• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມແຮງຮ່ວມໃຈຫັນເປົ້າໝາຍການພັດທະນາໃຫ້ປະກົດຜົນເປັນຈິງ

      ບັນດາສະມາຊິກຄົນໃໝ່ໃນລັດຖະບານຫວຽດນາມ ລ້ວນແຕ່ມີປະສົບການໃນໜ້າທີ່ການງານ, ເຄີຍດຳລົງບັນດາຕຳແໜ່ງສຳຄັນຢູ່ທ້ອງຖິ່ນຕ່າງໆ ຫຼື ບັນດາກະຊວງ, ຂະແໜງການ, ເຊິ່ງໄດ້ສ້າງຂີດໝາຍຢູ່ແຕ່ລະຕຳແໜ່ງວຽກງານ.
ການນຳຫວຽດນາມ ປ່ອນບັດເລືອກຕັ້ງ
(ພາບ: TTXVN)
      ລັດຖະບານຫວຽດນາມ ຫາກໍ່ໄດ້ຮັບການບູລະນະສົມບູນພາຍຫຼັງສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໃຫ້ສັດຕະຍາບັນບັນດາສະມາຊິກສົມທົບກັບການສືບທອດບົດຮຽນ ແລະ ການປ່ຽນແປງໃໝ່. ນີ້ແມ່ນຄວາມສຳເປັນເພື່ອນຳພາປະເທດຊາດປະຕິບັດເປົ້າໝາຍສູ້ຊົນຮອດກາງສະຕະວັດທີ 21 ໃຫ້ກາຍເປັນປະເທດພັດທະນາມີລາຍຮັບສູງ ຖືກຕາມການກຳນົດທິດສັງຄົມນິຍົມ.
        ບັນດາສະມາຊິກຄົນໃໝ່ໃນລັດຖະບານຫວຽດນາມ ລ້ວນແຕ່ມີປະສົບການໃນໜ້າທີ່ການງານ, ເຄີຍດຳລົງບັນດາຕຳແໜ່ງສຳຄັນຢູ່ທ້ອງຖິ່ນຕ່າງໆ ຫຼື ບັນດາກະຊວງ, ຂະແໜງການ, ເຊິ່ງໄດ້ສ້າງຂີດໝາຍຢູ່ແຕ່ລະຕຳແໜ່ງວຽກງານ.
ພ້ອມແລ້ວທີ່ຈະປະຕິບັດວຽກງານໂດຍທັນທີ
        ຄວາມເປັນກຽດ, ຄວາມເອກອ້າງທະນົງໃຈແມ່ນບັນດາສິ່ງທີ່ບັນດາລັດຖະ ມົນຕີຄົນໃໝ່ສະແດງອອກ ເມື່ອສະພາແຫ່ງຊາດໃຫ້ສັດຕະຍາບັນດຳລົງຕຳແໜ່ງຫົວໜ້າຂະແໜງ. ເຂົາເຈົ້າລ້ວນແຕ່ມີຂໍ້ສັງເກດລວມໃນພິທີສາບານຕົວຮັບດຳລົງຕຳແໜ່ງ ໃນສະພາບທີ່ປະເທດຊາດພວມສືບຕໍ່ຍູ້ແຮງຢ່າງຮອບດ້ານ, ຄົບຊຸດ ໃນພາລະກິດແຫ່ງການປ່ຽນແປງໃໝ່ ຕາມຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ຮຽກຮ້ອງໃຫ້ແຕ່ລະຄົນຕ້ອງສືບຕໍ່ປ່ຽນແປງໃໝ່, ສ້າງການຫັນປ່ຽນຢ່າງແຮງ, ມີປະສິດທິຜົນກວ່າໃນໄລຍະຈະມາເຖິງ. ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟື໊ອກ, ຖືວ່າ.
        “ໃນອາຍຸການນີ້, ພວກຂ້າພະເຈົ້າໄດ້ຖືວ່າ, ທຳອິດແມ່ນຕ້ອງຜ່ານຜ່າຄວາມຫຍຸ້ງຍາກທຸກຢ່າງ ເພື່ອຊຸກຍູ້ພື້ນຖານເສດຖະກິດໃຫ້ພັດທະນາ, ເພີ່ມກຳລັງຕານທານພ້ອມກັບກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ຊ່ວຍໃຫ້ບັນດາວິສາຫະກິດພັດທະນາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງສຸມໃສ່ປັບປຸງແຫຼ່ງລາຍຮັບ, ພິເສດແມ່ນຮັກສາແຫຼ່ງລາຍຮັບ”.
        ຕາມທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກແນວທາງການຕ່າງປະເທດຢ່າງລະອຽດຄື: ໝັ້ນຄົງ, ຢືດໝັ້ນກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມືພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ເປັນເຈົ້າການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ເລິກເຊິ່ງກວ້າງຂວາງ. ຫວຽດນາມ ພ້ອມແລ້ວທີ່ຈະເປັນເພື່ອນ, ເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈສຳລັບປະຊາຄົມສາກົນ, ສະເໝີພາບຕ່າງຝ່າຍຕ່າງມີຜົນປະໂຫຍດ. ຍ້ອນເຫດນັ້ນ, ໜ້າທີ່ຂອງທ່ານໃນໄລຍະຈະມາເຖິງແມ່ນ:
        “ຕ້ອງຫັນແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເປັນອັນລະອຽດ, ນຳເຂົ້າພຶດຕິກຳຕົວຈິງ, ຕ້ອງສຸມໃສ່ສ້າງການພົວພັນກັບທຸກຄູ່ຮ່ວມມືໃຫ້ເລິກເຊິ່ງກວ້າງຂວາງ. ເມື່ອພວກເຮົາສ້າງການພົວພັນອັນດີງາມກັບບັນດາປະເທດແລ້ວ, ແນ່ນອນວ່າ ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຂອງພວກເຮົາຈະໝັ້ນຄົງໜັກແໜ້ນກວ່າ”.
