• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກສາສະຖຽນລະພາບຂອງກົງຈັກລັດ, ສ້າງປະຖົມປັດໄຈແກ່ການພັດທະນາ

      ໃນວາລະປະຊຸມຂອງຕອນເຊົ້າວັນທີ 23 ກໍລະກົດ, ສະພາແຫ່ງຊາດ ຫວຽດນາມ ໄດ້ຮັບຮອງເອົາມະຕິວ່າດ້ວຍການຮັກສາໂຄງປະກອບຂອງລັດຖະບານໄວ້ຄືກັນກັບອາຍຸການສະພາແຫ່ງຊາດຊຸດທີ XV, ລວມມີ 18 ກະຊວງ, 4 ອົງການທຽບເທົ່າກະຊວງ. ສິ່ງດັ່ງກ່າວໄດ້ຮັບຖືວ່າມີຄວາມຈຳເປັນ ແລະ ຮັບປະກັນສະຖຽນລະພາບຂອງກົງຈັກເພື່ອໃຫ້ບັນດາພາກສ່ວນທັງໝົດຂອງລັດຖະບານ ສຸມໃສ່ການປະຕິບັດ ເປົ້າໝາຍຄວບຄູ່”, ທັງຕ້ານໂລກລະບາດຢ່າງເດັດດ່ຽວຂ້ຽວຂາດ, ທັງສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູການຜະລິດດຳເນີນທຸລະກິດ, ຟື້ນຟູພັດທະນາເສດຖະກິດ - ສັງຄົມ. ບັນດາຜົນງານທີ່ບັນລຸໄດ້ໃນການບໍລິຫານເສດຖະກິດ - ສັງຄົມ, ຕ້ານໂລກລະບາດໂຄວິດ - 19 ໃນ 6 ເດືອນຜ່ານມາຂອງ ລັດຖະບານ ຫວຽດນາມ ໄດ້ເປັນສ່ວນໃດໜຶ່ງທີ່ສະແດງໃຫ້ເຫັນປະສິດທິຜົນໃນການບໍລິຫານເສດຖະກິດ - ສັງຄົມຂອງລັດຖະບານ ຫວຽດນາມ.
ສະມາຊິກສະພາແຫ່ງຊາດຈຳນວນ 470 ທ່ານ ເຫັນດີຮັບຮອງເອົາມະຕິວ່າດ້ວຍໂຄງປະກອບການຈັດຕັ້ງຂອງລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ XV (ພາບ: cand.com.vn)
      ສະມາຊິກສະພາແຫ່ງຊາດຈຳນວນ 470 ທ່ານ ໄດ້ເຂົ້າຮ່ວມການລົງຄະແນນສຽງໃນຕອນເຊົ້າວັນທີ 23 ກໍລະກົດ ຕ່າງກໍເຫັນດີຮັບຮອງເອົາມະຕິວ່າດ້ວຍໂຄງປະກອບການຈັດຕັ້ງຂອງລັດຖະບານ ອາຍຸການສະພາແຫ່ງຊາດຊຸດທີ XV (2021 – 2026), ເຊິ່ງບັນລຸ 94,19% ຈຳນວນສະມາຊິກສະພາແຫ່ງຊາດທັງໝົດ. ອັດຕາດັ່ງກ່າວກໍສະແດງໃຫ້ເຫັນຄວາມເຫັນດີເຫັນພ້ອມ ແລະ ຄວາມເປັນເອກະພາບຂອງບັນດາສະມາຊິກສະພາແຫ່ງຊາດ ກັບ ລັດຖະບານ ໃນການສືບຕໍ່ສຸມຈິດສຸມໃຈຢ່າງສູງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໃນໄລຍະປັດຈຸບັນ ພ້ອມທັງເອົາໃຈໃສ່ເຖິງການປະຕິບັດ “ເປົ້າໝາຍຄວບຄູ່” ກ່ຽວກັບການພັດທະນາເສດຖະກິດ - ສັງຄົມ.
ບັນດາຜົນງານທີ່ບໍ່ອາດປະຕິເສດໄດ້
        ຫວຽດນາມ ພວມຮັບມືກັບການແຜ່ລະບາດຮອບທີ 4 ຂອງ ໂລກລະບາດໂຄວິດ - 19, ອັນໄດ້ສົ່ງຜົນກະທົບບໍ່ໜ້ອຍເຖິງຊີວິດການເປັນຢູ່ຂອງປະຊາຊົນ. ເຖິງຢ່າງໃດກໍຕາມ, ໝາກຜົນທີ່ບັນລຸໄດ້ໃນ 6 ເດືອນຜ່ານມາກໍເປັນໜ້າຊື່ນຊົມທີ່ສຸດ. GDP ເພີ່ມຂຶ້ນ 5,64%, CPI ໄດ້ແກ່ 1,47%, ລາຍຮັບງົບປະມານບັນລຸ 58,3%. ຕາມທ່ານ ຮວ່າງວັນເກື່ອງ ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ແລ້ວ, ນີ້ແມ່ນບັນດາຕົວເລກທີ່ໜ້າປະທັບໃຈ. GDP ເພີ່ມຂຶ້ນ 5,64% ບໍ່ແມ່ນຕົວເລກທີ່ສູງເມືອທຽບໃສ່ເປົ້າໝາຍທີ່ໄດ້ວາງອອກ, ແຕ່ກໍສາມາດເຫັນໄດ້ວ່າ ເຖິງວ່າໂລກລະບາດມີການຜັນແປຢ່າງສັບສົນກໍຕາມ, ແຕ່ການເຕີບໂຕເສດຖະກິດຍັງມີທ່າອ່ຽງເພີ່ມຂຶ້ນ. ທ່ານ ຮວ່າງວັນເກື່ອງ ກໍເຫັນດີກັບລັດຖະບານວ່າ ຄວນສຸມຈິດສຸມໃຈເຂົ້າໃນວຽກປ້ອງກັນ, ຕ້ານໂລກລະບາດ.
