• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມເດີນທາງ ເພື່ອຟື້ນຟູເສດຖະກິດ

      ໃນວິວັດທະນາການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນໄລຍະຜ່ານມາ, ລັດຖະບານ ຫວຽດນາມ ຍາມໃດກໍອີງໃສ່ສະພາບການຕົວຈິງເພື່ອມີການດັດປັບໃຫ້ແທດເໝາະ, ທັນການ. ຫວ່າງມໍ່ໆມານີ້, ເມື່ອກຳນົດຫັນແຕ່ເປົ້າໝາຍ “ບໍ່ມີໂຄວິດ” ມາເປັນການຮັບມືຢ່າງປອດໄພ, ມີໄຫວພິບ ແລະ ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ຮີບເຮັ່ງສ້າງແຜນການເພື່ອທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ທັງຟື້ນຟູການພັດທະນາເສດຖະກິດ, ໃນນັ້ນ ລວມທັງການແກ້ໄຂຄວາມຫຍຸ້ງຍາກຕ່າງໆໃຫ້ແກ່ວິສາຫະກິດອີກດ້ວຍ.
            ພາຍຫຼັງການປ່ຽນແປງຍຸດທະສາດໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ມາໄດ້ໄລຍະໜຶ່ງ, ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ - 19 ໄດ້ເທື່ອລະກ້າວ, ພິເສດແມ່ນຢູ່ຈຸດໃຈກາງຂອງໂລກລະບາດຄື ນະຄອນ ໂຮ່ຈີມິນ, ບິ່ງເຢືອງ, ດົ່ງນາຍ, ລອງອານ… ນີ້ແມ່ນໄລຍະເວລາເພື່ອປຶກສາຫາລືກ່ຽວກັບບັນດາລັດຖະນະໂຍບາຍ ແນໃສ່ຮັບມືກັບໂລກລະບາດຢ່າງປອດໄພ, ມີໄຫວພິບ, ຄວບຄຸມໄດ້ຢ່າງມີປະສິດທິຜົນ; ທັງປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນ, ປະສົບຜົນສຳເລັດ, ທັງຟື້ນຟູ ແລະ ພັດທະນາເສດຖະກິດໂດຍໄວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນການພົບປະສົນທະນາທາງໄກ ລະຫວ່າງ ລັດຖະບານ ແລະ ປະຊາຄົມວິສາຫະກິດ (ພາບ: VGP)
      ລັດຖະບານຮ່ວມເດີນທາງພ້ອມກັບວິສາຫະກິດ
        ສະພາບການໂລກລະບາດມີສັນຍານດີຂຶ້ນ, ສະນັ້ນ, ເລື່ອງ ຫວຽດນາມ ມີວິທີເຮັດໃໝ່ໃນການປ້ອງກັນ, ຕ້ານໂລກລະບາດ ແລະ ຟື້ນຟູເສດຖະກິດແມ່ນສິ່ງທີ່ຈຳເປັນ. ແຜນນະໂຍບາຍປົກປ້ອງ, ໜູນຊ່ວຍຮັກສາການເຄື່ອນໄຫວຜະລິດດຳເນີນທຸລະກິດຂອງວິສາຫະກິດຢ່າງປອດໄພ ໃນເງື່ອນໄຂດຳລົງຊີວິດຮ່ວມກັບໂລກລະບາດ ແມ່ນປັດໄຈທຳອິດທີ່ໄດ້ເຕື້ອງເຖິງໃນການຟື້ນຟູເສດຖະກິດ.
