ຂ່າວສານ
ເກິ່ນເທີຊຸກຍູ້ການຮ່ວມມືກັບອິນເດຍກ່ຽວກັບການສຶກສາ, ສາທາລະນະສຸກ, ເຕັກໂນໂລຢີຂໍ້ມູນຂ່າວສານ

ທ່ານເຢຶອງເຕິ໊ນຫ໋ຽນ ຮອງປະທານຄະນະກຳມະການປະຊາຊົນນະຄອນເກິ່ນເທີ ໄດ້ມອບຂອງຂວັນທີ່ລະນຶກໃຫ້ແກ່ທ່ານ Madan Mohan Sethi ຫົວໜ້າກົງສູນໃຫຍ່ ອິນເດຍປະຈຳ ນະຄອນໂຮ່ຈີມິນ (ພາບ: baocantho.com.vn)
ໃນໄລຍະຈະມາເຖິງ, ເກິ່ນເທີ ປາດຖະໜາຢາກເປີດກ້ວາງການຮ່ວມມືກັບອິນເດຍໃນຂົງເຂດສາທາລະນະສຸກ, ລາຍລະອຽດແມ່ນສ້າງໂຮງໝໍທັນສະໄໝ ມີການລົງທຶນດ້ວຍອຸປະກອນ, ເຄື່ອງຈັກຕ່າງໆ; ຂົງເຂດການສຶກສາດ້ວຍໂຄງການແລກປ່ຽນນັກສຶກສາ, ບຳລຸງສ້າງຄູອາຈານລະດັບສູງ, ລົງທຶນກໍ່ສ້າງ ແລະ ຂຸດຄົ້ນເຂດເຕັກໂນໂລຢີຂໍ້ມູນຂ່າວສານແບບລວມສູນ, ສູນ Logistics ປະເພດ II ຢູ່ອະນຸພາກພື້ນເສດຖະກິດ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຢູ່ນະຄອນເກິ່ນເທີ. ນອກຈາກນັ້ນ, ທາງນະຄອນກໍ່ມີຄວາມປາດຖະໜາຢາກຮ່ວມມືກັບ ອິນເດຍໃນຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງຕື່ມອີກ.
(ແຫຼ່ງຄັດຈາກ VOV)