ວາລະປະຊຸມຂອງຕອນເຊົ້າວັນທີ 23 ກໍລະກົດ (ພາບ: TTXVN)
      ທ່ານ ເຈິ່ນກວັກຕ໊ວນ ສະມາຊິກສະພາແຫ່ງຊາດແຂວງ ຈ່າວິງ ໄດ້ຕີລາຄາສູງຕໍ່ວຽກງານຊີ້ນຳບໍລິຫານຂອງລັດຖະບານ ໃນ 6 ເດືອນຕົ້ນປີ 2021 ແລະ ຖືວ່າ ໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນຄືນໃນປັດຈຸບັນ, ບັນດາໝາກຜົນທີ່ບັນລຸໄດ້ນັ້ນ ແມ່ນໜ້າເຄົາລົບນັບຖື ແລະ ປະທັບໃຈຫຼາຍ. ສິ່ງດິ່ງກ່າວໄດ້ສະແດງໃຫ້ເຫັນວ່າ ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກ ແຕ່ ຫວຽດນາມ ຍັງແມ່ນຈຸດພົ້ນເດັ່ນໃຫ້ແກ່ບັນດານັກລົງທຶນຫັນປ່ຽນກະແສເງິນລົງທຶນຈາກປະເທດອື່ນເຂົ້າ ມາລົງທຶນຢູ່ ຫວຽດນາມ.
        ກ່ອນໜ້ານັ້ນ, ໃນບົດລາຍງານການກວດກາຂອງ ກຳມາທິການເສດຖະກິດ ກ່ຽວກັບໝາກຜົນແຫ່ງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ໃນ 6 ເດືອນຕົ້ນປີ, ທ່ານ ຫວູຮົ່ງແທງ, ປະທານກຳມາທິການເສດຖະກິດ ໄດ້ຢັ້ງຢືນວ່າ:
        ກໍາມາທິການເສດຖະກິດ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ປະສິດທິຜົນຂອງບັນດາມາດຕະການ ເຊິ່ງ ລັດຖະບານ ໄດ້ ແລະ ກຳລັງປະຕິບັດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍບັນດາເປົ້າໝາຍ, ວິສາຫະກິດທີ່ຖືກຜົນກະທົບຈາກໂລກລະບາດ, ຟື້ນຟູ, ພັດທະນາເສດຖະກິດ, ຮັບປະກັນການຊ່ວຍໜູນຊີວິດສັງຄົມ.
ພື້ນຖານເພື່ອສືບຕໍ່ບໍລິຫານຢ່າງມີປະສິດທິຜົນ
        ໃນສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ພ້ອມທັງອີງໃສ່ໝາກຜົນການປະຕິບັດງານໃນອາຍຸການ 2016 – 2021 ຂອງ ລັດຖະບານ ໄດ້ຮັບການຕີລາຄາສູງຈາກ ສະພາແຫ່ງຊາດ, ເລື່ອງຮັກສາໂຄງປະກອບການຈັດຕັ້ງຂອງລັດຖະບານ ຊຸດທີ XV ອາຍຸການ 2021 – 2026 ໃນສະເພາະໜ້າ ແມ່ນມີຄວາມຈຳເປັນ ແລະ ເໝາະສົມ. ນີ້ກໍແມ່ນເງື່ອນໄຂສະດວກເພື່ອໃຫ້ລັດຖະບານ ສືບຕໍ່ສຸມໃສ່ການບໍລິຫານການພັດທະນາເສດຖະກິດ - ສັງຄົມ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ. ທ່ານ ຮວ່າງວັນເກື່ອງ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຖືວ່າ: ເນື້ອໃນຈຸດສຸມໃນ 6 ເດືອນທ້າຍປີ, ລັດຖະບານ ຈົ່ງຫ້າວຫັນກວ່າໃນການນຳໃຊ້ບັນດາເຄື່ອງມືດ້ານການເງິນ, ປີການເງິນ. ສ່ວນທ່ານ ດົນຕ໊ວນຟອງ ສະມາຊິກສະພາແຫ່ງຊາດ ແຂວງ ອານຢາງ ກໍສະໜັບສະໜູນຕໍ່ເນື້ອໃນຈິດໃຈຂອງຂໍ້ຕົກລົງກ່ຽວກັບການລົງທຶນພາກລັດທີ່ມີການຄັດເລືອກ, ເປັນຈຸດສຸມຂອງລັດຖະບານ. ທ່ານ ຫງວຽນງອກບ໋າວ, ຮອງປະທານກຳມາທິການເສດຖະກິດ ຊີ້ແຈ້ງວ່າ:
        ລະບົບທະນາຄານຄວນມີນະໂຍບາຍ ກໍຄືຍຸດທະສາດໃນການຄຸ້ມຄອງຢ່າງມີປະສິດທິຜົນ ເຮັດແນວໃດເພື່ອດຶງດູດແຫຼ່ງເງິນລົງທຶນເຂົ້າໃນການຜະລິດດຳເນີນທຸລະກິດ. ຜ່ານນັ້ນ ກໍ່ຊຸກຍູ້ເສດຖະກິດແບບຍືນຍົງ, ພິເສດ ແມ່ນໜູນຊ່ວຍວິສາຫະກິດ ທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19”.
