• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ສະເຫຼີມສະຫຼອງວັນຮັບນາມມະຍົດ ນະຄອນແຫ່ງສັນຕິພາບ ຄົບຮອບ 20 ປີ

      ຕອນເຊົ້າວັນທີ 13 ກໍລະກົດ ຢູ່ບໍລິເວນໜອງຮວ່ານກ໊ຽມ, ຮ່າໂນ້ຍ ໄດ້ດໍາເນີນພິທີໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງວັນຮັບນາມມະນຸດ ຮ່າໂຮ້ຍ - ນະຄອນແຫ່ງສັນຕິພາບຄົບຮອບ 20 ປີ ດ້ວຍຈຸດພົ້ນເດັ່ນ ແມ່ນງານບຸນທ້ອງຖະໜົນ ອັນໄດ້ດຶງດູດການເຂົ້າຮ່ວມຂອງນັບ 10 ພັນຄົນ.
            ພາຍຫຼັງພີທີໄຂ ແມ່ນການປ່ອຍນົກກາງແກ ໂດຍແມ່ນສານແຫ່ງສັນຕິພາບຂອງປະຊາຊົນນະຄອນ ຮ່າໂນ້ຍ ສົ່ງໄປໃຫ້ປະຊາຊົນທົ່ວປະເທດ ແລະ ເພື່ອນມິດສາກົນ, ແນະນໍາພາບພົດນະຄອນ ດ້ວຍບັນດາເປົ້າໝາຍທີ່ບັນລຸໄດ້ໃນໄລຍະ 20 ປີ ຜ່ານມາ ແມ່ນສົມກັບຄວາມເປັນກຽດທີ່ໄດ້ຮັບນາມມະຍົດ “ນະຄອນແຫ່ງສັນຕິພາບ”.     

(ພາບປະກອບ)
            ກ່າວຄໍາເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ເລຮວ່າຍຈູງ, ປະທານຄະນະກໍາມະການແຫ່ງຊາດ ຢູແນັດໂກ ຫວຽດນາມ, ຖືວ່າ: ຜ່ານໄລຍະກວ່າ 1000 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ ຮ່າໂນ້ຍ ໄດ້ຢັ້ງຢືນໃຫ້ເຫັນທີ່ຕັ້ງເປັນໃຈກາງຂອງປະເທດກ່ຽວກັບການເມືອງ, ວັດທະນະທໍາ, ວິທະຍາສາດ, ເຕັກນິກ, ເສດຖະກິດ. ການພັດທະນາຂອງ ຮ່າໂຮ້ຍ ໃນຕົວຈິງ ແມ່ນອີງໃສ່ບັນດາພື້ນຖານຂອງສັນຕິພາບ, ບັນດາຄຸນຄ່າທາງດ້ານວັດທະນະທໍາ ກ່ຽວກັບ ຄຸນນະພາບຂອງການສຶກສາ ແລະ ການຂະຫຍັນຂັນເຄື່ອນຢ່າງມີຫົວຄິດປະດິດສ້າງ. ທ່ານກ່າວວ່າ:
            “ນາມມະຍົດນີ້ ກໍແມ່ນຄວາມເປັນກຽດຂອງທັງປະເທດ ສໍາລັບ ຮ່າໂນ້ຍ ເມື່ອໄດ້ຮັບຖືວ່າ ແມ່ນນະຄອນແຫ່ງຄວາມເຊື່ອໝັ້ນ ແລະ ຄວາມຫວັງ. ສັນຕິພາບ ແມ່ນຄວາມໄຝ່ຝັນຂອງຄົນເຮົາ ແຕ່ວ່າໃນປະຫວັດສາດຂອງສັງຄົມມວນມະນຸດນັ້ນ ຄົນເຮົາກໍຕ້ອງຜ່ານຜ່າສົງຄາມອັນແສນສາຫັດບໍ່ຈັກວ່າເທົ່າໃດຄັ້ງ, ຍິ່ງຜ່ານຜ່າສົງຄາມ ແລະ ການປະທະກັນນັ້ນ ຄວາມໄຝ່ຝັນຢາກມີສັນຕິພາບ ແລະ ຮ່ວມມືຍິ່ງແຮງກ້າ, ເພາະສະນັ້ນ, ປະໂຫຍກທໍາອິດຂອງ ກົດບັດສ້າງຕັ້ງ ອົງການ ຢູແນັດໂກ ໄດ້ເນັ້ນໜັກວ່າ: ຍ້ອນສົງຄາມເກີດຂຶ້ນມາຈາກແນວຄິດຂອງຄົນເຮົາ ສະນັ້ນ ກໍາແພງປ້ອງກັນຂອງສັນຕິພາບກໍ່ຕ້ອງໄດ້ສ້າງຂຶ້ນໃນແນວຄິດຂອງຄົນເຮົາເອງ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top