• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນຄວາມສະຫງົບປອດໄພໃຫ້ສັບປະດາຂັ້ນສູງ APEC 2017 ຢ່າງເດັດຂາດ

      ວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ເຮັດວຽກກັບ ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ແລະ ບັນດາອົງການທີ່ກ່ຽວຂ້ອງກ່ຽວກັບວຽກງານຮັບປະກັນຄວາມສະຫງົບປອດໄພໃຫ້ສັບປະດາຂັ້ນສູງ APEC 2017.

(ຮັບປະກັນຄວາມສະຫງົບປອດໄພໃຫ້ສັບປະດາຂັ້ນສູງ APEC 2017 ຢ່າງເດັດຂາດ)
      ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ຊີ້ແຈ້ງວ່າ ສັບປະດາຂັ້ນສູງ APEC ຄັ້ງທີ 25 ຈະດຳເນີນຢູ່ນະຄອນດ່ານັງ ແຕ່ວັນທີ 06-11 ຕຸລາ, ເຊິ່ງແມ່ນເຫດການສຳຄັນທີ່ສຸດຂອງປີ APEC 2017 ດ້ວຍການເຂົ້າຮ່ວມຂອງປະມຸກລັດ, ຫົວໜ້າຄະນະ 21 ພື້ນຖານເສດຖະກິດສະມາຊິກ, ຮັບປະກັນການປ້ອງກັນຄວາມປອດໄພຢູ່ໃນລະດັບສູງສຸດ. ທ່ານປະທານປະເທດ ເຈີ່ນດ້າຍກວ່າງ ເນັ້ນໜັກວ່າ ວຽກງານຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃຫ້ສັບປະດາຂັ້ນສູງ APEC ໄດ້ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການໂດຍພື້ນຖານ. ເພື່ອຮັບປະກັນຄວາມສະຫງົບປອດໄພໃຫ້ສັບປະດາຂັ້ນສູງ APEC 2017 ຢ່າງເດັດຂາດນັ້ນ, ທ່ານປະທານປະເທດ ເຈີ່ນດ້າຍກວ່າງ ສະເໜີໃຫ້ ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ອານຸກຳມະການປ້ອງກັນຄວາມສະຫງົບ - ສາທາລະນະສຸກ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງກວດກາຄືນຢ່າງຮີບດ່ວນ, ເພີ່ມເຕີມ, ສ້າງແຜນການປ້ອງກັນຄວາມປອດໄພສັບປະດາຂັ້ນສູງ APEC 2017 ຢູ່ດ່ານັງ ໃຫ້ສຳເລັດ, ໃນນັ້ນມີວິທີການສຳຮອງ ແລະ ແກ້ໄຂກໍລະນີທີ່ເກີດໃໝ່. ພ້ອມທັງ, ສ້າງວິທີການປ້ອງກັນບັນດາຄະນະຜູ້ແທນຂັ້ນສູງໃນການພົບປະ, ຢ້ຽມຢາມສອງຝ່າຍ ຢູ່ດ່ານັງ, ກວາງນາມ, ຮ່າໂນ້ຍ, ນະຄອນໂຮ່ຈີມິນ ແລະ ບັນດາທ້ອງຖິ່ນທີ່ກ່ຽວຂ້ອງໃຫ້ສຳເລັດ.
        ທ່ານປະທານປະເທດ ເຈີ່ນດ້າຍກວາງ ກໍ່ໄດ້ສະເໜີໃຫ້ ກະຊວງຕຳຫຼວດ ສືບຕໍ່ສົມທົບກັບກຳລັງປ້ອງກັນຄວາມສະຫງົບ, ຕຳຫຼວດບັນດາປະເທດຕ່າງໆເພື່ອແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານຮັບປະກັນຄວາມສະຫງົບປອດໄພ. ສົມທົບກັບອົງການຕຳຫຼວດຄະດີອາຍາສາກົນ ແລະ ອົງການຕຳຫຼວດຄະດີອາດຍາບັນດາປະເທດ ອາຊຽນ ຜັນຂະຫຍາຍບັ້ນເຄື່ອນໄຫວປ້ອງກັນໄລຍະໄກຜ່ານການກວດກາໃນລະບົບຖານຂໍ້ມູນດີຈີຕອນກ່ຽວກັບເປົ້າໝາຍກໍ່ການຮ້າຍ, ສົງໄສເປັນຜູ້ກໍ່ການຮ້າຍ ແລະ ຕາມລາໃນຂອບເຂດສາກົນເພື່ອມີມາດຕະການສະກັດກັ້ນຢ່າງທັນການ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top