        ສະຖຽນລະພາບຂອງກົງຈັກລັດຖະບານ ກໍຊ່ວຍໃຫ້ລັດຖະບານ ສຸມໃສ່ຮັກສາ ແລະ ຟື້ນຟູການເຄື່ອນໄຫວຂອງວິສາຫະກິດຂະໜາດນ້ອຍ ແລະ ຈຸລະວິສາຫະກິດ ປະຕິບັດຕາມທິດນຳທີ່ວ່າ “ກອບກູ້ວິສາຫະກິດຄືກັນກັບການກອບກູ້ຊີວິດຂອງຄົນເຈັບ” ເພື່ອໃຫ້ການໜູນຊ່ວຍວິສາຫະກິດຢ່າງສຸດຂີດ, ກຽມພອ້ມໃຫ້ແກ່ໄລຍະຫຼັງໂລກລະບາດໂຄວິດ - 19. ທ່ານ ເລືອງກວັກແຢວງ ສະມາຊິກສະພາແຫ່ງຊາດແຂວງ ອານຢາງ ຖືວ່າ:
        “ການບຳລຸງວິຊາຊີບໃຫ້ແກ່ຊາວກະສິກອນ ແມ່ນວຽກງານທີ່ຈຳເປັນເພື່ອຫັນປ່ຽນແຮງງານຈາກກະສິກຳມາເປັນນອກກະສິກຳ. ທີສອງແມ່ນ ເອົາໃຈໃສ່ເຖິງການບຳລຸງທາງດ້ານເຕັກນິກ, ຄວາມຮູ້ກ່ຽວກັບຂະແໜງກະສິກຳໃຫ້ແກ່ຊາວກະສິກອນ. ທີສາມແມ່ນ ອົບຮົມທັກສະຕ່າງໆໃຫ້ແກ່ເຂົາເຈົ້າ.  ຖ້າຫາກວ່າ ຊາວກະສິກອນບໍ່ມີການປ່ຽນແປງ ແນ່ນອນວ່າ ການພັດທະນາກະສິກຳຈະຍາກ, ການສ້າງຊົນນະບົດໃໝ່ກໍຍາກທີ່ຈະມີການປ່ຽນແປງ, ໝາຍຄວາມວ່າ ຊາວກະສິກອນຕ້ອງແມ່ນໃຈກາງ”.
        ຫວຽດນາມ ພວມຮັບມືກັບການແຜ່ລະບາດຮອບທີ 4 ຂອງໂລກລະບາດ ເຊິ່ງໃນການແຜ່ລະບາດຄັ້ງນີ້ ສາຍພັນ Delta ໄດ້ສົ່ງຜົນສະທ້ອນຢ່າງແຮງຕໍ່ເຂດເສດຖະກິດຈຸດສຸມທາງພາກໃຕ້, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ພິເສດ ແມ່ນນະຄອນ ໂຮ່ຈີມິນ. ລັດຖະບານ, ນາຍົກລັດຖະມົນຕີ ຫວຽດນາມ ພວມມານະພະຍາຍາມຢ່າງສຸດຂີດເພື່ອປ້ອງກັນ, ຕ້ານໂລກລະບາດ ບົນເນື້ອໃຈຈິດໃຈ “ປົກປ້ອງ ແລະ ຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ ແມ່ນໜ້າທີ່ແຖວໜ້າ ແລະ ສຳຄັນກວ່າສິ່ງໃດໝົດ”. ໃນສະພາບການນັ້ນ, ການຮັກສາກົງຈັກລັດຖະບານ ແມ່ນມີຄວາມຈຳເປັນ ເພື່ອສຸມໃສ່ການຕ້ານໂລກລະບາດ, ແກ້ໄຂຄວາມຫຍຸ້ງຍາກ, ຟື້ນຟູການຜະລິດດຳເນີນທຸລະກິດ./.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top