• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍດຶງດູດເງິນລົງທຶນເປັນຈຳນວນ 3,72 ຕື້ USD ຈາກຕ່າງປະເທດ

      ຄະນະກຳມະການປະຊາຊົນ ນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ປີ 2020, ຍອດຜະລິດຕະພັນໃນບໍລິເວນຂອງ ນະຄອນຮ່າໂນ້ຍ (GRDP)  ເພີ່ມຂຶ້ນ ເກືອບ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019. 

ພາບປະກອບ: thuongtruong.com.vn
      ນີ້ແມ່ນ ການເຕີບໂຕຢູ່ໃນລະດັບຕ່ຳ ເມື່ອທຽບໃສ່ກັບແຜນການ ກໍ່ຄືຫຼາຍປີທີ່ຜ່ານມາ ເຊິ່ງສາຍເຫດແມ່ນຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19. ເຖິງຢ່າງໃດກໍ່ຕາມ, ດັດຊະນີຜະລິດອຸດສາຫະກຳ ໃນບໍລິເວນນະຄອນຍັງເພີ່ມຂຶ້ນ 4,7% ເມື່ອທຽບໃສ່ປີກ່ອນ, ເງິນລົງທຶນພັດທະນາບັນລຸ 413.000 ຕື້ ດົ່ງ, ເພີ່ມຂຶ້ນ 9%ເມື່ອທຽບໃສ່ປີ 2019.         ພິເສດ, ໃນສະພາບການປະສົບກັບຄວາມຫຍຸ້ງຍາກລວມຂອງພື້ນຖານເສດຖະກິດ ໂລກ, ຮ່າໂນ້ຍຍັງຢືນຢູ່ອັນດັບທີ 2 ໃນທົ່ວປະເທດ ກ່ຽວກັບໝາກຜົນຂອງການດຶງດູດເງິນລົງທຶນຈາກຕ່າງປະເທດ ດ້ວຍຈຳນວນເງິນ 3,72 ຕື້ USD.
(ແຫຼ່ງຄັດຈາກ VOV)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮ່​ກວັກ​ຢຸງ ​ຕ້ອນ​ຮັບ​ການ​ນຳ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ

ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ພັກ, ລັດ ແລະ ລັດ​ຖະ​ບານ ຫວຽດ​ນາມ​ແມ່ນ​ພັດ​ທະ​ນາ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ເພື່ອ​ເປົ້າ​ໝາຍ​ສັນ​ຕິ​ພາບ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ຄ​ວາມ​ໝັ້ນ​ຄົງ, ບໍ່​ເຜີຍ​ແຜ່​ອາ​ວຸດ​ນິວ​ເຄຼຍ ແລະ ປະ​ຕິ​ບັດ​ຖືກ​ຕ້ອງ​ຕາມ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນຢ່າງ​ຄົບ​ຖ້ວນ.

Top