        ຈາກການສັງເກດທາງດ້ານວັດທະນະທຳ, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ຫງວຽນວັນຮຸ່ງ ຖືວ່າ, ຕ້ອງຮີບເຮັ່ງສ້າງຍຸດທະສາດວັດທະນະທຳຫວຽດນາມ ໄລຍະ 2021 – 2026 ເພື່ອຍື່ນສະເໜີຕໍ່ລັດຖະບານອະນຸມັດຜ່ານ, ເປັນພື້ນຖານເພື່ອຜັນຂະຫຍາຍໃນທົ່ວຂະແໜງ, ຖືນີ້ແມ່ນເຄື່ອງມືເພື່ອໃຫ້ພວກຂ້າພະເຈົ້າຄຸ້ມຄອງລັດໃນຂົງເຂດວັດທະນະທຳ. ຈາກການສັງເກດທາງດ້ານການທ່ອງທ່ຽວ, ທ່ານລັດຖະມົນຕີກໍ່ເອົາໃຈໃສ່ເຖິງການທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍກວ່າ, ກະຕຸ້ນການທ່ອງທ່ຽວ, ບັນດາຜະລິດຕະພັນທ່ອງທ່ຽວ ແລະ ກະກຽມບັນດາເງື່ອນໄຂເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງປະເທດໃນເງື່ອນໄຂປົກກະຕິ. ນອກນັ້ນ, ຫວຽດນນາມ ກໍ່ຕ້ອງຈັດ SEA Games 21 ໃຫ້ເປັນຢ່າງດີທີ່ສຸດ.
ຄວາມໄວ້ເນື້ອເຊື່ອໃຈຈາກຫາງສຽງ
        ຫາງສຽງໄດ້ຕີລາຄາບັນດາສະມາຊິກລັດຖະບານຊຸດໃໝ່ວ່າແມ່ນບັນດາທ່ານທີ່ມີທັດສະນະຕົວຈິງ, ຕັ້ງໜ້າມີການກະທຳ ເພື່ອສາມາດບັນລຸໄດ້ເປົ້າໝາຍລະອຽດ, ເໝາະສົມກັບການກຳນົດທິດ, ແນວທາງການເມືອງເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ວາງອອກ. ຫາງສຽງຫວັງວ່າ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ແລະ ບັນດາສະມາຊິກລັດຖະບານຈະສືບຕໍ່ເສີມຂະຫຍາຍພູມປັນຍາ, ກຳລັງຄວາມສາມາດຢ່າງສຸດຂີດ, ສືບທອດບັນດາຜົນສຳເລັດຂອງອາຍຸການຊຸດກ່ອນ, ນຳພາປະເທດໃຫ້ນັບມື້ນັບພັດທະນາ. ທ່ານ ຫວູກວ໊ກກື້, ຢູ່ບ້ານ ດຶກຊວັນ, ນະຄອນ ບັ໊ກກ້ານ, ສະແດງຄວາມໃນໃຈວ່າ.
        “ຂ້າພະເຈົ້າຫວັງວ່າ ນາຍົກລັດຖະມົນຕີ ແລະ ລັດຖະບານຊຸດໃໝ່ ຈະສືບທອດ, ເສີມຂະຫຍາຍຜົນງານຂອງອາຍຸການລັດຖະບານຊຸດກ່ອນ. ພ້ອມທັງມີບັນດາການປະຕິຮູບ, ບາດກ້າວບຸກທະລຸໃນອາຍຸການໃໝ່ ເພື່ອໃຫ້ໃນຊຸດໃໝ່ນີ້ ຈະປະຕິບັດເປົ້າໝາຍຄວບຄູ່ແມ່ນທັງປ້ອງກັນ ຕ້ານໂລກລະບາດ, ທັງຜະລິດ, ພັດທະນາເສດຖະກິດຢ່າງມີໄຊ, ນຳປະເທດພັດທະນາຖືກຕ້ອງຕາມເປົ້າໝາຍຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ”.
        ໃນໄລຍະຈະມາເຖິງ, ພ້ອມກັບບັນດາຄວາມສະດວກ, ຫວຽດນາມ ກໍ່ຈະປະເຊີນໜ້າກັບສິ່ງທ້າທາຍນາໆປະການຄື: ການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ການປະຕິຮູບເສດຖະກິດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຂໍ້ຕົກລົງການຄ້າໃໝ່, ສືບຕໍ່ດຶງດູດການລົງທຶນຈາກຕ່າງປະເທດ, ຫຼຸດຜ່ອນບັນດາຂໍ້ກຳນົດລະບຽບການບໍລິຫານ… ກົງຈັກລັດຖະບານໃໝ່ ດ້ວຍບັນດາສະມາຊິກທີ່ມີຫົວຄິດປະດິດສ້າງ, ມີຄວາມກະຕືລືລົ້ນ ຈະນຳຫວຽດນາມ ຜ່ານຜ່າບັນດາສິ່ງທ້າທາຍດັ່ງກ່າວ ເພື່ອໃຫ້ປະເທດສືບຕໍ່ທ່ວງທ່າພັດທະນາ.
(ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top