        ໃນການພົບປະສົນທະນາທາງໄກ ລະຫວ່າງ ລັດຖະບານ ແລະ ປະຊາຄົມວິສາຫະກິດໃນມື້ສຸດທ້າຍຂອງອາທິດຜ່ານມາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ດ້ວຍທິດນຳທີ່ວ່າ ວິສາຫະກິດ, ນັກທຸລະກິດທັງເປັນໃຈກາງ, ທັງເປັນເຈົ້າຂອງ, ລັດຖະບານໄດ້ຍູ້ແຮງການຈັດແບ່ງຂັ້ນ, ຈັດແບ່ງສິດອຳນາດຢ່າງສຸດຂີດເພື່ອໃຫ້ອຳນາດການປົກຄອງໄດ້ໃກ້ຊິດກັບປະຊາຊົນ, ໃກ້ຊິດກັບວິສາຫະກິດຫຼາຍກວ່າອີກ ແລະ ເພື່ອໃຫ້ວິສາຫະກິດຕິດຕໍ່ພົວພັນກັບອຳນາດການປົກຄອງໄດ້ໄວກວ່າອີກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວວ່າ:
        “ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ໄດ້ເປັນເຈົ້າການ, ຕັ້ງໜ້າ ເພື່ອແກ້ໄຂບັນດາບັນຫາໃຫ້ແກ່ວິສາຫະກິດໂດຍອີງໃສ່ບັນດາຫຼັກການລວມ, ອີງໃສ່ກົດໝາຍທີ່ໄດ້ກຳນົດໄວ້, ຕ້ອງມີໄຫວພິບໃນການຈັດຕັ້ງ ເຮັດແນວໃດໃຫ້ມີປະສິດທິຜົນ, ເໝາະສົມກັບສະພາບການຕົວຈິງ, ຮັບເອົາຄຳຄິດຄຳເຫັນຂອງວິສາຫະກິດ, ບົນພື້ນຖານ ວາງອອກນະໂຍບາຍທີ່ມີຄວາມສອດຄ່ອງ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມ ກໍຄືການສະໜັບສະໜູນຈາກວິສາຫະກິດນັ້ນ ແມ່ນຈະມີປະສິດທິຜົນກວ່າ. ສຸມໃສ່ການປະຕິຮູບລະບຽບການບໍລິຫານ, ບັນດາກະຊວງ, ຂະແໜງການຕ້ອງຮັບຟັງຄຳເຫັນຂອງວິສາຫະກິດ ອັນໃດຍັງບໍ່ຖືກ ແມ່ນຕ້ອງອະທິບາຍ.”
ລັດຖະບານ ຍາມໃດກໍຮ່ວມເດີນທາງພ້ອມກັບ ວິສາຫະກິດ ເພື່ອຟື້ນຟູເສດຖະກິດ  (ພາບ: VGP)
      ລັດຖະບານ ໄດ້ຊີ້ນຳບັນດາອົງການວິຊາການສ້າງຄໍາແນະນຳຊົ່ວຄາວເພື່ອ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”. ສຳລັບຂັ້ນທ້ອງຖິ່ນ, ຫຼາຍທ້ອງຖິ່ນໄດ້ເປັນເຈົ້າການໃນການສ້າງຍຸດທະສາດຕ້ານໂລກລະບາດ, ສ້າງແຜນການ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ” ໂດຍດ່ວນ. ທ່ານຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນ ແຂວງ ກວ໋າງນິງ ກາວເຕື່ອງຮຸຍ ໄດ້ເຜີຍໃຫ້ຮູ້ກ່ຽວກັບແຜນການໃນສະພາບປົກກະຕິໃໝ່ຂອງແຂວງໃນໄລຍະຈະມາເຖິງວ່າ:
        “ພວກຂ້າພະເຈົ້າໄດ້ມີມາດຕະການລະອຽດທີ່ສຸດ. ທີໜຶ່ງແມ່ນ ຜັນຂະຫຍາຍການກໍ່ສ້າງບັນດາແຜນການຈຸດສຸມຢ່າງຂ້ຽວຂາດ ແລະ ສ້າງເງື່ອນໄຂສະດວກທີ່ສຸດເພື່ອຈະຜັນຂະຫຍາຍຢ່າງລະອຽດໃນທ້າຍເດືອນ ຕຸລາ ນີ້ ແລະ ເລີ່ມລົງມືກໍ່ສ້າງໂຄງການ ຮະລອງຂຽວ, ເດີ່ນກັອບ ຢູ່ ດົ່ງຈ່ຽວ, ໂຄງການທ່າເຮືອ ວ້ານນິງ. ໄປຄຽງຄູ່ກັນນັ້ນ ກໍ່ຍູ້ແຮງການປ່ອຍງົບປະມານລົງທຶນພາກລັດ ຢ່າງຂ້ຽວຂາດ ແລະ ວາງອອກເປົ້າໝາຍຮອດວັນທີ 30 ກັນຍາ ບັນດາໂຄງການເຫຼົ່ານີ້ ຕ້ອງໄດ້ຮັບການປ່ອຍງົບປະມານ 80%”.
