• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຢືນຢັນ ຫວຽດນາມ ພວມຄວບຄຸມໂລກລະບາດໂຄວິດ-19 ໄດ້ເປັນຢ່າງດີ

ຫວຽດນາມ ພວມຄວບຄຸມໂລກລະບາດໄດ້ໂດຍພື້ນຖານແລ້ວ, ບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ລ້ວນແຕ່ຢັ້ງຢືນໄດ້ແຫ່ຼງຕິດແປດ.
ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວັນຕວຽນ. (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມປະຈຳການລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນຕອນບ່າຍວັນທີ 10 ພຶດສະພາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວັນຕວຽນ, ໃຫ້ຮູ້ວ່າ: ຈຳນວນກໍລະນີໃນຊຸມມື້ຜ່ານມາລ້ວນແຕ່ແມ່ນ F1, ເຊິ່ງໄດ້ມີການກຳນົດເຂດ, ແຍກຕົວ, ເອົາຕົວຢ່າງກ່ອນແລ້ວ ສະນັ້ນຄວາມສາມາດຕິດແປດໃນຊຸມຊົນແມ່ນຕ່ຳທີ່ສຸດ. ໂດຍຢືນຢັນວ່າ, ບັນດາເຂດເກີດໂລກລະບາດໃນປະຈຸບັນລ້ວນແຕ່ໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວນັ້ນ, ທ່ານ ໂດ້ຊວັນຕວຽນ ສະເໜີສືບຕໍ່ປະຕິບັດຫຼັກການປ້ອງກັນ, ຕ້ານໂລກລະບາດນັບແຕ່ຂັ້ນຕົ້ນແມ່ນ “ສະກັດກັ້ນ, ກວດພົບ, ແຍກຕົວ, ແບ່ງເຂດລະບາດ, ຕ້ານໂລກລະບາດ, ປິ່ນປົວ”; ພ້ອມທັງເປັນເຈົ້າການກວດພົບໂດຍໄວ, ແຍກຕົວເຂດລະບາດໂດຍໄວ ເພື່ອສະກັດກັ້ນໂລກລະບາດແຜ່ລະບາດອອກສູ່ຊຸມຊົນ. ກະຊວງສາທາລະນະສຸກສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງຍົກສູງກຳລັງຄວາມສາມາດໃນການວິໄຈ; ແບ່ງເຂດ, ຫຼີກລ້ຽງການສົ່ງຜົນກະທົບເຖິງການພັດທະນາເສດຖະກິດ, ສັງຄົມ.

        ສ່ວນຢູ່ບັນດາທ້ອງຖິ່ນ, ວັນທີ 10  ພຶດສະພາ, ກ່າວຄຳເຫັນທີ່ກອງປະຊຸມດ່ວນຂອງຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ນະຄອນໂຮ່ຈີມິນ, ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ, ເນັ້ນໜັກວ່າ: ທຸກອົງການທີ່ມີໜ້າທີ່, ອຳນາດການປົກຄອງທ້ອງຖິ່ນໄດ້ເລີ່ມເຄື່ອນໄຫວທຸກມາດຕະການປ້ອງກັນ, ຕ້ານໂລກລະບາດຢູ່ໃນລະດັບສູງສຸດຄືນໃໝ່; ກຽມພ້ອມວິທີການຮັບມືກັບສະພາບໂລກລະບາດແຜ່ລະບາດອອກສູ່ວົງກວ້າງໃນບໍລິເວນ.

        ແລະກໍ່ໃນວັນດຽວກັນ, ທີ່ກອງປະຊຸມທາງອອນລາຍກັບປະທານຄະນະກຳມະການປະຊາຊົນບັນດາເມືອງ, ເທດສະບານເມືອງ, ນະຄອນ ເພື່ອແນໃສ່ເຊື່ອມຊຶມວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນບໍລິເວນ, ທ່ານປະທານຄະນະກຳມະການປະຊາຊົນແຂວງ ລອງອານ ຫງວຽນວັນອຸດ ໄດ້ຊີ້ນຳການກະກຽມແຜນການລະອຽດໃຫ້ທຸກສະພາບການທີ່ໂລກລະບາດອາດມີການຜັນແປຢ່າງສັບສົນ; ສ້າງແຜນການລະອຽດໃຫ້ແກ່ວຽກງານເລືອກຕັ້ງໃນເງື່ອນໄຂເກີດໂລກລະບາດ.

        ຢູ່ແຂວງ ເທື່ອທຽນ-ເຫ້ວ ກໍ່ກະກຽມແຜນການສູງສຸດໃນສະພາບຕ້ອງແຍກຫ່າງສັງຄົມໃນທົ່ວແຂວງ.

(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top