າປຸ້ນທາງ ໄດ້ແຕ່ງໃນຍາມບຸນ, ແຕ່ປະຈຸບັນໄດ້ກາຍເປັນເຍື່ອງອາຫານພິເສດເພື່ອເຊີນເພື່ອນຮັບປະທານ.
(ເຂົ້າປຸ້ນທາງຕ້ອງກິນຕອນຮ້ອນໆຈຶ່ງແຊບ)
      ສ່ວນປະກອບ (ເຂົ້າປຸ້ນ 5 ຖ້ວຍ)
-  ໄກ່ຕົ້ມເຄິ່ງໂຕ
-  ກະດູກໄກ່ 2 ຊຸດ, ຕີນໄກ່ 10 ອັນ
-  ເຫັດຫອມ 10 ດອກ
-  ໄຂ່ເປັດ 2 ໜ່ວຍ
-  ໄຂ່ເຄັມ 2 ໜ່ວຍ
-  ຢໍ່ໝູ 1 ຂີດ
-  ນ້ຳມັນ ແລະ ເປືອກກຸ້ງແຫ້ງ
-  ກຸ້ງແຫ້ງ 0,5 ຂີດ
-  ຫົວບົ່ວໃຫຍ່ສີມ່ວງ, ຫົວບົ່ວແຫ້ງ, ຂີງ, ໝາກເຜັດດິບ, ນ້ຳຕານ
- ຫົວຜັກກາດຂາວແຫ້ງ 3 ຂີດ
- ຫົວເຊື້ອແມງດາ
- ເຂົ້າປຸ້ນເສັ້ນນ້ອຍ 7 ຂີດ
- ຫົວບົ່ວນ້ອຍ, ຜັກແພວ, ໃບໝາກນາວ, ໝາກເຜັດໜ່ວຍ, ກະປີ້ ແທັງຫ໊ວາ
ວິທີເຮັດ
ຂັ້ນຕອນເບື້ອງຕົ້ນສ່ວນປະກອບ
- ຊີ້ນໄກ່ຊອຍ ແລະ ຈີກເປັນເສັ້ນປະໄວ້ຕ່າງຫາກ; ໄຂ່ແດງ,  ຈືນເປັນແຜ່ນບາງໆ ແລ້ວຊອຍເປັນເສັ້ນ; ຢໍ່ໝູ່, ຜັກບົ່ວ, ຜັກແພວ, ໃບໝາກນາວຊອຍເປັນເສັ້ນບາງໆ; ໄຂ່ເຄັມຕົ້ມໃຫ້ສຸກ, ປອກເປຶອກໄຂ່ອອກ ແລ້ວຊອຍບາງໆ; ລ້າງເຫັດຫອມໃຫ້ສະອາດ, ແຊ່ນ້ຳອຸ່ນ; ແຊ່ຫົວຜັກກາດຂາວໃນນ້ຳອຸ່ນ 30 ນາທີ ແລ້ວລ້າງໃຫ້ສະອາດ, ຊອຍເປັນເສັ້ນບາງແລ້ວບີບນ້ຳອອກ, ແລ້ວຄົນໃສ່ກັບນ້ຳສົ້ມ, ນ້ຳຕານຂາວ 1 ບ່ວງ, ປະໄວ້ 30 ນາທີ; ຫົວກຸ້ງ ແລະ ເປືອກກຸ້ງຂົ້ວໃຫ້ມີກິ່ນຫອມ; ຫົວບົ່ວ, ຂີງ ລ້າງໃຫ້ສະອາດແລ້ວປີ້ງໃຫ້ສຸກ.
ຂັ້ນຕອນທີ 2: ນ້ຳເຂົ້າປຸ້ນ
- ເອົາກະດູກໄກ່ ແລະ ຕິີນໄກ່ລ້າງໃຫ້ສະອາດ, ລວກໃນນ້ຳຟົດ ເມື່ອເອົາໄປຕົ້ມຈິ່ງບໍ່ມີຝອດຫຼາຍ. ໃສ່ນ້ຳ 2 ລິດເພື່ອຕົ້ມກະດູກໄກ່, ຫົວບົ່ວ, ຂີງປີ້ງ, ຫົວຜັກບົ່ວແລ້ວ ປັບໄຟໃຫ້ຄ່ອຍໆ. ພາຍຫຼັງ 50 ນາທີ, ເອົານ້ຳມັນ ແລະ ເປືອກກຸ້ງ, ເຫັດຫອມ, ນ້ຳຕານ 1 ກ້ອນ, ເຄື່ອງປຸງໃສ່. ຕໍ່ຈາກນັ້ນແມ່ນຕົ້ມ 1 ຊົ່ວໂມງຕື່ມອີກ.
(ແຫຼ່ງຄັດຈາກ VOV)

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງ​ປະ​ຊຸມ​ສົ່ງ​ເສີມ​ການ​ຄ້າ ແລະ ພັດ​ທະ​ນາ​ການ​ສົ່ງ​ອອກ​ນຳ​ເຂົ້​າ ເຂດ​ໄຕ​ງວຽນ

ກອງປະຊຸມຈະສຸມໃສ່ແລກປ່ຽນກ່ຽວກັບການຮ່ວມມື, ເຊື່ອມຕໍ່ລະບົບ ໃນການຜະລິດຍົກສູງຄຸນຄ່າຂອງ ຜະລິດຕະພັນສົ່ງອອກຂອງເຂດໄຕງວຽນ, ເຊື່ອມຕໍ່ເຂດ ໄຕງວຽນໃນບັນດາການເຄື່ອນໄຫວສົ່ງເສີມການຄ້າ ແລະ ການນຳເຂົ້າສົ່ງອອກຕາມຂອບຂະໜາດເປັນມືອາຊີບ.

Top