ເສດຖະກິດມີສະຖຽນລະພາບຈະສ້າງກຳລັງຫນູນແກ່ການພັດທະນາປະເທດຊາດ
      ໃນການພົບປະສົນທະນາໂດຍກົງລະຫວ່າງລັດຖະບານ ກັບປະຊາຄົມວິສາຫະກິດໃນມື້ທ້າຍອາທິດຜ່ານມາ, ຜູ້ຕາງຫນ້າບັນດາວິສາຫະກິດ ໄດ້ຕີລາຄາສູງຄວາມເອົາໃຈໃສ່, ການຮ່ວມເດີນທາງ ແລະ ບັນດາການຊີ້ນຳ, ມາດຕະການ, ນະໂຍບາຍຊື່ງ ລັດຖະບານໄດ້ຜັນຂະຫຍາຍ. ນັບທັງບັນດາການເຮັດວຽກກັບບາງວິສາຫະກິດມີລັກສະນະພິເສດ ນັບແຕ່ເມື່ອໂລກລະບາດເກີດຂຶ້ນຮອບທີ 4 ມາຮອດປະຈຸບັນ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ຈັດຕັ້ງການພົບປະ, ເຮັດວຽກກັບບັນດາວິສາຫະກິດຢູ່ພາຍໃນ ແລະຕ່າງປະເທດ ເປັນ 5 ຄັ້ງ ເພື່ອຮັບຟັງ, ແບ່ງປັນ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຄົມວິສາຫະກິດ.
      ພວກຂ້າພະເຈົ້າປາດຖະຫນາຢາກໃຫ້ປະຊາຄົມວິສາຫະກິດ ແມ່ນພາກສ່ວນສຳຄັນ ແລະ ເປັນໃຈກາງທີ່ແທ້ຈິງ ໃນການປ້ອງກັນຕ້ານໂລກລະບາດ ແລະ ພັດທະນາເສດຖະກິດສັງຄົມ, ການລົງທຶນ ເພື່ອຍົກສູງສະມັດຕະພາບແຮງງານ, ບັນດາປັດໄຈສັງລວມຮັບໃຊ້ການຫັນເປັນດີຈິຕອນ. ຫວັງວ່າ ປະຊາຄົມວິສາຫະກິດຈະພະຍາຍາມປະກອບສ່ວນພ້ອມກັບລັດຖະບານ, ເພີ່ມທະວີການລົງທຶນຕາມຮູບການຮ່ວມມືລະຫວ່າງ ພາກລັດ ແລະ ພາກເອກະຊົນ ເປັນຕົ້ນແມ່ນພື້ນຖານຍຸດທະສາດ, ປະກອບຄຳເຫັນເພື່ອຫລຸດຜ່ອນບັນດາລະບຽບການບໍລິຫານເພື່ອຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດ, ພັດທະນາຂະແຫນງອຸດສາຫະກຳການຢາເພື່ອໃຫ້ພວກເຮົາເປັນເຈົ້າການຮັບມືກັບທຸກກໍລະນີເກີດຂຶ້ນ”
ທ່ານນາຍົກລັດຖະມົນຕີ ສະເຫນີໃຫ້ ບັນດາວິສາຫະກິດສ້າງແຜນການຟື້ນຟູການຜະລິດດຳເນີນທຸລະກິດເພື່ອເປັນເຈົ້າການ, ພ້ອມແລ້ວທີ່ຈະຫັນມາເປັນສະພາບເປັນປົກກະຕິໃຫມ່, ສ້າງໂຄງປະກອບຄືນໃຫມ່ເພື່ອໃຫ້ສອດຄ່ອງກັບສະພາບການ. ທ່ານນາຍົກລັດຖະມົນຕີ ເນັ້ນຫນັກວ່າ: ລັດຖະບານ ແລະສະພາແຫ່ງຊາດ ພະຍາຍາມຮ່ວມເດີນທາງພ້ອມກັບວິສາຫະກິດຢ່າງແທ້ຈິງ, ຟື້ນຟູ, ພັດທະນາເສດຖະກິດ ສັງຄົມໂດຍໄວ.
      ຫວຽດນາມ ມີ ໄລຍະ 2 ປີ ໄດ້ເປັນຈິດຫນຶ່ງໃຈດຽວໃນການປ້ອງກັນຕ້ານໂລກລະບາດ ແລະ ປະຈຸບັນ ແມ່ນຮອດຈຸດເວລາຄວນຮ່ວມແຮງຮ່ວມໃຈເພື່ອຟື້ນຟູເສດຖະກິດ ຄືດັ່ງທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ຢືນຢັນໃນການພົບປະສົນທະນາ: “ສະພາບການຍິ່ງຫຍຸ້ງຍາກ, ສັບສົນ, ພວກເຮົາຍິ່ງຕ້ອງສາມັກຄີ, ຖືຄວາມຫຍຸ້ງຍາກ, ສິ່ງທ້າທາຍເປັນກຳລັງຫນູນບືນຕົວຂຶ້ນ, ຢັ້ງຢືນຕົນເອງ, ນຳປະເທດຊາດພັດທະນາ”./.
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top