• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບ​ປະ​ກັນ​​ຄວາມ​ຄືບ​ໜ້າການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ 15 ແລະ ສະ​ມ​າ​ຊິກ​ສະ​ພາ​ປະ​ຊາ​ຊົນ ທຸກ​ຂັ້ນ

ຕອນເຊົ້າວັນທີ 19 ເມສາ, ທ່ານ ພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ, ກຳມະການສະພາເລືອກຕັ້ງແຫ່ງຊາດ, ໄດ້ລົງກວດກາ, ຕິດຕາມກວດກາ ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ສະມາຊິກສະພາປະຊາຊົນ ທຸກຂັ້ນຢູ່ນະຄອນ ດ່ານັ້ງ.
ທ່ານ ພົນເອກໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: qdnd.vn)

ໂດຍລາຍງານຕໍ່ຄະນະປະຕິບັດງານ, ທ່ານ ຮອງເລຂາຜູ້ປະຈຳການຄະນະພັກນະຄອນ, ປະທານສະພາປະຊາຊົນ, ປະທານຄະນະກຳມະການເລືອກຕັ້ງນະຄອນ ດ່ານັ້ງ ເລືອງຫງວຽນມິງຈຽດ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ, ວຽກງານກະກຽມການເລືອກຕັ້ງຢູ່ນະຄອນ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປອດໄພ, ສະຖຽນລະພາບ. ກອງປະຊຸມສະພາປະຊາຊົນຄັ້ງທີ 3 ກໍ່ໄດ້ລົງປະຊາມະຕິເຫັນດີເປັນເອກະພາບຮັບຮອງເອົາບັນຊີລາຍຊື່ 8 ຄົນ ທີ່ມີເງື່ອນໄຂຢ່າງຄົບຖ້ວນ ເພື່ອຮັບສະໜັກເປັນສະມາຊິກ ສະພາແຫ່ງຊາດ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ພົນເອກ ໂຕເລິມ ໄດ້ຕີລາຄາສູງເນື້ອໃນຈິດໃຈກະກຽມ ຂອງ ຄະນະກຳມະການເລືອກຕັ້ງນະຄອນ ດ່ານັ້ງ, ບັນດາວຽກງານຜັນຂະຫຍາຍ ລ້ວນແຕ່ບັນລຸໄດ້ຕາມຄວາມຮຽກຮ້ອງ, ຖືກຕ້ອງຕາມການແນະນຳຂອງ ສະພາເລືອກຕັ້ງແຫ່ງຊາດ. ທ່ານພົນເອກກໍ່ຕັກເຕືອນວ່າ ນັບແຕ່ປັດຈຸບັນຈົນຮອດວັນເລືອກຕັ້ງ, ນະຄອນດ່ານັ້ງ ຕ້ອງສຸມໃສ່ວຽກງານຕໍ່ສູ້ຕ້ານບັນດາແນວຄວາມຄິດ, ຂໍ້ມູນທີ່ຜິດເຂວ, ເປັນຕົ້ນແມ່ນໃນເຄືອຂ່າຍອິນເຕີແນັດ. ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ, ຄວາມໝັ້ນຄົງ ຕ້ອງຮັບປະກັນແຜນການຢ່າງລະອຽດ, ຄາດຄະເນລ່ວງໜ້າບັນດາກໍລະນີ ທີ່ຈະເກີດຂຶ້ນ ພາຍໃນ ແລະ ຫຼັງວັນເລືອກຕັ້ງ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top